ພົບພູມ
ໜ້າ/ 140
ມານົບ ! ກໍທາງເພື່ອຄວາມເປັນສະຫາຍແຫ່ງພຣົມເປັນແນວໃດໜໍ ?
ມານົບ ! ພິກຂຸໃນທັມວິນັຍນີ້ ມີຈິຕປະກອບດ້ວຍເມຕຕາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນດ້ວຍຈິຕອັນປະກອບດ້ວຍເມຕຕາ ເປັນຈິຕອັນໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່ ເມື່ອເມຕຕາເຈໂຕວິມຸດຕິ໑ ອັນພິກຂຸນັ້ນຈະເຣີນແລ້ວເຊັ່ນນີ້ ກັມຊະນິດທີ່ເຮັດຢ່າງມີຂີດຈໍາກັດ ຍ່ອມບໍ່ມີເຫຼືອຢູ່ ບໍ່ຕັ້ງຢູ່ໃນນັ້ນ ກໍເຊັ່ນນັ້ນ.
ມານົບ ! ປຽບເໝືອນຄົນເປົ່າສັງຜູ້ມີກໍາລັງ ຍ່ອມເປົ່າສັງໃຫ້ໄດ້ຍິນໄດ້ທັງສີ່ທິດໂດຍບໍ່ຍາກເຊັ່ນໃດ ໃນເມຕຕາເຈໂຕ ວິມຸຕຕິ ທີ່ຈະເຣີນແລ້ວເຊັ່ນນີ້ ກັມ ຊະນິດທີ່ເຮັດຢ່າງມີຂີດ ຈໍາກັດ ຍ່ອມບໍ່ມີເຫຼືອຢູ່ ບໍ່ໄດ້ຕັ້ງຢູ່ໃນນັ້ນ ກໍເຊັ່ນນັ້ນ ແມ່ນວ່າຂໍ້ນີ້ ກໍເປັນທາງເພື່ອຄວາມເປັນສະຫາຍແຫ່ງພຣົມ.
໑. ເມຕຕາເຈໂຕວິມຸດຕິ = ການຫຼຸດພົ້ນໂດຍການຈະເຣີນເມຕຕາ
ແລ້ວເຫັນອະຣິຍະສັຈ ໔.
ພຸດທະວະຈະນະ - ໝວດທັມ
ມານົບ ! ອີກປະການໜຶ່ງ ພິກຂຸມີຈິຕປະກອບດ້ວຍກະຣຸນາ... .
ມານົບ ! ພິກຂຸໃນທັມວິນັຍນີ້ ມີຈິຕປະກອບດ້ວຍມຸທິຕາ... .
ມານົບ ! ພິກຂຸໃນທັມວິນັຍນີ້ ມີຈິຕປະກອບດ້ວຍອຸເປກຂາແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍອຸເປກຂາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່ ເມື່ອອຸເປກຂາ ເຈໂຕວິມຸຕຕິ໑ ອັນພິກຂຸນັ້ນຈະເຣີນແລ້ວເຊັ່ນນີ້ ກັມຊະນິດທີ່ເຮັດຢ່າງມີຂີດຈໍາກັດ ຍ່ອມບໍ່ມີເຫຼືອຢູ່ ບໍ່ຕັ້ງຢູ່ໃນນັ້ນ ກໍເຊັ່ນນັ້ນ.
ມານົບ ! ປຽບເໝືອນຄົນເປົ່າສັງຜູ້ມີກໍາລັງ ຍ່ອມເປົ່າສັງໃຫ້ໄດ້ຍິນໄດ້ທັງສີ່ທິດ ໂດຍບໍ່ຍາກເຊັ່ນໃດ ໃນອຸເປກຂາ ເຈໂຕວິມຸຕຕິ ທີ່ຈະເຣີນແລ້ວເຊັ່ນນີ້ ກັມຊະນິດທີ່ເຮັດຢ່າງມີຂີດຈໍາກັດ ຍ່ອມບໍ່ມີເຫຼືອຢູ່ ບໍ່ໄດ້ຕັ້ງຢູ່ໃນນັ້ນ ກໍເຊັ່ນນັ້ນ ແມ່ນວ່າຂໍ້ນີ້ ກໍເປັນທາງເພື່ອຄວາມເປັນສະຫາຍແຫ່ງພຣົມ.
໑. ອຸເປກຂາເຈໂຕວິມຸດຕິ = ການຫຼຸດພົ້ນໂດຍການຈະເຣີນອຸເປກຂາ
ແລ້ວເຫັນອະຣິຍະສັຈ ໔.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມແຕກຕ່າງລະຫວ່າງປຸຖຸຊົນ
ກັບອະຣິຍະສາວົກ ຜູ້ໄດ້ຣູປະສັນຍາ ໘໗
- ບາລີ ຈຕຸກ. ອັງ. ໒໑/໑໖໘-໑໗໑/໑໒໓.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ ມີ ຢູ່ໃນໂລກ ຫາໄດ້ໃນໂລກ.
໔ ຈໍາພວກເປັນແນວໃດ ? ຄື :-
(໑) ບຸກຄົນບາງຄົນໃນໂລກນີ້ ເພາະສະງັດຈາກກາມແລະ ອະກຸສົລທັມທັງຫຼາຍ ບັນລຸປະຖົມມະຊານ ອັນມີວິຕົກ ວິຈາຣ ມີປີຕິແລະສຸຂ ເກີດແຕ່ວິເວກແລ້ວແລຢູ່
ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າພຣົມມະກາຢິກາ.
ພິກຂຸທັງຫຼາຍ ! ກັບໜຶ່ງເປັນປະມານອາຍຸຂອງເທວະດາເຫຼົ່າພຣົມມະກາຢິກາ ປຸຖຸຊົນດໍາຣົງຢູ່ໃນຊັ້ນພຣົມມະກາຢິກາ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່
ພຸດທະວະຈະນະ - ໝວດທັມ
ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນພຣົມມະກາຢິການັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.








