ພົບພູມ
ໜ້າ/ 140
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນກາງ (ຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.
ອານົນ ! ຖ້າກັມມີອະຣູປະທາຕຸ໑ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ອະຣູປະພົບ ຈະຍ່ອມປາກົດໄດ້ຫລືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນປານີດ (ອະຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.
ອານົນ ! ພົບ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ແລ.
໑. ອະຣູປະທາຕຸ = ສິ່ງທີ່ບໍ່ແມ່ນຮູບ ເປັນນາມທັມ ເຊັ່ນ ເວທະນາ ສັນຍາ
ສັງຂາຣ. (ຜູ້ໄດ້ສະມາທິລະດັບ ອາກາສານັນຈາຢະຕະນະ ຂຶ້ນໄປ)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມມີຂຶ້ນແຫ່ງພົບ (ນັຍທີ ໒) ໐໓
- ບາລີ ຕິກ. ອັງ. ໒໐/໒໘໘/໕໑໗.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະຜູ້ມີພຣະພາກເຈົ້າກ່າວຢູ່ວ່າ “ພົບ-ພົບ” ດັ່ງນີ້ ພົບ ຍ່ອມມີໄດ້ດ້ວຍເຫດພຽງເທົ່າໃດໜໍ ຂ້ານ້ອຍ !
ອານົນ ! ຖ້າກັມມີກາມະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ກາມະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງ (ສໍາລັບຫລໍ່ລ້ຽງເຊື້ອງອກ) ຂອງແກ່ນພືດ ຄວາມເຈຕະນາກໍດີ ຄວາມປາຖນາກໍດີຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນຕໍ່າ (ກາມະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.
ອານົນ ! ຖ້າກັມມີຣູປະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ເປີດທັມທີ່ຖືກປົກປິດ : ພົບພູມ
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ຄວາມເຈຕະນາກໍດີ ຄວາມປາຖນາກໍດີຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນກາງ (ຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.
ອານົນ ! ຖ້າກັມມີອະຣູປະທາຕຸ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ອະຣູປະພົບ ຈະຍ່ອມປາກົດໄດ້ຫລືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ຄວາມເຈຕະນາກໍດີ ຄວາມປາຖນາກໍດີຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນປານີດ (ອະຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.
ອານົນ ! ພົບ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ແລ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຄື່ອງນໍາໄປສູ່ພົບ ໐໔
- ບາລີ ຂັນທ. ສັງ. ໑໗/໒໓໓/໓໖໘.
ຂ້າແຕ່ພຣະອົງຜູ້ຈະເລີນ ! ພຣະອົງຕຣັດຢູ່ວ່າ “ເຄື່ອງນຳໄປສູ່ພົບ - ເຄື່ອງນຳໄປສູ່ພົບ” ດັ່ງນີ້ ເຄື່ອງນໍາໄປສູ່ພົບ ເປັນແນວໃດ ຂ້ານ້ອຍ ! ແລະ ຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບນັ້ນ ເປັນແນວໃດໜໍ ຂ້ານ້ອຍ !
ຣາທະ ! ສັນທະ (ຄວາມພໍໃຈ) ກໍດີ ຣາຄະ (ຄວາມກໍາໜັດ) ກໍດີ ນັນທິ (ຄວາມເພີນ) ກໍດີ ຕັນຫາ (ຄວາມຢາກ) ກໍດີ ອຸປາຢະ (ກິເລສເປັນເຫດເຂົ້າໄປສູ່ພົບ) ແລະ ອຸປາທານ (ຄວາມຖືໝັ້ນດ້ວຍອໍານາດກິເລສ) ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕກໍດີ ໃດໆ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະ ໃນວິນຍານ
ກິເລສເຫຼົ່ານີ້ ນີ້ເຮົາເອີ້ນວ່າ “ເຄື່ອງນໍາໄປສູ່ພົບ”
ຄວາມດັບບໍ່ເຫຼືອຂອງເຄື່ອງນໍາໄປສູ່ພົບ ມີໄດ້








