ພົບພູມ

ໜ້າ/ 140

ເພາະຄວາມດັບບໍ່ເຫຼືອຂອງກິເລສ ມີສັນທະ ຣາຄະ ເປັນຕົ້ນ ເຫຼົ່ານັ້ນເອງ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມເກີດຂຶ້ນແຫ່ງພົບໃໝ່ ໐໕

- ບາລີ ນິທານ. ສັງ. ໑໖/໗໘/໑໔໕.

ພິກຂຸທັງຫຼາຍ !

ຖ້າບຸກຄົນຍ່ອມຄິດ (ເຈເຕຕິ) ເຖິງສິ່ງໃດຢູ່ ຍ່ອມດໍາຣິ (ປະກັບເປຕິ) ເຖິງສິ່ງໃດຢູ່ ແລະຍ່ອມມີຈິຕຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ສິ່ງນັ້ນຍ່ອມເປັນອາລົມ ເພື່ອການຕັ້ງຢູ່ແຫ່ງວິນຍານ ເມື່ອອາລົມມີຢູ່ ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເລີນງອກງາມແລ້ວ ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ຍ່ອມມີ ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ມີຢູ່ ຊາດຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີ ດ້ວຍອາການດັ່ງນີ້.

ພິກຂຸທັງຫຼາຍ !

ຖ້າບຸກຄົນຍ່ອມບໍ່ຄິດ (ໂນ ເຈເຕຕິ) ເຖິງສິ່ງໃດຢູ່ ຍ່ອມບໍ່ດໍາຣິ (ໂນ ປະກັບເປຕິ) ເຖິງສິ່ງໃດຢູ່ ແຕ່ເຂົາຍັງມີຈິຕຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ສິ່ງນັ້ນຍ່ອມເປັນອາລົມ ເພື່ອການຕັ້ງຢູ່ແຫ່ງວິນຍານ ເມື່ອອາລົມ ມີຢູ່ ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ

ພຸດທະວະຈະນະ - ໝວດທັມ

ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເລີນງອກງາມແລ້ວ ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ຍ່ອມມີ ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ມີຢູ່ ຊາດຊະຣາ ມໍຣະນະ ໂສກະປະຣິເທວະທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ ຍ່ອມເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີ ດ້ວຍອາການດັ່ງນີ້.

ພິກຂຸທັງຫຼາຍ !

ກໍຖ້າບຸກຄົນຍ່ອມບໍ່ຄິດເຖິງສິ່ງໃດດ້ວຍ ຍ່ອມບໍ່ດໍາຣິເຖິງສິ່ງໃດດ້ວຍ ແລະຍ່ອມບໍ່ມີຈິຕຝັງລົງໄປ (ໂນ ອະນຸເສຕິ) ໃນສິ່ງໃດດ້ວຍ ໃນເວລາໃດ ໃນເວລານັ້ນ ສິ່ງນັ້ນຍ່ອມບໍ່ເປັນອາລົມ ເພື່ອການຕັ້ງຢູ່ແຫ່ງວິນຍານໄດ້ເລີຍ ເມື່ອອາລົມບໍ່ມີຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມບໍ່ມີ ເມື່ອວິນຍານນັ້ນບໍ່ຕັ້ງຂຶ້ນສະເພາະ ບໍ່ຈະເລີນງອກງາມແລ້ວ ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ຍ່ອມບໍ່ມີ ເມື່ອຄວາມເກີດຂຶ້ນແຫ່ງພົບ ໃໝ່ຕໍ່ໄປ ບໍ່ມີ ຊາດຊະຣາ ມໍຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້ ດັ່ງນີ້ແລ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ບ່ອນຕັ້ງຢູ່ຂອງວິນຍານ (ນັຍທີ ໑) ໐໖

- ບາລີ ມຫາ. ທີ. ໑໐/໘໑-໘໓/໖໕.

ອານົນ ! ວິນຍານຖິຕິ (ບ່ອນຕັ້ງຢູ່ຂອງວິນຍານ) ໗ ເຫຼົ່ານີ້ ແລະ ອາຢະຕະນະ ໒ ມີຢູ່.

ວິນຍານຖິຕິ ໗ ເຫຼົ່າໃດໜໍ ?

ວິນຍານຖິຕິ ໗ ຄື :

ອານົນ ! ສັຕທັງຫຼາຍ (ສັຕຕາ) ມີກາຍຕ່າງກັນ ມີສັນຍາຕ່າງກັນ ມີຢູ່ ໄດ້ແກ່ ມະນຸດທັງຫຼາຍ ເທວະດາບາງພວກ ແລະ ວິນິບາດບາງພວກ ນີ້ຄື : ວິນຍານຖິຕິ ທີ ໑.

ອານົນ ! ສັຕທັງຫຼາຍ ມີກາຍຕ່າງກັນ ມີສັນຍາແນວດຽວກັນ ມີຢູ່ ໄດ້ແກ່ ພວກເທບຜູ້ນັບເນື່ອງໃນໝູ່ພຣົມ ທີ່ບັງເກີດໂດຍປະຖົມພູມ໑ (ປະຖະມານິບພັຕຕາ) ນີ້ຄື ວິນຍານຖິຕິ ທີ ໒.໒

໑. ປະຖົມພູມ = ພູມເບື້ອງຕົ້ນ ສາມາດເຂົ້າເຖິງໄດ້ຫຼາຍທາງ ເຊັ່ນ ຜູ້ໄດ້ປະຖົມມະຊານ

ຜູ້ຈະເລີນເມດຕາ ຜູ້ເຮັດກຸສົນກັມມະບົດ ໑໐ ຜູ້ປະກອບພ້ອມດ້ວຍ ສັດທາ ສີລ

ສຸຈຕະ ຈາຄະ ປັນຍາ ເປັນຕົ້ນ. (ເບິ່ງເພີ່ມຕື່ມ ສັດຕາວາດທີ ໒ ນ.໒໙)

໒. ໃນໄຕຼປີຕົກສະບັບສະຫຍາມລັດ ສະເພາະໃນສູຕນີ້ ວິນຍານຖິຕິ ໒ ຈະເຫັນວ່າມີຄໍາວ່າ

ອະບາຍທັງ ໔ ຢູ່ພຽງຕໍາແໜ່ງດຽວທີ່ເປັນພຸດທະວະຈະນະ ແຕ່ບໍ່ຕົງກັບສູຕອື່ນທີ່ກ່າວ

ເຖິງວິນຍານຖິຕິ ໗ (ຄືໃນ ໒ ສູຕຂອງພຣະສາຣີບຸດທີ່ພຣະພຸດທະເຈົ້າຮັບຮອງ ໑ ສູຕ

ແລະ ພຣະສາຣີບຸດໄດ້ຕຣັດເອງ ໑ ສູຕ) ແລະບໍ່ຕົງກັບໄຕຼປີຕົກສະບັບພາສາມອນ

ແລະພາສາຢູໂຣບ ດັ່ງນັ້ນ ຄໍາວ່າ ອະບາຍທັງ ໔ ຈຶ່ງບໍ່ໄດ້ນໍາເອົາມາໃສ່ໃນບ່ອນນີ້.

ພຸດທະວະຈະນະ - ໝວດທັມ

ອານົນ ! ສັຕທັງຫຼາຍ ມີກາຍແບບດຽວກັນ ມີສັນຍາຕ່າງກັນ ມີຢູ່ ໄດ້ແກ່ ພວກເທບອາພັດສະຣະ ນີ້ຄື ວິນຍານຖິຕິ ທີ ໓.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ