ພົບພູມ
ໜ້າ/ 140
(໘) ພຣະອໍຣະຫັນຕ໌ທັງຫຼາຍ ຢຸດການນັ່ງແລະນອນເທິງທີ່ນັ່ງທີ່ນອນອັນສູງໃຫຍ່ ເວັ້ນຂາດຈາກການນັ່ງແລະນອນເທິງທີນັ່ງທີ່ນອນອັນສູງໃຫຍ່ ສໍາເລັດການນອນເທິງທີ່ນອນອັນຕ່ຳຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍໄດ້ຢຸດການນັ່ງແລະນອນເທິງທີ່ນັ່ງທີ່ນອນອັນສູງໃຫຍ່ ເວັ້ນຂາດຈາກການນັ່ງແລະນອນເທິງທີ່ນັ່ງທີ່ນອນອັນສູງໃຫຍ່ ສໍາເລັດການນອນເທິງທີ່ນອນອັນຕ່ຳ ຕະຫຼອດຄືນໜຶ່ງກັບວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດກໍຈະເປັນອັນວ່າເຮົາເຂົ້າຖືແລ້ວ.
ວິສາຂາ ! ອະຣິຢະອຸໂປສະຖະເປັນເຊັ່ນນີ້ແລ ອະຣິຢະອຸໂປສະຖະ ອັນບຸກຄົນເຂົ້າຖືແລ້ວເຊັ່ນນີ້ແລ ຍ່ອມມີຜົນຫຼາຍ ມີອານິສົງສ໌ຫຼາຍ ມີຄວາມຮຸ່ງເຮືອງຫຼາຍ ມີຄວາມແຜ່ໄພສານຫຼາຍ.
ອະຣິຍະອຸໂປສະຖະມີຜົນຫຼາຍສໍ່າໃດ ? ມີອານິສົງສ໌ຫຼາຍປານໃດ ? ມີຄວາມຮຸ່ງເຮືອງຫຼາຍປານໃດ ? ມີຄວາມແຜ່ໄພສານຫຼາຍປານໃດ ?
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ປຽບເໝືອນຜູ້ໃດຍ່ອມຄອງຣາຊ ເປັນອິສຣາທິ ບໍດີແຫ່ງຊົນນະບົດໃຫຍ່ ໑໖ ແຄວ້ນເຫຼົ່ານີ້ ອັນສົມບູນດ້ວຍ ຣັຕຕະນະ ໗ ປະການ ຄື ອັງຄະ ມະຄະດະ ກາສີ ໂກສະລະ ວັຊຊີ ມັນລະ ເຈຕີ ວັງສະ ກຸຣຸ ປັນຈາລະ ມັຈສະ ສຸຣະເສນະ ອັສສະກະ ອະວັນຕີ ຄັນດາຣະ ກັມໂພຊະ ການຄອງຣາຊຂອງຜູ້ນັ້ນຍັງບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສະຖະທີ່ປະກອບດ້ວຍອົງ ໘ ຂໍ້ນັ້ນເພາະເຫດໃດ ? ເພາະຣາຊະສົມບັດເປັນຂອງມະນຸດ ເມື່ອນໍາເຂົ້າໄປປຽບທຽບກັບສຸຂທີ່ເປັນທິບເປັນຂອງເລັກນ້ອຍ.
ວິສາຂາ ! ໕໐ ປີ ອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາຊັ້ນຈາຕຸມະຫາຣາຊິກາ ໂດຍຣາຕຣີນັ້ນ ໓໐ ຣາຕຣີເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໕໐໐ ປີອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນຈາຕຸມະຫາຣາຊິກາ. (ປະມານ ໙,໐໐໐,໐໐໐ ປີມະນຸດ)
ວິສາຂາ ! ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ສະຕຣີຫຼືບຸຣຸດບາງຄົນໃນໂລກນີ້ ເຂົ້າຖືອຸໂປສົດອັນປະກອບດ້ວຍອົງ ໘ ແລ້ວ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຈາຕຸມະຫາຣາຊິກາ
ວິສາຂາ ! ເຮົາໝາຍເອົາຄວາມຂໍ້ນີ້ແລ ຈຶ່ງກ່າວວ່າຣາຊະສົມບັດທີ່ເປັນຂອງມະນຸດ ເມື່ອຈະນໍາເຂົ້າໄປປຽບທຽບກັບສຸຂອັນເປັນທິບ ເປັນຂອງເລັກນ້ອຍ.
ເປີດທັມທີ່ຖືກປົກປິດ : ພົບພູມ
ວິສາຂາ ! ໑໐໐ ປີອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາຊັ້ນດາວະດຶງ ໂດຍຣາຕຣີນັ້ນ ໓໐ ຣາຕຣີເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໑໐໐໐ ປີອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນດາວະດຶງ... . (ປະມານ ໓໖,໐໐໐,໐໐໐ ປີມະນຸດ)
ວິສາຂາ ! ໒໐໐ ປີອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາຊັ້ນຍາມາ ໂດຍຣາຕຣີນັ້ນ ໓໐ ຣາຕຣີເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໒,໐໐໐ ປີອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນຍາມາ... . (ປະມານ ໑໔໔,໐໐໐,໐໐໐ ປີມະນຸດ)
ວິສາຂາ ! ໔໐໐ ປີອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາຊັ້ນດຸສິຕ ໂດຍຣາຕຣີນັ້ນ ໓໐ ຣາຕຣີເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໔,໐໐໐ ປີອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນດຸສິຕ... . (໕໗໖,໐໐໐,໐໐໐ ປີມະນຸດ)
ວິສາຂາ ! ໘໐໐ ປີອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາຊັ້ນນິມມານໍຣະດີ ໂດຍຣາຕຣີນັ້ນ ໓໐ ຣາຕຣີ ເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໘,໐໐໐ ປີອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນນິມມານໍຣະດີ... . (ປະມານ ໒,໓໐໔,໐໐໐,໐໐໐ ປີມະນຸດ)
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ໑,໖໐໐ ປີອັນເປັນຂອງມະນຸດ ເປັນຄືນໜຶ່ງກັບມື້ໜຶ່ງຂອງເທວະດາ ຊັ້ນປະຣະນິມມິຕະວະສະວັຕຕີ ໂດຍຣາຕຣີນັ້ນ ໓໐ ຣາຕຣີ ເປັນໜຶ່ງເດືອນ ໂດຍເດືອນນັ້ນ ໑໒ ເດືອນເປັນໜຶ່ງປີ ໂດຍປີນັ້ນ ໑,໖໐໐ ປີ ອັນເປັນທິບ ເປັນປະມານອາຍຸຂອງເທວະດາຊັ້ນປະຣະນິມມິຕະວະສະວັຕຕີ. (ປະມານ ໙,໒໑໖,໐໐໐,໐໐໐ ປີມະນຸດ)








