ພົບພູມ
ໜ້າ/ 140
ອານິສົງການຮັກສາອຸໂປສົດ ໗໕
- ບາລີ ເອກ. ອັງ. ໒໐/໒໖໓/໕໑໐.
ວິສາຂາ ! ອຸໂປສະຖະ໑ ມີ ໓ ຢ່າງ.
໓ ຢ່າງ ເປັນແນວໃດໜໍ ? ຄື :-
(໑) ໂຄປາລະກະອຸໂປສະຖະ
(໒) ນິຄັນຖະອຸໂປສະຖະ
(໓) ອະຣິຍະອຸໂປສະຖະ
ວິສາຂາ ! ກໍໂຄປາລະກະອຸໂປສົດ ເປັນແນວໃດ ?
ວິສາຂາ ! ປຽບເໝືອນຄົນລ້ຽງງົວ ເວລາແລງມອບຝູງງົວໃຫ້ແກ່ເຈົ້າຂອງແລ້ວ ພິຈາຣະນາດັ່ງນີ້ວ່າ “ມື້ນີ້ງົວທ່ຽວໄປໃນປະເທດນັ້ນໆ ກິນນໍ້າໃນປະເທດນັ້ນໆ ມື້ອື່ນງົວຈະທ່ຽວໄປປະເທດນັ້ນໆ ຈະກິນນ້ຳໃນປະເທດນັ້ນໆ” ແມ່ນນີ້ເຊັ່ນໃດ.
ວິສາຂາ ! ເຊັ່ນນັ້ນເໝືອນກັນ ຄົນຮັກສາອຸໂປສົດບາງຄົນໃນໂລກນີ້ ພິຈາຣະນາດັ່ງນີ້ວ່າ “ມື້ນີ້ເຮົາຄ້ຽວຂອງຄ້ຽວຊະນິດນີ້ໆ ກິນຂອງກິນຊະນິດນີ້ໆ ມື້ອື່ນເຮົາຈະຄ້ຽວຂອງຄ້ຽວຊະນິດນີ້ໆ ຈະກິນຂອງກິນຊະນິດນີ້ໆ ເຂົາມີໃຈປະກອບດ້ວຍຄວາມໂລບ ຢາກໄດ້ຂອງເຂົາ ປ່ອຍວັນໃຫ້ລ່ວງລັບໄປດ້ວຍຄວາມໂລບນັ້ນ”.
໑. ອຸໂປສະຖະ = ຮູບແບບໜຶ່ງຂອງການປະພຶດພຣົມມະຈັນ.
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ໂຄປາລະກະອຸໂປສະຖະເປັນເຊັ່ນນີ້ແລ.
ວິສາຂາ ! ໂຄປາລະກະອຸໂປສະຖະ ທີ່ບຸກຄົນເຂົ້າຖືແລ້ວເຊັ່ນນີ້ແລ ບໍ່ມີຜົນຫຼາຍ ບໍ່ມີອານິສົງສ໌ຫຼາຍ ບໍ່ຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ.
ວິສາຂາ ! ກໍ ນິຄັນຖະອຸໂປສະຖະ ເປັນແນວໃດ ?
ວິສາຂາ ! ມີສະມະນະນິກາຍໜຶ່ງ ມີນາມວ່າ ນິຄັນຖະ ນິຄັນຖະເຫຼົ່ານັ້ນຊັກຊວນສາວົກດັ່ງນີ້ວ່າ “ມາເຖີ້ນພໍ່ເຈົ້າ ທ່ານຈົ່ງວາງທ່ອນໄມ້ໃນໝູ່ສັຕທີ່ຢູ່ທາງທິດບູລະພາ ໃນທີ່ກາຍຮ້ອຍໂຍຊນ໌ໄປ ຈົ່ງວາງທ່ອນໄມ້ໃນໝູ່ສັຕທີ່ຢູ່ທາງທິດປັດຈິມໃນທີ່ກາຍຮ້ອຍໂຍຊນ໌ໄປ ຈົ່ງວາງທ່ອນໄມ້ໃນໝູ່ສັຕທີ່ຢູ່ທາງທິດອຸດອນໃນທີ່ກາຍຮ້ອຍໂຍຊນ໌ໄປ ຈົ່ງວາງທ່ອນໄມ້ໃນໝູ່ສັຕທີ່ຢູ່ທາງທິດທັກຂິນໃນທີ່ກາຍຮ້ອຍໂຍຊນ໌ໄປ” ນິຄັນຖະເຫຼົ່ານັ້ນຊັກຊວນເພື່ອເອັນດູກະຣຸນາສັຕບາງເຫຼົ່າ ບໍ່ຊັກຊວນເພື່ອເອັນດູ ກະຣຸນາສັຕບາງເຫຼົ່າ ດ້ວຍປະການສະນີ້ ນິຄັນຖະເຫຼົ່ານັ້ນຊັກຊວນສາວົກໃນອຸໂປສົດເຊັ່ນນັ້ນ ດັ່ງນີ້ວ່າ “ມາເຖີ້ນພໍ່ເຈົ້າ ທ່ານຈົ່ງຖິ້ມຜ້າເສຍທຸກເຍື່ອງ” ແລ້ວເວົ້າດັ່ງນີ້ວ່າ “ເຮົາບໍ່ເປັນທີ່ກັງວົນຂອງໃຜໆ ໃນບ່ອນໃດໆ ແລະໂຕເຮົາກໍບໍ່ມີຄວາມກັງວົນໃນບຸກຄົນແລະສິ່ງຂອງໃດໆ ໃນບ່ອນໃດໆ” ດັ່ງນີ້ ແຕ່ວ່າມານດາແລະບິດາຂອງເຂົາຮູ້ຢູ່ວ່າ ຜູ້ນີ້ເປັນບຸຕຂອງເຮົາ
ເປີດທັມທີ່ຖືກປົກປິດ : ພົບພູມ
ແມ່ນວ່າເຂົາກໍຮູ້ວ່າ ທ່ານເຫຼົ່ານີ້ເປັນມານດາບິດາຂອງເຮົາ ອັນໜຶ່ງບຸຕແລະພັນຣະຍາຂອງເຂົາກໍຮູ້ຢູ່ວ່າ ຜູ້ນີ້ເປັນບິດາແລະສາມີຂອງເຮົາ ແມ່ນວ່າເຂົາກໍຮູ້ຢູ່ວ່າ ຜູ້ນີ້ເປັນບຸຕພັນຣະຍາຂອງເຮົາ ພວກທາສແລະຄົນງານຂອງເຂົາກໍຮູ້ວ່າ ທ່ານຜູ້ນີ້ເປັນນາຍຂອງເຮົາ ເຖິງໂຕເຂົາກໍຮູ້ວ່າ ຄົນເຫຼົ່ານີ້ເປັນທາສແລະຄົນງານຂອງເຮົາ ເຂົາຊັກຊວນໃນການເວົ້າບໍ່ຈິງ ໃນສະໄໝທີ່ຄວນຊັກຊວນໃນຄໍາສັດດ້ວຍປະການສະນີ້ ເຮົາກ່າວເຖິງກັມຂອງຜູ້ນັ້ນເພາະມຸສາວາດ ພໍຜ່ານລ້ຳຣາຕຣີນັ້ນໄປ ເຂົາຍ່ອມບໍລິໂພກໂພຄະເຫຼົ່ານັ້ນ ທີ່ເຈົ້າຂອງບໍ່ໄດ້ໃຫ້ ເຮົາກ່າວເຖິງກັມຂອງຜູ້ນັ້ນເພາະອະທິນນາທານ.
ວິສາຂາ ! ນິຄັນຖະອຸໂປສະຖະເປັນເຊັ່ນນີ້ແລ.
ວິສາຂາ ! ນິຄັນຖະອຸໂປສະຖະ ທີ່ບຸກຄົນເຂົ້າຖືແລ້ວເຊັ່ນນີ້ ບໍ່ມີຜົນຫຼາຍ ບໍ່ມີອານິສົງສ໌ຫຼາຍ ບໍ່ຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ.
ວິສາຂາ ! ກໍ ອະຣິຢະອຸໂປສະຖະ ເປັນແນວໃດ ?
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ກໍຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນແນວໃດ ?
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມລະນຶກເຖິງ ຕະຖາຄົຕວ່າ ແມ່ນເພາະເຫດນີ້ໆ ພຣະຜູ້ມີພຣະພາກພຣະອົງນັ້ນເປັນພຣະອໍຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປດີແລ້ວ ທົງຮູ້ແຈ້ງໂລກ ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸດທັງຫຼາຍ ທົງເບີກບານແລ້ວ ເປັນຜູ້ຈໍາແນກທັມ ເມື່ອເຂົາໝັ່ນລະນຶກເຖິງຕະຖາຄົຕຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.








