ພົບພູມ
ໜ້າ/ 140
ວິສາຂາ ! ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ສະຕຣີຫຼືບຸຣຸດບາງຄົນໃນໂລກນີ້ ເຂົ້າຖືອຸໂປສະຖະ ອັນປະກອບດ້ວຍອົງ ໘ແລ້ວ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ຊັ້ນປະຣະນິມມິຕະວະສະວັຕຕີ.
ວິສາຂາ ! ເຮົາໝາຍເອົາຄວາມຂໍ້ນີ້ແລ ຈຶ່ງກ່າວວ່າ ຣາຊະສົມບັດອັນເປັນຂອງມະນຸດ ເມື່ອເຂົ້າໄປປຽບທຽບກັບສຸຂອັນເປັນທິບ ຈຶ່ງເປັນຂອງເລັກນ້ອຍ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ ໗໖
- ບາລີ ຂັນທ. ສັງ. ໑໗/໓໐໙/໕໓໖.
ພິກຂຸທັງຫຼາຍ ! ເຮົາຈະສະແດງພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ (ຄັນດັບພະກາຢິກາ ເທວາ) ແກ່ເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.
ພິກຂຸທັງຫຼາຍ ! ພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນເປັນແນວໃດໜໍ ?
ພວກເທວະດາຊຶ່ງອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຮາກກໍມີ (ມູລະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ແກນກໍມີ (ສາຣະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ມອກກໍມີ (ເຜກຄຸຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ເປືອກກໍມີ (ຕະຈະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ສະເກັດກໍມີ (ປະປະຕິກະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ໃບກໍມີ (ປັຕຕະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ດອກກໍມີ (ປຸບຜະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ໝາກກໍມີ (ຜະລະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຣົສກໍມີ (ຣະສະຄັນດະ ອະດິວັຕຖະ)
ອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ກິ່ນກໍມີ (ຄັນດະຄັນດະ ອະດິວັຕຖະ)
ພິກຂຸທັງຫຼາຍ ! ພວກນີ້ເຮົາເອີ້ນວ່າ ພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍຂອງ
ເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ (ນັຍທີ ໑) ໗໗
- ບາລີ ຂັນທ. ສັງ. ໑໗/໓໐໙/໕໓໗.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ປະພຶດສຸຈະຣິຕດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ ມີອາຍຸຍືນ ມີວັນນະ ປ່ຽມໄປດ້ວຍສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ :-
“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ” ຄັນຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ.
ພິກຂຸທັງຫຼາຍ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍ ໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ.
(ໃນສູຕຕິດໄປ ໄດ້ຕຣັດເຖິງການສ້າງເຫດແບບດຽວກັນ ແຕ່ວ່າແຍກລາຍລະອຽດໄປໃນແຕ່ລະປະເພດຂອງເທວະດາເຫຼົ່ານີ້)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍຂອງ
ເທວະດາຊຶ່ງນັບເນື່ອງໃນໝູ່ຄົນທັນ (ນັຍທີ ໒) ໗໘
- ບາລີ ຂັນທ. ສັງ. ໑໗/໓໑໒-໓໑໓/໕໔໐-໕໔໑.
ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ປະພຶດສຸຈະຣິຕດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກເທວະດາຊຶ່ງອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຮາກ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ :-
“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ຊຶ່ງອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຮາກ”
ເຂົາຈຶ່ງໃຫ້ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ເຄື່ອງເຕີມປະທີບ ຄັນຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາຊຶ່ງອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຮາກ.
ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍ ໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາ ຊຶ່ງອາໄສຢູ່ທີ່ຕົ້ນໄມ້ມີກິ່ນທີ່ຮາກ.
ເປີດທັມທີ່ຖືກປົກປິດ : ພົບພູມ








