ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(໒) ພຣະອໍຣະຫັນຕ໌ທັງຫຼາຍ ຢຸດການລັກຊັບ ເວັ້ນຂາດຈາກການລັກຊັບ ຮັບແຕ່ຂອງທີ່ເຂົາໃຫ້ ຕ້ອງການແຕ່ຂອງທີ່ເຂົາໃຫ້ ບໍ່ປະພຶດຕົນເປັນຄົນຂີ້ລັກ ເປັນຜູ້ສະອາດຢູ່ຈົນຕະຫຼອດ ຊີວິດ ແມ່ນວ່າເຮົາກໍຢຸດການລັກຊັບ ເວັ້ນຂາດຈາກການລັກຊັບ ຮັບແຕ່ຂອງທີ່ເຂົາໃຫ້ ຕ້ອງການແຕ່ຂອງທີ່ເຂົາໃຫ້ ບໍ່ປະພຶດຕົນເປັນຄົນຂີ້ລັກ ເປັນຜູ້ສະອາດຢູ່ ຕະຫຼອດຄືນໜຶ່ງກັບວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດ ກໍຈະເປັນອັນເຮົາເຂົ້າຖືແລ້ວ.

ເປີດທັມທີ່ຖືກປົກປິດ : ພົບພູມ

(໓) ພຣະອໍຣະຫັນຕ໌ທັງຫຼາຍ ຢຸດກັມເປັນຂ້າເສິກແກ່ພຣົມມະຈັນ ປະພຶດພຣົມມະຈັນ ປະພຶດຫ່າງໄກ ເວັ້ນຂາດຈາກເມຖຸນອັນເປັນກິດຂອງຊາວບ້ານຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍໄດ້ຢຸດກັມເປັນຂ້າເສິກແກ່ພຣົມມະຈັນ ປະພຶດພຣົມມະຈັນ ປະພຶດຫ່າງໄກ ເວັ້ນຂາດຈາກເມຖຸນອັນເປັນກິດຂອງຊາວບ້ານ ຕະຫຼອດຄືນໜຶ່ງກັບວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດ ກໍຈະເປັນອັນເຮົາເຂົ້າຖືແລ້ວ.

(໔) ພຣະອໍຣະຫັນທັງຫຼາຍ ຢຸດການເວົ້າບໍ່ຈິງ ເວັ້ນຂາດຈາກການເວົ້າບໍ່ຈິງ ເວົ້າແຕ່ຄໍາຈິງ ໝັ້ນຄົງໃນຄໍາເວົ້າ ເວົ້າເປັນຫຼັກຖານ ຄວນເຊື່ອຖືໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ ຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍໄດ້ຢຸດການເວົ້າບໍ່ຈິງ ເວັ້ນຂາດຈາກການເວົ້າບໍ່ຈິງ ເວົ້າແຕ່ຄຳຈິງ ໝັ້ນຄົງໃນຄຳເວົ້າ ເວົ້າເປັນຫຼັກຖານ ຄວນເຊື່ອຖືໄດ້ ບໍ່ເວົ້າແກ້ງກ່າວໃຫ້ຜິດຕໍ່ໂລກ ຕະຫຼອດຄືນໜຶ່ງກັນວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດກໍຈະເປັນອັນເຮົາເຂົ້າຖືແລ້ວ.

(໕) ພຣະອໍຣະຫັນຕ໌ທັງຫຼາຍ ຢຸດການດື່ມນໍ້າເມົາ ຄື ສຸຣາ ແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເວັ້ນຂາດຈາກການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ

ພຸດທະວະຈະນະ - ໝວດທັມ

ຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍຢຸດການດື່ມນໍ້າເມົາ ຄື ສຸຣາ ແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເວັ້ນຂາດຈາກການດື່ມນໍ້າເມົາຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ຕະຫຼອດຄືນໜຶ່ງກັບວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດ ກໍເປັນອັນເຮົາເຂົ້າຖືແລ້ວ.

(໖) ພຣະອໍຣະຫັນຕ໌ທັງຫຼາຍ ເປັນຜູ້ສັນອາຫານວັນໜຶ່ງພຽງຄັ້ງດຽວ ເວັ້ນຈາກການສັນໃນຣາຕຣີ ແລະວິກາລຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍເປັນຜູ້ບໍລິໂພກອາຫານວັນໜຶ່ງພຽງຄັ້ງດຽວ ເວັ້ນຈາກການບໍລິໂພກໃນຣາຕຣີແລະວິກາລຕະຫຼອດຄືນໜຶ່ງກັບວັນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມ ພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດກໍເປັນອັນເຮົາເຂົ້າຖືແລ້ວ.

(໗) ພຣະອໍຣະຫັນຕ໌ທັງຫຼາຍ ເວັ້ນຂາດຈາກການຟ້ອນລໍາ ຂັບຮ້ອງ ການດົນຕຣີ ແລະການເບິ່ງການຫຼິ້ນອັນເປັນຂ້າເສິກຕໍ່ກຸສົລ ເວັ້ນຂາດຈາກການຈັດຊົງສວມໃສ່ແລະການຕົກແຕ່ງກາຍ ດ້ວຍດອກໄມ້ຂອງຫອມ ດ້ວຍເຄື່ອງບໍາລຸງຜິວ ອັນເປັນຖານະແຫ່ງການແຕ່ງໂຕຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍເວັ້ນຂາດຈາກການຟ້ອນລໍາ ຂັບຮ້ອງ ການດົນຕຣີ ແລະການເບິ່ງການຫຼິ້ນອັນເປັນຂ້າເສິກຕໍ່ກຸສົລ ເວັ້ນຂາດຈາກການຈັດຊົງສວມໃສ່

ເປີດທັມທີ່ຖືກປົກປິດ : ພົບພູມ

ຕົກແຕ່ງຮ່າງກາຍດ້ວຍດອກໄມ້ຂອງຫອມ ດ້ວຍເຄື່ອງບໍາລຸງຜິວ ອັນເປັນຖານະແຫ່ງການແຕ່ງໂຕ ຕະຫຼອດວັນໜຶ່ງກັບຄືນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດກໍຈະເປັນອັນເຮົາເຂົ້າຖືແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ