ພົບພູມ
ໜ້າ/ 140
(໑) ມາຕຸຄາມໃນໂລກນີ້ ທີ່ມານດາ ບິດາ ຜູ້ຫວັງປະໂຫຍດ ສະແຫວງຫາຄວາມເກື້ອກູນ ອະນຸເຄາະ ເອື້ອເຟື້ອເອັນດູ ຍອມຍົກໃຫ້ແກ່ຊາຍໃດ ຜູ້ເປັນສາມີສໍາລັບຊາຍນັ້ນ ນາງຕ້ອງຕື່ນກ່ອນ ນອນພາຍຫຼັງ ຄອຍຟັງຮັບໃຊ້ ປະພຶດໃຫ້ຖືກໃຈ ກ່າວຖ້ອຍຄໍາເປັນທີ່ຮັກ.
(໒) ຊົນເຫຼົ່າໃດເປັນທີ່ເຄົາຣົບຂອງສາມີຄື ມານດາ ບິດາ ຫຼື ສະມະນະພຣາມ ນາງສັກກາຣະ ເຄົາຣົບນັບຖືບູຊາຊົນເຫຼົ່ານັ້ນ ແລະຕ້ອນຮັບທ່ານເຫຼົ່ານັ້ນ ຜູ້ມາເຖິງແລ້ວດ້ວຍອາສະນະແລະນໍ້າ.
(໓) ການງານໃດ ເປັນງານໃນບ້ານສາມີຄື ນາງເປັນຄົນຂະຫຍັນ ບໍ່ກຽດຄ້ານໃນວຽກງານນັ້ນ ປະກອບດ້ວຍປັນຍາອັນເປັນອຸບາຍໃນວຽກງານນັ້ນ ສາມາດຈັດແຕ່ງໄດ້.
(໔) ຊົນເຫຼົ່າໃດ ເປັນຄົນພາຍໃນບ້ານຂອງສາມີຄື ທາສ ຄົນຮັບໃຊ້ ຫຼືກໍາມະກອນ ຍ່ອມຮູ້ວ່າການງານທີ່ເຂົາເຫຼົ່ານັ້ນເຮັດແລ້ວ ແລະຍັງບໍ່ໄດ້ເຮັດ.
(໕) ຍ່ອມຮູ້ອາການຂອງຄົນພາຍໃນບ້ານ ຜູ້ເປັນໄຂ້ວ່າ ດີຂຶ້ນຫຼືໜັກກວ່າເກົ່າ.
ເປີດທັມທີ່ຖືກປົກປິດ : ພົບພູມ
(໖) ຍ່ອມແບ່ງປັນຂອງກິນຂອງບໍລິໂພກ ໃຫ້ແກ່ເຂົາຕາມຄວນ.
(໗) ສິ່ງໃດທີ່ສາມີຫາມາໄດ້ ຈະເປັນຊັບ ເຂົ້າ ເງິນ ຫຼືຄໍາຍ່ອມຮັກສາຄຸ້ມຄອງສິ່ງນັ້ນໄວ້ ແລະບໍ່ເປັນນັກເລງການພະນັນ ບໍ່ເປັນຂີ້ລັກ ບໍ່ເປັນນັກດື່ມກິນ ບໍ່ເຮັດໃຫ້ຊັບວິນາດໄປ.
(໘) ເປັນອຸປາສິກາເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ ວ່າເປັນສະຣະນະ ເປັນຜູ້ມີສີລ ງົດເວັ້ນຈາກປານາຕິບາຕ ອະທິນນາທານ ກາເມສຸມິຈສາຈາຣ ມຸສາວາດ ແລະການດື່ມນໍ້າເມົາຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຜູ້ມີການບໍລິຈາກ ມີໃຈປາສະຈາກມົນທິນ ຄື ຄວາມຂີ້ຖີ່ ຢູ່ຄອງເຮືອນ ມີຈາຄະອັນປ່ອຍແລ້ວ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນການຈໍາແນກທານ.
ອະນຸຣຸດທະ ! ມາຕຸຄາມປະກອບດ້ວຍອົງ ໘ ປະການນີ້ແລ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ເຫຼົ່າມະນາປະກາຢິກາ.
ພຸດທະວະຈະນະ - ໝວດທັມ
(ຄາຖາຜະນວກທ້າຍພຣະສູຕ)
ສຸພາບສະຕຣີມີປຣີຊາ ຍ່ອມບໍ່ດູໝິ່ນສາມີ
ຜູ້ໝັ່ນພຽນ ຂົນຂວາຍຢູ່ເນື່ອງນິດ
ລ້ຽງຕົນຢູ່ທຸກເມື່ອ ທັງໃຫ້ຄວາມປາຖນາທັງປວງ
ບໍ່ເຮັດໃຫ້ສາມີຂຸ່ນເຄືອງດ້ວຍຖ້ອຍຄໍາສະແດງຄວາມຫຶງຫວງ
ແລະຍ່ອມບູຊາຜູ້ທີ່ເຄົາຣົບທັງປວງຂອງສາມີ
ເປັນຜູ້ຂະຫຍັນ ບໍ່ກຽດຄ້ານ
ສົງເຄາະພີ່ນ້ອງຄົນລຶ້ງເຄີຍຂອງສາມີ
ປະພຶດເປັນທີ່ພໍໃຈຂອງສາມີ
ຮັກສາຊັບທີ່ສາມີຫາມາໄດ້
ນາຣີໃດ ຍ່ອມປະພຶດຕາມຄວາມພໍໃຈຂອງສາມີເຊັ່ນນີ້
ນາຣີນັ້ນ ຍ່ອມເຂົ້າເຖິງຄວາມເປັນເທວະດາ ເຫຼົ່າມະນາປະ ກາຢິກາ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເທວະດາເຂົ້າຖືເອົາພື້ນທີ່ ໘໒
- ບາລີ ມຫາ. ທີ. ໑໐/໑໐໓/໘໒.
ອານົນທ໌ ! ໃຜໜໍຈະສ້າງເມືອງໃນປາຕະລິຄາມ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສຸນີທະແລະວັດສະກາຣະອາມາດຜູ້ເປັນໃຫຍ່ໃນມະຄົດຣັດ ຈະສ້າງເມືອງປາຕະລິຄາມ ເພື່ອປ້ອງກັນພວກເຈົ້າວັຊຊີ.
ອານົນທ໌ ! ສຸນີທະແລະວັດສະກາຣະອາມາດຜູ້ໃຫຍ່ໃນມະຄົດຣັດຈະສ້າງເມືອງໃນປາຕະລິຄາມ ເພື່ອປ້ອງກັນພວກເຈົ້າວັຊຊີ ກໍປຽບເໝືອນທ້າວສັກກະທົງປຶກສາກັບພວກເທວະດາຊັ້ນດາວະດຶງ ໃນບ່ອນນີ້ເຮົາໄດ້ເຫັນເທວະດາຈໍານວນຫຼາຍນັບເປັນພັນໆເຂົ້າຖືເອົາພື້ນທີ່ (ປະຣິກຄັນຫະ) ໃນປາຕະລິຄາມດ້ວຍທິບພຣະຈັກຂຸອັນບໍຣິສຸດ ຂ້າມຈັກຂຸຂອງມະນຸດ ເທວະດາຜູ້ມີອໍານາດໃຫຍ່ເຂົ້າຖືເອົາພື້ນທີ່ໃນສ່ວນໃດ ຈິຕຂອງພຣະຣາຊາ ແລະຣາຊະມະຫາອາມາດຜູ້ມີອໍານາດໃຫຍ່ກໍນ້ອມໄປເພື່ອສ້າງນິເວດໃນສ່ວນນັ້ນ ເທວະດາຊັ້ນກາງເຂົ້າຖືເອົາພື້ນທີ່ໃນສ່ວນໃດ ຈິຕຂອງພຣະຣາຊາແລະຣາຊະມະຫາອາມາດຊັ້ນກາງ ກໍນ້ອມໄປເພື່ອສ້າງນິເວດໃນສ່ວນນັ້ນ ເທວະດາຊັ້ນຕໍ່າເຂົ້າຖືເອົາພື້ນທີ່ໃນສ່ວນໃດ ຈິຕຂອງພຣະຣາຊາແລະຣາຊະມະຫາອາມາດຊັ້ນຕໍ່າ ກໍນ້ອມໄປເພື່ອສ້າງນິເວດ (ບ່ອນຢູ່) ໃນສ່ວນນັ້ນ.
ພຸດທະວະຈະນະ - ໝວດທັມ
ອານົນທ໌ ! ບ່ອນນີ້ຈະເປັນທີ່ຢູ່ອັນປະເສີດ ເປັນທາງຄ້າຂາຍ ເປັນນະຄອນອັນເລີດ ຊື່ວ່າປາຕະລີບຸດ ເປັນບ່ອນຕ່າງຫໍ່ສິນຄ້າ ແຕ່ນະຄອນປາຕະລີບຸດ ຈະມີອັນຕະລາຍ ໓ ປະການຄື ໄຟ ນ້ຳ ຫຼືການຍຸແຍ່ໃຫ້ແຕກພວກ.








