ພົບພູມ

ໜ້າ/ 140

ອານົນ ! ສັຕທັງຫຼາຍ ມີກາຍແບບດຽວກັນ ມີສັນຍາແນວດຽວກັນ ມີຢູ່ ໄດ້ແກ່ ພວກເທບສຸພະກິນຫະ ນີ້ຄື ວິນຍານຖິຕິ ທີ ໔.

ອານົນ ! ສັຕທັງຫຼາຍ ເພາະກ້າວຜ່ານເສຍໄດ້ຊຶ່ງ ຮູບສັນຍາ໑ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ໒ ເພາະບໍ່ໃສ່ໃຈນານັຕຕະສັນຍາ໓ ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ມີການເຮັດໃນໃຈວ່າ “ ອາກາດບໍ່ມີທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ ໕.

ອານົນ ! ສັຕທັງຫຼາຍ ເພາະກ້າວຜ່ານເສຍໄດ້ຊຶ່ງອາກາສາ ນັນຈາຢະຕະນະ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ວິນຍານັນຈາຢະຕະນະ ມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ ໖.

ອານົນ ! ສັຕທັງຫຼາຍ ເພາະຄວາມກ້າວຜ່ານເສຍໄດ້ຊຶ່ງວິນຍານັນຈາຢະຕະນະ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ອາກິນຈັນຍາຢະຕະນະ ມີການເຮັດໃນໃຈວ່າ “ອັນໃດໆ ບໍ່ມີ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານທິຕິ ທີ ໗.

໑. ຮູບສັນຍາ = ຄວາມໝາຍຮູ້ໃນຮູບ.

໒. ປະຕິຄະສັນຍາ = ຄວາມໝາຍຮູ້ອັນບໍ່ໜ້າຍິນດີໃນສ່ວນຮູບ.

໓. ນານັດຕະສັນຍາ = ຄວາມໝາຍຮູ້ອັນມີປະການຕ່າງໆ ໃນສ່ວນຮູບ.

ເປີດທັມທີ່ຖືກປົກປິດ : ພົບພູມ

ສ່ວນ ອາຢະຕະນະ ໒ ນີ້ ຄື :

ອະສັນຍີສັດຕາຢະຕະນະທີ ໑

ເນວະສັນຍານາສັນຍາຢະຕະນະທີ ໒

ອານົນ ! ໃນບັນດາວິນຍານຖິຕິ ໗ ແລະອາຢະຕະນະ ໒ (ລວມເປັນ ໙) ນັ້ນ ວິນຍານຖິຕິ ທີ ໑ ອັນໃດ ມີຢູ່ ຄື ສັຕທັງຫຼາຍ ມີກາຍຕ່າງກັນ ມີສັນຍາຕ່າງກັນ ໄດ້ແກ່ ມະນຸດທັງຫຼາຍ ເທວະດາບາງພວກ ແລະວິນິບາຕບາງພວກ.

ອານົນ ! ຜູ້ໃດຮູ້ແຈ້ງວິນຍານຖິຕິ ທີ ໑ ນັ້ນ ຮູ້ແຈ້ງການເກີດ (ສະມຸທັຍ) ແຫ່ງສິ່ງນັ້ນ ຮູ້ແຈ້ງຄວາມດັບ (ອັດຖັງຄະມະ) ແຫ່ງ ສິ່ງນັ້ນ ຮູ້ແຈ້ງສະເໜ່ (ອັດສາທະ) ແຫ່ງສິ່ງນັ້ນ ຮູ້ແຈ້ງໂທດ ຕໍ່າຊາມ (ອາທີນະວະ) ແຫ່ງສິ່ງນັ້ນ ແລະຮູ້ແຈ້ງອຸບາຍເປັນເຄື່ອງອອກໄປພົ້ນ (ນິດສະຣະນະ) ແຫ່ງສິ່ງນັ້ນ ດັ່ງນີ້ແລ້ວ ຄວນຫຼືໜໍທີ່ຜູ້ນັ້ນຈະເພີດເພີນຍິ່ງ ຊຶ່ງວິນຍານຖິຕິ ທີ ໑ ນັ້ນ ?

ຂໍ້ນັ້ນ ເປັນໄປບໍ່ໄດ້ ຂ້ານ້ອຍ.

(ໃນກໍລະນີແຫ່ງວິນຍານຖິຕິ ທີ ໒ ວິນຍານຖິຕິ ທີ ໓ ວິນຍານຖິຕິ ທີ ໔ ວິນຍານຖິຕິ ທີ ໕ ວິນຍານຖິຕິ ທີ ໖ ວິນຍານຖິຕິ ທີ ໗ ແລະອະສັນຍີສັດຕາຢະຕະນະທີ ໑ ຊຶ່ງມີລັກສະນະສະເພາະຢ່າງ ດັ່ງທີ່ກ່າວມາແລ້ວເບື້ອງເທິງ ກໍມີການອະທິບາຍ ຕຣັດຖາມ ແລະຊົງຕອບ ໂດຍຂໍ້ຄວາມແບບດຽວກັນກັບໃນກໍລະນີແຫ່ງວິນຍານຖິຕິ ທີ ໑ ນັ້ນ ທຸກປະການ ຕ່າງກັນແຕ່ຊື່ແຫ່ງສະພາບທັມນັ້ນໆ ເທົ່ານັ້ນ ສ່ວນເນວະສັນຍານາສັນຍາຢະຕະນະທີ ໒ ນັ້ນ ຈະໄດ້ອະທິບາຍດ້ວຍຂໍ້ຄວາມເຕັມອີກເທື່ອໜຶ່ງ ດັ່ງຕໍ່ໄປນີ້)

ພຸດທະວະຈະນະ - ໝວດທັມ

ອານົນ ! ໃນບັນດາວິນຍານຖິຕິ ໗ ແລະອາຢະຕະນະ ໒(ລວມເປັນ ໙) ນັ້ນ ເນວະສັນຍານາສັນຍາຢະຕະນະ (ຄວາມໝາຍຮູ້ວ່າມີກໍບໍ່ແມ່ນ ບໍ່ມີກໍບໍ່ແມ່ນ) ອັນໃດ ມີຢູ່.

ອານົນ ! ຜູ້ໃດຮູ້ແຈ້ງເນວະສັນຍານາສັນຍາຢະຕະນະນັ້ນ ຮູ້ແຈ້ງການເກີດແຫ່ງສິ່ງນັ້ນ ຮູ້ແຈ້ງການດັບແຫ່ງສິ່ງນັ້ນ ຮູ້ແຈ້ງສະເໜ່ແຫ່ງສິ່ງນັ້ນ ຮູ້ແຈ້ງໂທດອັນຕໍ່າຊາມແຫ່ງສິ່ງນັ້ນ ແລະຮູ້ແຈ້ງອຸບາຍເປັນເຄື່ອງອອກແຫ່ງສິ່ງນັ້ນ ດັ່ງນີ້ແລ້ວ ຄວນຫຼືໜໍທີ່ຜູ້ນັ້ນຈະເພີດເພີນຍິ່ງ ຊຶ່ງເນວະສັນຍານາສັນຍາຢະຕະນະນັ້ນ ?

ຂໍ້ນັ້ນ ເປັນໄປບໍ່ໄດ້ ຂ້ານ້ອຍ !

ອານົນ ! ເມື່ອໃດແລ ພິກຂຸຮູ້ແຈ້ງຕາມຄວາມເປັນຈິງການເກີດ ການດັບ ສະເໜ່ ໂທດອັັນຕໍ່າຊາມ ແລະອຸບາຍເປັນເຄື່ອງອອກແຫ່ງວິນຍານະຖິຕິ ໗ ເຫຼົ່ານີ້ ແລະແຫ່ງອາຢະຕະນະ ໒ ເຫຼົ່ານີ້ດ້ວຍແລ້ວ ເປັນຜູ້ຫຼຸດພົ້ນ ເພາະຄວາມບໍ່ຢຶດໝັ້ນ.

ອານົນ ! ພິກຂຸນີ້ເຮົາກ່າວວ່າ ຜູ້ເປັນປັນຍາວິມຸດຕິ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ບ່ອນຕັ້ງຢູ່ຂອງວິນຍານ (ນັຍທີ ໒) ໐໗

- ບາລີ ຂັນທ. ສັງ. ໑໗/໖໗-໖໘/໑໐໖-໑໐໗.

ພິກຂຸຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພັນພືດ ມີ ໕ ຢ່າງເຫຼົ່ານີ້.

໕ ຢ່າງ ແນວໃດໜໍ ? ໕ ຢ່າງຄື :

໑. ພືດຈາກເຫງົ້າຫຼືຮາກ (ມູລະພີຊະ)

໒. ພືດຈາກຕົ້ນ (ຂັນທະພີຊະ)

໓. ພືດຈາກຕາຫຼືໝາກ (ຜະລະພີຊະ)

໔. ພືດຈາກຍອດ (ອັກຄະພີຊະ)

໕. ພືດຈາກແກ່ນ (ພີຊະພີຊະ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ