ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດທົງປະກອບດ້ວຍຄວາມສໍາເລັດຜົນຂໍ້ທີ ໓ ດັ່ງນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

(໔) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມທົງເປັນທີ່ຮັກໄຄ່ພໍໃຈ ຂອງພຣາມແລະຄະຫະບໍດີປານວ່າບິດາເປັນທີ່ຮັກໄຄ່ພໍໃຈຂອງບຸຕດັ່ງນັ້ນ ພຣາມແລະຄະຫະບໍດີ ກໍເປັນທີ່ທົງຊື່ນຊົມ ພໍພຣະຣາຊະຫະລືໄທຂອງພຣະເຈົ້າຈັກກະພັດ ສໍ່າວ່າບຸຕເປັນທີ່ຮັກໄຄ່ພໍໃຈຂອງບິດາສະນັ້ນ.

ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັດພ້ອມດ້ວຍຈະຕຸຣົງຄິນີເສນາ ອອກຢ້ຽມຊົມພຣະຣາຊະອຸທະຍານ ທັນໃດນັ້ນ ພຣາມແລະຄະຫະບໍດີເຂົ້າໄປເຝົ້າພຣະອົງຄ໌ ແລ້ວຂາບທູນດັ່ງນີ້ວ່າ :-

“ຂໍໂອກາດ ! ຂໍພຣະອົງຄ໌ຢ່າຮີບຮ້ອນ ຈົ່ງສະເດັດໂດຍອາການທີ່ພວກຂ້ານ້ອຍໄດ້ຊົມພຣະປາຣະມີດົນໆ ແດ່ເຖີ້ນ”

ແມ່ນວ່າພຣະເຈົ້າຈັກກະພັດກໍທົງສັ່ງສາຣະຖີວ່າ :-

“ສາຣະຖີ ທ່ານຢ່າຟ້າວຮີບຮ້ອນ ຈົ່ງຂັບໄປໂດຍອາການທີ່ເຮົາໄດ້ຊົມບັນດາພຣາມແລະຄະຫະບໍດີດົນໆ ເຖີ້ນ”

ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດ ທົງປະກອບດ້ວຍຄວາມສໍາເລັດຜົນຂໍ້ທີ ໔ ດັ່ງນີ້.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດໜໍ ? ພຣະເຈົ້າຈັກກະພັດທົງປະກອບດ້ວຍແກ້ວ ໗ ປະການ ແລະຄວາມສໍາເລັດຜົນ ໔ ຢ່າງ ດັ່ງນີ້ ຍ່ອມສະເຫວີຍສຸຂໂສມະນັສ ອັນມີສິ່ງປະກອບນັ້ນ ເປັນເຫດແດ່ບໍ່ໜໍ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ? ພຣະເຈົ້າຈັກກະພັດ ທົງປະກອບດ້ວຍແກ້ວແມ່ນແຕ່ປະການໜຶ່ງໆ ກໍທົງສະເຫວີຍສຸຂໂສມະນັສ ອັນມີແກ້ວປະການນັ້ນເປັນເຫດໄດ້ ຈະເມື່ອຍກ່າວໄປຫຍັງເຖິງແກ້ວທັງ ໗ ປະການ ແລະຄວາມສໍາເລັດຜົນທັງ ໔ ຢ່າງ.

ຄັ້ງນັ້ນແລ ພຣະຜູ້ມີພຣະພາກທົງຢິບແຜ່ນຫີນແປໆ ຂະໜາດສໍ່າຝ່າມື ແລ້ວຕຣັດຖາມພິກຂຸທັງຫຼາຍວ່າ :-

ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດໜໍ ແຜ່ນຫີນແປໆ ຂະໜາດເທົ່າຝ່າມື ທີ່ເຮົາຖືນີ້ ກັບພູເຂົາໃຫຍ່ຫິມະພານ ຝ່າຍໃດໜໍແລ ຫຼາຍກວ່າກັນ ?

ຂ້າແຕ່ພຣະອົງຜູ້ຈະເຣີນ ! ແຜ່ນຫີນແປໆ ຂະໜາດເທົ່າຝາມືທີ່ທົງຖືນີ້ ມີປະມານໜ້ອຍກວ່າ ປຽບທຽບພູເຂົາໃຫຍ່ຫິມະພານແລ້ວ ຍ່ອມບໍ່ເຖິງແມ່ນແຕ່ການນັບ ຍ່ອມບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງແມ່ນແຕ່ການທຽບໄດ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ພຣະເຈົ້າຈັກກະພັດນີ້ ທົງປະກອບດ້ວຍແກ້ວ ໗ ປະການແລະຄວາມສໍາເລັດຜົນ ໔ ຢ່າງ ຍ່ອມທົງສະເຫວີຍສຸຂໂສມະນັດສະ ອັນມີສິ່ງເຫຼົ່ານັ້ນເປັນເຫດໄດ້ ສຸຂໂສມະນັດສະນັ້ນ ປຽບທຽບກັບສຸຂອັນເປັນທິບແລ້ວ ຍ່ອມບໍ່ເຖິງແມ່ນແຕ່ການນັບ ຍ່ອມບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງແມ່ນການທຽບກັນໄດ້.

ພິກຂຸທັງຫຼາຍ ! ບັນດິຕນັ້ນໆແລ ຖ້າມາສູ່ຄວາມເປັນມະນຸດໃນບາງຄັ້ງບາງຍາມ ບໍ່ວ່າກາລະໃດໆ ໂດຍລ່ວງລ້ຳໄລຍະກາລຍາວນານ ກໍຍ່ອມເກີດໃນຕະກູນສູງ ຄື ຕະກູນຂັຕຕິຍະມະຫາສານ ຫຼືຕະກູນພຣາມມະຫາສານ ຫຼືຕະກູນຄະຫະບໍດີມະຫາສານ ເຫັນປານນັ້ນ ອັນເປັນຕະກູນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນ ອຸປະກອນເຄື່ອງພູມໃຈ ແລະຊັບ ທັນຍາຫານຢ່າງພຽງພໍ ແລະເຂົາຈະເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຄວາມງາມແຫ່ງຜິວພັນຢ່າງຍິ່ງ ມີປົກກະຕິໄດ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ເຂົາຈະປະພຶດກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຄັນແລ້ວເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ເໝືອນນັກເລງການພະນັນ ເພາະຍາດເອົາໄຊຊະນະໄດ້ປະການດຽວເທົ່ານັ້ນ ຈຶ່ງບັນລຸໂພຄະສົມບັດມາກຫຼາຍ ການຫວັງເອົາໄຊຊະນະຂອງນັກເລງການພະນັນ ທີ່ບັນລຸໂພຄະຊັບມາກຫຼາຍໄດ້ນັ້ນແລ ພຽງເລັກນ້ອຍ

ທີ່ແທ້ແລ ການຍາດເອົາໄຊຊະນະຍິ່ງໃຫຍ່ກວ່ານັ້ນ ຄື ການຍາດເອົາໄຊຊະນະທີ່ບັນດິຕນັ້ນ ປະພຶດກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ແລ້ວຕາຍໄປ ເຂົ້າເຖິງສຸຄະຕິໂລກສະຫວັນ ນັ້ນເອງ.

ພິກຂຸທັງຫຼາຍ !

ນີ້ພູມຂອງບັນດດິຕຄົບຖ້ວນບໍລິິບູນ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ