ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

- ບາລີ ນວກ. ອັງ. ໒໓/໒໔໑/໒໔໐.

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸເພາະກ້າວຜ່ານຣູປະສັນຍາເສຍໄດ້ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະການບໍ່ໃສ່ໃຈຊຶ່ງນານັຕຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາດບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່.

ໃນອາກາສານັນຈາຢະຕະນະນັ້ນ ມີທັມຄື ເວທະນາ ສັນຍາ ສັງຂາຣ ແລະວິນຍານ ເຂົານັ້ນຕາມເຫັນທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄາ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງທໍາລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ

ເຂົາດໍາຣົງຈິຕດ້ວຍທັມເຫຼົ່ານັ້ນ ແລ້ວຈຶ່ງນ້ອມຈິຕໄປສູ່ ອໍາມະຕະທາດ ດ້ວຍການກໍານົດວ່າ “ນັ້ນສະງົບລະງັບ ນັ້ນປານີຕ ນັ້ນຄືທໍາມະຊາດເປັນບ່ອນສະງົບລະງັບແຫ່ງສັງຂາຣທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ດັ່ງນີ້.

ພຸດທະວະຈະນະ - ໝວດທັມ

ເຂົາດໍາຣົງຢູ່ໃນວິປັສສະນາຍານ ອັນມີອາກາສານັນຈາ ຢະຕະນະເປັນບາດຖານນັ້ນ ຍ່ອມເຖິງຄວາມດັບສິ້ນໄປແຫ່ງອາສະວະ ຖ້າບໍ່ເຖິງຄວາມດັບສິ້ນໄປແຫ່ງອາສະວະ ກໍເປັນໂອປະປາຕິກະອະນາຄາມີ ຜູ້ປະຣິນິບພານໃນພົບນັ້ນ ມີການບໍ່ວຽນກັບຈາກໂລກນັ້ນເປັນທໍາມະດາ ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ມີໃນເບື້ອງຕໍ່າຫ້າປະການ ແລະເພາະອໍານາດແຫ່ງທັມມະຣາຄະ ທັມມະນັນທິ ນັ້ນໆ ເອງ

ພິກຂຸທັງຫຼາຍ ! ປຽບເໝືອນມືແມ່ນທະນູ ຫຼືລູກນ້ອງຂອງເຂົາ ປະກອບການຝຶກຢູ່ກັບຫຸ່ນຄົນ ທີ່ເຮັດດ້ວຍຫຍ້າແດ່ ກັບຫຸ່ນດິນແດ່ ສະໄໝຕໍ່ມາ ເຂົາກໍເປັນມືແມ່ນທະນູ ຜູ້ຍິງໄກ ຍິງໄວ ທໍາລາຍໝູ່ພົນອັນໃຫຍ່ໄດ້.

(ໃນກໍລະນີແຫ່ງວິນຍານັນຈາຢະຕະນະ ແລະອາກິນຈັນຍາຢະຕະນະ ກໍຕຣັດໄວ້ໂດຍຮູບແບບດຽວກັນກັບໃນກໍລະນີແຫ່ງອາກາສານັນຈາຢະຕະນະນີ້ ຜິດກັນແຕ່ຊື່ແຫ່ງສະມາທິເທົ່ານັ້ນ

ໃນກໍລະນີຂອງປະຖົມມະຊານ ທຸຕິຢະຊານ ຕະຕິຢະຊານ ແລະຈະຕຸຕຖະຊານ ກໍຕຣັດໄວ້ໂດຍຮູບແບບດຽວກັນນີ້ ແຕ່ມີຕ່າງກັນບ່ອນທີ່ໃຫ້ເຫັນຄວາມບໍ່ທ່ຽງ ໃນຂັນທ໌ທັງ ໕ ຄື ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ - ຜູ້ຮວບຮວມ)

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເທວະດາຊັ້ນສຸດທາວາສະ ໙໓

- ບາລີ ມຫາ. ທີ. ໑໐/໕໗-໖໓/໕໕-໗໖.

ພິກຂຸທັງຫຼາຍ ! ສະໄໝໜຶ່ງ ເມື່ອເຮົານັ້ນໄປວິເວກຢູ່ບ່ອນບັງ ເກີດຄວາມລໍາພຶງໃນໃຈວ່າ ຊັ້ນສຸດທາວາສະ ຊຶ່ງເຮົາບໍ່ໄດ້ເຄີຍຢູ່ເລີຍ ໂດຍເວລາອັນຍືດຍາວດົນນານນີ້ ນອກຈາກເທວະດາຊັ້ນສຸດທາວາສະແລ້ວ ບໍ່ແມ່ນໂອກາດທີ່ໃຜໆ ຈະໄດ້ໂດຍງ່າຍ ຖ້າຈັ່ງໃດ ເຮົາຄວນເຂົ້າໄປຫາເທວະດາເຫຼົ່າສຸດທາວາສະຈົນເຖິງທີ່ຢູ່ເຖີ້ນ.

ພິກຂຸທັງຫຼາຍ ! ທັນໃດນັ້ນ ເຮົາໄດ້ຫາຍໄປຈາກພຸ່ມໄມ້ພະຍາສາລະພຶກ ໃນປ່າສຸພະວັນ ໃກ້ອຸກກັດຖະນະຄອນ ໄປປາກົດໃນພວກເທວະດາເຫຼົ່າອະວິຫາ ຊົ່ວເວລາສໍ່າວ່າ ບຸຣຸດແຂງແຮງ ຢຽດແຂນຫຼືຄູ້ແຂນເທົ່ານັ້ນ.

ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ

“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ນັບຖອຍແຕ່ນີ້ໄປ ໙໑ ກັບ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າວິປັດສີໄດ້ສະເດັດອຸບັດຂຶ້ນໃນໂລກ ພວກຂ້ານ້ອຍນັ້ນ ປະພຶດ ພຣົມມະຈັນໃນພຣະຜູ້ມີພຣະພາກພຣະນາມວ່າວິປັດສີ ຄາຍຄວາມພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ

“ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ນັບຖອຍແຕ່ນີ້ໄປ ໓໑ ກັບ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າສິຂີ ໄດ້ສະເດັດອຸບັດຂຶ້ນໃນໂລກ ພວກຂ້ານ້ອຍນັ້ນປະພຶດ ພຣົມມະຈັນໃນພຣະຜູ້ມີພຣະພາກພຣະນາມວ່າສິຂີ ຄາຍຄວາມ ພໍໃຈໃນກາມທັງຫຼາຍແລ້ວ ຈຶ່ງໄດ້ບັງເກີດໃນບ່ອນນີ້”.

ພິກຂຸທັງຫຼາຍ ! ໃນໝູ່ເທວະດານັ້ນແລ ເທວະດານັບຮ້ອຍນັບພັນຢ່າງຫຼວງຫຼາຍໄດ້ເຂົ້າມາຫາເຮົາແລ້ວໄດ້ກ່າວກັບເຮົາວ່າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ