ພົບພູມ

ໜ້າ/ 140

- ບາລີ ສັຕຕ. ອັງ. ໒໓/໔໑໓/໒໒໘.

ພິກຂຸທັງຫລາຍ ! ສັຕຕາວາສະ໑ ໙ ມີຢູ່.

ສັຕຕາວາສະ ໙ ແນວໃດໜໍ ?

ພິກຂຸທັງຫລາຍ !

ສັຕພວກໜຶ່ງ (ສັຕຕາ) ມີກາຍຕ່າງກັນ ມີສັນຍາຕ່າງກັນ ເໝືອນດັ່ງມະນຸດທັງຫລາຍ ເທວະດາບາງພວກ ແລະວິນິບາຕບາງພວກ ນີ້ເປັນສັດຕາວາສ ທີ ໑

ສັຕບາງພວກມີກາຍຕ່າງກັນ ມີສັນຍາແນວດຽວກັນ ເໝືອນດັ່ງເທວະດາຜູ້ນັບເນື່ອງໃນໝູ່ພຣົມ ຜູ້ເກີດໃນປະຖົມພູມ (ປະຖະມານິບພັຕຕາ) ນີ້ເປັນສັດຕາວາສທີ ໒

ສັຕພວກໜຶ່ງມີກາຍແບບດຽວກັນ ມີສັນຍາຕ່າງກັນ ເໝືອນດັ່ງພວກເທບອາພັດສະຣະ ນີ້ເປັນສັດຕາວາສທີ ໓

ສັຕພວກໜຶ່ງມີກາຍແບບດຽວກັນ ມີສັນຍາແນວດຽວກັນ ເໝືອນດັ່ງພວກເທບສຸພະກິນຫະ ນີເປັນສັດຕາວາສທີ ໔

ສັຕພວກໜຶ່ງບໍ່ມີສັນຍາ ບໍ່ສະເຫວີຍເວທະນາ ເໝືອນພວກເທບຜູ້ເປັນອະສັນຍີສັຕ໒ ນີ້ເປັນສັດຕາວາສທີ ໕

໑. ທີ່ຢູ່ອາໄສຂອງສັຕ.

໒. ສັຕຜູ້ບໍ່ມີສັນຍາ ບໍ່ສະເຫວີຍເວທະນາ ເຂົ້າເຖິງໂດຍຜູ້ທີ່ໄດ້ສັນຍາເວທະຢິຕະນິໂຣດ.

ພຸດທະວະຈະນະ - ໝວດທັມ

ສັຕພວກໜຶ່ງ ເພາະກ້າວຜ່ານເສຍໄດ້ຊຶ່ງຮູບສັນຍາ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະບໍ່ໃສ່ໃຈນານັດຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຢະຕະນະ໑ ມີການເຮັດໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ດັ່ງນີ້ ນີ້ເປັນສັດຕາວາສທີ ໖

ສັຕພວກໜຶ່ງ ເພາະກ້າວຜ່ານເສຍໄດ້ຊຶ່ງອາກາສານັນຈາ ຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງວິນຍານັນຈາ ຢະຕະນະ໒ ມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ດັ່ງນີ້ ນີ້ເປັນສັດຕາວາສທີ ໗

ສັຕພວກໜຶ່ງ ເພາະກ້າວຜ່ານເສຍໄດ້ຊຶ່ງວິນຍານັນຈາ ຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງອາກິນຈັນຍາ ຢະຕະນະ໓ ມີການເຮັດໃນໃຈວ່າ “ ອັນໃດໆ ກໍບໍ່ມີ ” ດັ່ງນີ້ ນີ້ເປັນສັດຕາວາສທີ ໘

ສັຕພວກໜຶ່ງ ເພາະກ້າວຜ່ານເສຍໄດ້ຊຶ່ງອາກິນຈັນຍາ ຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງເນວະສັນຍານາສັນຍາຢະຕະນະ໔ ດັ່ງນີ້ ເປັນສັດຕາວາສທີ ໙

ພິກຂຸທັງຫລາຍ ! ນີ້ແລ ສັດຕາວາສ ໙.

໑. ຄວາມໝາຍຮູ້ໃນຄວາມບໍ່ມີທີ່ສິ້ນສຸດຂອງອາກາດ.

໒. ຄວາມໝາຍຮູ້ໃນຄວາມບໍ່ມີທີ່ສິ້ນສຸດຂອງວິນຍານ.

໓. ຄວາມໝາຍຮູ້ໃນຄວາມບໍ່ມີອັນໃດ.

໔. ຄວາມໝາຍຮູ້ວ່າ ສັນຍາມີກໍບໍ່ແມ່ນ ສັນຍາບໍ່ມີກໍບໍ່ແມ່ນ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄະຕິ ໕ ແລະອຸປະມາ ໑໓

- ບາລີ ມູ. ມ. ໑໒/໑໔໗-໑໕໓/໑໗໐-໑໗໖.

ສາຣີບຸດ ! ຄະຕິ໑ ໕ ປະການ ເຫລົ່ານີ້ ມີຢູ່.

໕ ປະການ ແນວໃດໜໍ ? ຄື :

໑. ນະຣົກ

໒. ກໍາເນີດເດຣັດສານ

໓. ເປຕະວິສັຍ

໔. ມະນຸດ

໕. ເທວະດາ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງນະຣົກ ທາງນໍາສັຕໃຫ້ເຖິງນະຣົກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງນະຣົກ ອັນໜຶ່ງ ສັຕຜູ້ປະຕິບັດ ປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ໒ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ.

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງກໍາເນີດເດຣັດສານ ທາງນໍາສັຕໃຫ້ເຖິງກໍາເນີດເດຣັດສານ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງກໍາເນີດເດຣັດສານ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງກໍາເນີດເດຣັດສານ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

໑. ຄະຕິ = ທາງໄປຂອງສັຕ (ທີ່ນໍາໄປສູ່ພົບ).

໒. ອະບາຍ ທຸຄະຕິ ວິນິບາຕ ນະຣົກ = ບ່ອນເກີດຂອງສັຕທີ່ຕໍ່າກວ່າມະນຸດ.

ພຸດທະວະຈະນະ - ໝວດທັມ

ເປີດທັມທີ່ຖືກປົກປິດ : ພົບພູມ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເປຕະວິສັຍ ທາງນໍາສັຕໃຫ້ເຖິງ ເປຕະວິສັຍ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງເປຕະວິສັຍ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງເປຕະວິສັຍ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເຫລົ່າມະນຸດ ທາງນໍາສັຕໃຫ້ເຖິງມະນຸສສະໂລກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງມະນຸສສະໂລກ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມບັງເກີດໃນໝູ່ມະນຸດ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ