ພົບພູມ
ໜ້າ/ 140
ວິສາຂາ ! ປຽບເໝືອນຫົວທີ່ເປື້ອນຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນ ກໍຫົວທີ່ເປື້ອນຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນແນວໃດ ? ຈະເຮັດໃຫ້ສະອາດໄດ້ເພາະອາໄສຂີ້ຕະກັນ ດິນໜຽວ ນໍ້າແລະຄວາມພະຍາຍາມອັນເກີດແຕ່ເຫດນັ້ນຂອງບຸກຄົນ.
ວິສາຂາ ! ຫົວທີ່ເປື້ອນຍ່ອມເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນດັ່ງນີ້ແລ ເຊັ່ນໃດ ຈິຕທີ່ເສົ້າໝອງຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນເຊັ່ນນັ້ນເໝືອນກັນ.
ວິສາຂາ ! ອະຣິຍະສາວົກນີ້ເອີ້ນວ່າ ເຂົ້າຖືພຣົມມະອຸໂປສະຖະ ຢູ່ຮ່ວມກັບພຣົມ ແລະມີຈິຕຜ່ອງໃສ ເພາະຜາຣົບພຣົມເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນເຊັ່ນນີ້ແລ.
ເປີດທັມທີ່ຖືກປົກປິດ : ພົບພູມ
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ກໍຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນແນວໃດ ?
ວິສາຂາ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມລະນຶກເຖິງທັມວ່າ ພຣະທັມອັນພຣະຜູ້ມີພຣະພາກເຈົ້າຕຣັດດີແລ້ວ ອັນບຸກຄົນຜູ້ບັນລຸຍ່ອມເຫັນເອງ ບໍ່ປະກອບດ້ວຍກາລະ ຄວນເອີ້ນໃຫ້ມາເບິ່ງ ຄວນນ້ອມເຂົ້າມາ ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ເມື່ອເຂົາລະນຶກເຖິງທັມຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ປຽບເໝືອນກາຍທີ່ເປື້ອນຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນ ກໍກາຍທີ່ເປື້ອນ ຍ່ອມເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນແນວໃດ ? ຈະເຮັດໃຫ້ສະອາດໄດ້ ເພາະອາໄສເຊືອກຈຸຣະນະ ສໍາລັບອາບນໍ້າ ແລະຄວາມພະຍາຍາມອັນເກີດແຕ່ເຫດນັ້ນຂອງບຸກຄົນ.
ວິສາຂາ ! ກາຍທີ່ເປື້ອນ ຍ່ອມເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນດັ່ງນີ້ແລ ເຊັ່ນໃດ ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ເຊັ່ນນັ້ນເໝືອນກັນ.
ວິສາຂາ ! ອະຣິຍະສາວົກນີ້ເອີ້ນວ່າ ເຂົ້າຖືທັມມະອຸໂປສະຖະ ຢູ່ຮ່ວມກັບທັມ ແລະມີຈິຕຜ່ອງໃສ ເພາະຜາຣົບທັມ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນເຊັ່ນນີ້ແລ.
ວິສາຂາ ! ຈິຕທີ່ເສົ້າໝອງ ຈະເຮັດໃຫ້ຈິຕຜ່ອງໃສໄດ້ດ້ວຍຄວາມພຽນ ກໍຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນແນວໃດ ?
ວິສາຂາ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມລະນຶກເຖິງ ພຣະສົງຄ໌ວ່າ ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ປະຕິບັດດີແລ້ວ ເປັນຜູ້ປະຕິບັດຕົງແລ້ວ ເປັນຜູ້ປະຕິບັດທັມ ເປັນຜູ້ປະຕິບັດສົມຄວນ ນີ້ຄືຄູ່ແຫ່ງບຸຣຸດ ໔ ຄູ່ ນັບຮຽງໂຕໄດ້ ໘ ບຸຣຸດ ນີ້ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ຄວນແກ່ສັກກາຣະ ເປັນຜູ້ຄວນແກ່ຂອງຕ້ອນຮັບ ເປັນຜູ້ຄວນແກ່ຂອງທໍາບຸນ ເປັນຜູ້ຄວນທໍາອັນຊະລີ ເປັນນາບຸນຂອງໂລກບໍ່ມີນາບຸນອື່ນຍິ່ງກວ່າ ເມື່ອເຂົາໝັ່ນລະນຶກເຖິງພຣະສົງຄ໌ຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ປຽບເໝືອນຜ້າທີ່ເປືອນ ຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນ ກໍຜ້າທີ່ເປື້ອນຈະເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນແນວໃດ ? ຈະເຮັດໃຫ້ສະອາດໄດ້ ເພາະອາໄສເກືອ ນ້ຳດ່າງ ຂີ້ງົວ ນໍ້າແລະຄວາມພະຍາຍາມອັນເກີດແຕ່ເຫດນັ້ນຂອງບຸກຄົນ.
ເປີດທັມທີ່ຖືກປົກປິດ : ພົບພູມ
ວິສາຂາ ! ຜ້າທີ່ເປື້ອນ ຍ່ອມເຮັດໃຫ້ສະອາດໄດ້ດ້ວຍຄວາມພຽນດັ່ງນີ້ແລ ເຊັ່ນໃດ ຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ເຊັ່ນນັ້ນເໝືອນກັນ.
ວິສາຂາ ! ອະຣິຍະສາວົກນີ້ເອີ້ນວ່າ ເຂົ້າຖືສັງຄະອຸໂປສະຖະ ຢູ່ຮ່ວມກັບສົງຄ໌ ແລະມີຈິຕຜ່ອງໃສ ເພາະຜາຣົບສົງຄ໌ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນເຊັ່ນນີ້ແລ.
ວິສາຂາ ! ຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ກໍຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນແນວໃດ ?








