ພົບພູມ
ໜ້າ/ 140
ຂ້າແຕ່ພຣະອົງຜູ້ຈະເລີນ ! ທີ່ເອີ້ນກັນວ່າ “ສັຕ ສັຕ” ດັ່ງນີ້ ອັນວ່າສັຕ ມີໄດ້ດ້ວຍເຫດສໍ່າໃດໜໍ ຂ້ານ້ອຍ !
ຣາທະ ! ສັນທະ (ຄວາມພໍໃຈ) ຣາຄະ (ຄວາມກໍາໜັດ) ນັນທິ (ຄວາມເພີນ) ຕັນຫາ (ຄວາມຢາກ) ໃດໆ ມີຢູ່ໃນຮູບ ເພາະການຕິດແລ້ວ ຂ້ອງແລ້ວໃນຮູບນັ້ນ ເພາະສະນັ້ນ ຈຶ່ງເອີ້ນວ່າ “ສັຕ” (ຜູ້ຂ້ອງຕິດໃນຂັນທ໌ທັງ ໕) ດັ່ງນີ້.
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາ ໃດໆ ມີຢູ່ໃນເວທະນາ (ຄວາມຮູ້ສຶກສຸຂ ທຸກຂ໌ ແລະບໍ່ສຸຂບໍ່ທຸກຂ໌) ເພາະການຕິດແລ້ວ ຂ້ອງແລ້ວໃນເວທະນານັ້ນ ເພາະສະນັ້ນ ຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາ ໃດໆ ມີຢູ່ໃນ ສັນຍາ (ຄວາມໝາຍຮູ້) ເພາະການຕິດແລ້ວ ຂ້ອງແລ້ວໃນສັນຍານັ້ນ ເພາະສະນັ້ນ ຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາ ໃດໆ ມີຢູ່ໃນສັງຂາຣທັງຫຼາຍ (ຄວາມປຸງແຕ່ງ) ເພາະການຕິດແລ້ວ ຂ້ອງແລ້ວໃນສັງຂາຣທັງຫຼາຍນັ້ນ ເພາະສະນັ້ນ ຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.
ພຸດທະວະຈະນະ - ໝວດທັມ
ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາ ໃດໆ ມີຢູ່ໃນ ວິນຍານ ເພາະການຕິດແລ້ວ ຂ້ອງແລ້ວໃນວິນຍານນັ້ນ ເພາະສະນັ້ນ ຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້ແລ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ມີການເກີດ ໑໐
- ບາລີ ສລາ. ສັງ. ໑໘/໔໘໕/໘໐໐.
ວັດສະ !
ເຮົາຍ່ອມບັນຍັດຄວາມບັງເກີດຂຶ້ນ
ສໍາລັບສັຕຜູ້ທີ່ຍັງມີອຸປາທານ (ເຊື້ອ) ຢູ່
ບໍ່ແມ່ນສໍາລັບສັຕຜູ້ທີ່ບໍ່ມີອຸປາທານ.
ວັດສະ ! ປຽບເໝືອນໄຟທີ່ມີເຊື້ອ ຍ່ອມໄໝ້ຮຸ່ງຂຶ້ນໄດ້ ທີ່ບໍ່ມີເຊື້ອ ກໍໄໝ້ຮຸ່ງຂຶ້ນບໍ່ໄດ້ ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ.
ວັດສະ ! ເຮົາຍ່ອມບັນຍັດຄວາມບັງເກີດຂຶ້ນ ສໍາລັບຜູ້ທີ່ຍັງມີອຸປາທານຢູ່ ບໍ່ແມ່ນສໍາລັບສັຕຜູ້ທີ່ບໍ່ມີອຸປາທານ .
ພຣະໂຄດົມຜູ້ຈະເລີນ ! ຖ້າສະໄໝໃດ ແປວໄຟ ຖືກລົມພັດ ຫຼຸດປິວໄປໄກ ສະໄໝນັ້ນ ພຣະໂຄດົມຍ່ອມບັນຍັດຊຶ່ງອັນໃດ ວ່າເປັນເຊື້ອແກ່ແປວໄຟນັ້ນ ຖ້າຖືວ່າມັນຍັງມີເຊື້ອໄຟຢູ່ ?
ວັດສະ ! ສະໄໝໃດ ແປວໄຟ ຖືກລົມພັດຫຼຸດປິວໄປໄກ ເຮົາຍ່ອມບັນຍັດແປວໄຟນັ້ນ ວ່າ ມີລົມນັ້ນແຫຼະເປັນເຊື້ອ ເພາະວ່າ ສະໄໝນັ້ນ ລົມຍ່ອມເປັນເຊື້ອຂອງແປວໄຟນັ້ນ.
ພຣະໂຄດົມຜູ້ຈະເລີນ ! ຖ້າສະໄໝໃດ ສັຕ ປະຖິ້ມກາຍນີ້ ແລະຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ ສະໄໝນັ້ນ ພຣະໂຄດົມຍ່ອມບັນຍັດຊຶ່ງອັນໃດ ວ່າເປັນເຊື້ອແກ່ສັຕນັ້ນ ຖ້າຖືວ່າມັນຍັງມີເຊື້ອຢູ່ ?
ພຸດທະວະຈະນະ - ໝວດທັມ
ວັດສະ !
ສະໄໝໃດ ສັຕປະຖິ້ມກາຍນີ້
ແລະຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ
ເຮົາກ່າວສັຕນີ້ວ່າ ມີຕັນຫານັ້ນແຫລະເປັນເຊື້ອ
ເພາະວ່າສະໄໝນັ້ນ ຕັນຫາ ຍ່ອມເປັນເຊື້ອຂອງສັຕນັ້ນ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ລັກສະນະຂອງການເກີດ ໑໑
- ບາລີ ມູ. ມ. ໑໒/໑໔໖/໑໖໙.
ສາຣີບຸດ ! ກໍາເນີດ ໔ ປາການເຫລົ່ານີ້ ມີຢູ່.
໔ ປະການ ເປັນແນວໃດໜໍ ? ຄື
໑. ອັນດະຊະກໍາເນີດ (ເກີດໃນໄຂ່)
໒. ຊະລາພຸຊະກໍາເນີດ (ເກີດໃນຄັນ)
໓. ສັງເສທະສະກໍາເນີດ (ເກີດໃນໄຄເທົາ)
໔. ໂອປະປາຕິກະກໍາເນີດ (ເກີດຜຸດຂຶ້ນ)
ສາຣີບຸດ ! ກໍອັນທະຊະກໍາເນີດ ເປັນແນວໃດໜໍ ?
ສັຕທັງຫລາຍເຫລົ່ານັ້ນ ເຈາະເປືອກແຫ່ງຟອງເກີດຂຶ້ນ ນີ້ເຮົາເອີ້ນວ່າ ອັນດະຊະກໍາເນີດ.
ສາຣີບຸດ ! ຊະລາພຸຊະກໍາເນີດ ເປັນແນວໃດໜໍ ?
ສັຕທັງຫຼາຍເຫລົ່ານັ້ນໃດ ອາໄສລໍາໄສ້ (ມົດລູກ) ເກີດ ນີ້ເຮົາເອີ້ນວ່າ ຊະລາພຸຊະກໍາເນີດ.
ສາຣີບຸດ ! ສັງເສທະຊະກໍາເນີດ ເປັນແນວໃດໜໍ ?
ສັຕທັງຫຼາຍເຫຼົ່ານັ້ນໃດ ຍ່ອມເກີດໃນປາເນົ່າ ໃນຊາກສົບເນົ່າ ໃນເຂົ້າໜົມບູດ ຫລືໃນນໍ້າຄໍາ ໃນໄຄເທົາ (ຂອງສົກກະປົກ) ນີ້ເຮົາເອີ້ນວ່າ ສັງເສທະຊະກໍາເນີດ.
ພຸດທະວະຈະນະ - ໝວດທັມ
ສາຣີບຸດ ! ໂອປະປາຕິກະກໍາເນີດ ເປັນແນວໃດໜໍ ?
ເທວະດາ ສັຕນາຣົກ ມະນຸດບາງຈໍາພວກ ແລະເປຕບາງຈໍາພວກ ນີ້ເຮົາເອີ້ນວ່າ ໂອປະປາຕິກະກໍາເນີດ.
ສາຣີບຸດ ! ເຫລົ່ານແລ ກໍາເນີດ ໔ ປະການ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ກາຍແບບຕ່າງໆ ໑໒








