ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດໃຫ້ໄດ້ຄວາມເປັນຈອມເທບ ໘໓

- ບາລີ ສຄາຖ. ສັງ. ໑໕/໓໓໖-໓໓໗/໙໐໙-໙໑໐.

ພິກຂຸທັງຫຼາຍ ! ທ້າວສັກກະຈອມເທບເມື່ອຍັງເປັນມະນຸດຢູ່ໃນກາລະແຕ່ກ່ອນ ເປັນມານົບຊື່ມະຄະ ເພາະເຫດນັ້ນຈຶ່ງຖືກເອີ້ນວ່າ ທ້າວມະຄະວາ.

...ໄດ້ໃຫ້ທານມາກ່ອນ ເພາະເຫດນັ້ນຈຶ່ງຖືກເອີ້ນວ່າ ທ້າວປຸຣິນທະທະ.

...ໄດ້ໃຫ້ທານໂດຍເຄົາຣົບ ເພາະເຫດນັ້ນຈຶ່ງຖືກເອີ້ນວ່າທ້າວສັກກະ.

...ໄດ້ໃຫ້ທີ່ພັກອາໄສ ເພາະເຫດນັ້ນຈຶ່ງຖືກເອີ້ນວ່າທ້າວ ວາສະວະ.

...ຍ່ອມທົງຄິດເນື້ອໃນໃຈຄວາມໄດ້ຕັ້ງພັນໂດຍຂະນະດຽວ ເພາະເຫດນັ້ນຈຶ່ງຖືກເອີ້ນວ່າ ທ້າວສະຫັດສະນັຍ.

...ທົງມີນາງອະສຸຣະກັນຍານາມວ່າ ສຸຊາເປັນປະຊາບໍດີ ເພາະເຫດນັ້ນ ຈຶ່ງຖືກເອີ້ນວ່າ ທ້າວສຸຊັມບໍດີ.

...ສະເຫວີຍຣາຊະສົມບັດເປັນອິດສະຣະທິບໍດີຂອງເທວະດາເຫຼົ່າດາວະດຶງ ເພາະເຫດນັ້ນ ຈຶ່ງຖືກເອີ້ນວ່າ ເທວານະມິນທະ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ທ້າວສັກກະຈອມເທບເມື່ອຍັງເປັນມະນຸດຢູ່ໃນກາລະແຕ່ກ່ອນ ໄດ້ສະມາທານວັຕຕຣະບົດ ໗ ປະການບໍຣິບູນ ເພາະເປັນຜູ້ສະມາທານວັຕຕຣະບົດ ໗ ປະການ ຈຶ່ງໄດ້ເຖິງຄວາມເປັນທ້າວສັກກະ.

ວັຕຕຣະບົດ ໗ ປະການ ເປັນແນວໃດໜໍ ? ຄື

(໑) ເຮົາຕ້ອງລ້ຽງມານດາບິດາຈົນຕະຫຼອດຊີວິດ.

(໒) ເຮົາຕ້ອງປະພຶດອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກູນຈົນຕະຫຼອດຊີວິດ.

(໓) ເຮົາຕ້ອງເວົ້າຈາອ່ອນຫວານຕະຫຼອດຊີວິດ.

(໔) ເຮົາບໍ່ຕ້ອງເວົ້າຄໍາສໍ່ສຽດຕະຫຼອດຊີວິດ.

(໕) ເຮົາຕ້ອງມີໃຈປາສະຈາກຄວາມຂີ້ຖີ່ ອັນເປັນມົນທິນ ຢູ່ຄອງເຮືອນ ມີການບໍລິຈາກອັນປ່ອຍແລ້ວ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນການຈໍາແນກທານ ຕະຫຼອດຊີວິດ.

(໖) ເຮົາຕ້ອງເວົ້າຄໍາຈິງຕະຫຼອດຊີວິດ.

(໗) ເຮົາຕ້ອງບໍ່ໂກດຕະຫຼອດຊີວິດ ຖ້າແມ່ນຄວາມໂກດຍ່ອມເກີດຂຶ້ນແກ່ເຮົາ ເຮົາຈົ່ງກໍາຈັດມັນເສຍໂດຍທັນຄວັນຢ່າງໄວ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການບູຊາເທວະດາ ໘໔

- ບາລີ ມຫາ. ທີ. ໑໐/໑໐໕/໘໔.

ຕຣັດແກ່ສຸນີທະແລະວັດສະກາຣະມະຫາອາມາດ ຫຼັງຈາກທີ່ພຣະອົງຄ໌ໄດ້ສັນຂອງຄ້ຽວແລະຂອງສັນອັນປານີດ ທີ່ທັງ ໒ ໄດ້ຖວາຍດ້ວຍມືຂອງຕົນແລ້ວ ດ້ວຍຄາຖາວ່າ :-

ບຸຣຸດຊາບັນດິຕ ຍ່ອມສໍາເລັດການຢູ່ໃນປະເທດໃດ ຈົ່ງເຊີນທ່ານຜູ້ມີສີລ ຜູ້ສັງລວມແລະປະພຶດພຣົມມະຈັນ ໃຫ້ບໍລິໂພກໃນປະເທດນັ້ນ.

ຄວນອຸທິດທັກຂິນາ ເພື່ອເທວະດາຜູ້ສະຖິດຢູ່ໃນບ່ອນນັ້ນໆ

ເທວະດາເຫຼົ່ານັ້ນ ອັນບຸຣຸດຊາດບັນດິຕນັບຖືບູຊາແລ້ວ ຍ່ອມນັບຖືບູຊາຕອບ

ແຕ່ນັ້ນຍ່ອມອະນຸເຄາະບຸຣຸດຊາດບັນດິຕນັ້ນ ຄືດັ່ງມານດາອະນຸເຄາະບຸຕ

ບຸຣຸດອັນເທວະດາອະນຸເຄາະແລ້ວ ກໍຍ່ອມເຫັນຄວາມຈະເຣີນທຸກເມື່ອ.໑

໑. ສາມາດອ່ານເພີ່ມຕື່ມກ່ຽວກັບທິກຂິນາໄດ້ທີ່ພາກຜະນວກ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການບູຊາທີ່ຈັດເປັນການບູຊາຢ່າງສູງສຸດ ໘໕

- ບາລີ ມຫາ. ທີ. ໑໐/໑໕໙-໖໐/໑໒໘-໒໙.

ອານົນທ໌ ! ເຈົ້າຈົ່ງຈັດຕັ້ງບ່ອນນອນ ລະຫວ່າງຕົ້ນສາລະຄູ່ ມີຫົວຜິນໄປທາງທິດເໜືອ ເຮົາລໍາບາກກາຍຫຼາຍ ຈະນອນ.

(ປະທັບສີຫະໄສຍາດແລ້ວ ມີອັດສະຈັນ ດອກສາລະປົ່ງຜິດລະດູກາລ ໂຮຍລົງເທິງພຣະສະຣີຣະ ດອກມັນທາຣົບ ດອກໄມ້ຈັນ ດົນຕຣີ ລ້ວນແຕ່ຂອງທິບໄດ້ຕົກລົງ ແລະບັນເລງຂຶ້ນ ເພື່ອບູຊາຕະຖາຄົຕເຈົ້າ).

ອານົນທ໌ ! ການບູຊາເຫຼົ່ານີ້ ຫາຊື່ວ່າຕະຖາຄົຕເປັນຜູ້ທີ່ໄດ້ຮັບການສັກກາຣະ ເຄົາຣົບນັບຖື ບູຊາແລ້ວກໍຫາກບໍ່.

ອານົນທ໌ ! ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາໃດ ປະພຶດທັມສົມຄວນແກ່ທັມ ປະຕິບັດຖືກຕ້ອງຍິ່ງ ປະຕິບັດຕາມທັມຢູ່ ຜູ້ນັ້ນຊື່ວ່າ ຍ່ອມສັກກາຣະ ເຄົາຣົບ ນັບຖື ບູຊາຕະຖາຄົຕ ດ້ວຍການບູຊາອັນສູງສຸດ.

ອານົນທ໌ ! ເພາະສະນັ້ນເຈົ້າຕ້ອງກໍານົດໃຈວ່າ

“ເຮົາຈະປະພຶດທັມສົມຄວນແກ່ທັມ ປະຕິບັດຖືກຕ້ອງຍິ່ງ ປະຕິບັດຕາມທັມຢູ່” ດັ່ງນີ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ທາງເພື່ອຄວາມເປັນສະຫາຍແຫ່ງພຣົມ ໘໖

- ບາລີ ມ. ມ. ໑໓/໖໖໔/໗໓໐.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ