ພົບພູມ

ໜ້າ/ 140

໑໒໗. ຄວາມໝາຍຂອງຄໍາວ່າ “ຄວາມດັບ”

໑໒໘. ຄວາມດັບຂອງຂັນທ໌ ໕ ຄືຄວາມດັບຂອງທຸກຂ໌

໑໒໙. ຄວາມດັບຂອງອາຢະຕະນະ ຄືຄວາມດັບຂອງທຸກຂ໌

໑໓໐. ລະຕັນຫາໄດ້ ຄື ລະເບັນຈະຂັນທ໌ໄດ້

໑໓໑. ດັບຕັນຫາ ຄື ປົງພາຣະໜັກລົງໄດ້

໑໓໒. ລະຄວາມພໍໃຈໃນສິ່ງໃດ ຄືການລະຊຶ່ງສິ່ງນັ້ນ

໑໓໓. ເມື່ອ “ເຈົ້າ” ບໍ່ມີ

໑໓໔. ສັງຂະຕະລັກສະນະ

໑໓໕. ອະສັງຂະຕະລັກສະນະ

໑໓໖. “ດິນ ນໍ້າ ໄຟ ລົມ” ບໍ່ອາດຢັ່ງລົງໄດ້ໃນບ່ອນໃດ

໑໓໗. “ສິ່ງນັ້ນ” ຫາພົບໄດ້ໃນກາຍນີ້

໑໓໘. ສິ່ງໆ ນັ້ນ ມີຢູ່

໔໓໗

໔໓໘

໔໔໐

໔໔໓

໔໔໔

໔໔໖

໔໕໐

໔໕໒

໔໕໔

໔໕໕

໔໖໐

໔໖໑

໔໖໓

໔໖໕

໔໖໖

໔໖໗

໔໖໘

໔໖໙

໔໗໒

໔໗໓

໑໓໙. ສິ່ງນັ້ນມີແທ້

໑໔໐. ລໍາດັບການປະຕິບັດເພື່ອອະຣະຫັຕຕະຜົນ

໑໔໑. ລໍາດັບການຫຼຸດພົ້ນ ເມື່ອເຫັນອະນັຕຕາ

໑໔໒. ອະຣິຍະມັກຄະມີອົງ ໘ ຄື

ຂໍ້ປະຕິບັດເພື່ອຄວາມພົ້ນທຸກຂ໌

ພາກຜະນວກ (ເພີ່ມຕື່ມ)

໑໔໓. ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ

໑໔໔. ບໍຣິສັດສະມາຄົມ ໘

໑໔໕. ບຸບພະກັມຂອງການໄດ້ລັກສະນະຂອງມະຫາບຸຣຸດ

໑໔໖. ອານິສົງຂອງຜູ້ມີຈິຕເຫຼື້ອມໃສໃນຕະຖາຄົຕ

໑໔໗. ວ່າດ້ວຍທັກຂິນາທານ

໑໔໘. ຣັຕຕະນະທີ່ຫາໄດ້ຍາກ

໑໔໙. ຜູ້ມີອຸປະກາຣະຫລາຍ

໑໕໐. ປະພຶດພຣົມມະຈັນເພື່ອການລະຂາດຊຶ່ງພົບ

໔໗໔

໔໗໖

໔໗໘

໔໘໐

໔໘໗

໔໘໘

໔໙໐

໔໙໒

໕໐໑

໕໐໔

໕໑໐

໕໑໑

໕໑໓

ພະວະ = ພົບ

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ພົບ ເປັນແນວໃດ ໐໑

- ບາລີ ນິທານ. ສັງ. ໑໖/໕໑/໙໑.

ພິກຂຸທັງຫຼາຍ ! ພົບ໑ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ຄື

ກາມະພົບ ຮູບພົບ ອະຮູບພົບ.໒

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ພົບ .

ຄວາມກໍ່ຂຶ້ນພ້ອມແຫ່ງພົບ ຍ່ອມມີ

ເພາະຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ

ມັກຄະອັນປະກອບດ້ວຍອົງແປດອັນປະເສີດນັ້ນເອງ

ເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງພົບ

ໄດ້ແກ່ສິ່ງເຫລົ່ານີ້ຄື

ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

໑. ພົບ : ສະຖານທີ່ອັນວິນຍານໃຊ້ຕັ້ງອາໄສ ເພື່ອເກີດຂຶ້ນຫຼືຈະເລີນງອກງາມຕໍ່ໄປ.

(ເບິ່ງເພີ່ມຕື່ມ ທີ່ຕັ້ງຂອງວິນຍານ ນ.໑໕ ຕຣັດພົບປຽບກັບດິນ ວິນຍານ

ປຽບກັບສ່ວນຂອງພືດເຊັ່ນ ໄນຫຼືແກ່ນ ທີ່ສາມາດຈະເລີນງອກງາມຕໍ່ໄປໄດ້)

໒. ກາມະພົບ = ທີ່ເກີດອັນອາໄສ ດິນ ນໍ້າ ໄຟ ລົມ; ຮູບພົບ = ສະຖານທີ່ເກີດອັນອາໄສ

ສິ່ງທີ່ເປັນຮູບໃນສ່ວນລະອຽດ; ອະຮູບພົບ = ສະຖານທີ່ເກີດອາໄສ ສິ່ງທີ່ບໍ່ແມ່ນຮູບ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມມີຂຶ້ນແຫ່ງພົບ (ນັຍທີ ໑) ໐໒

- ບາລີ ຕິກ. ອັງ. ໒໐/໒໘໗/໕໑໖.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະຜູ້ມີພຣະພາກເຈົ້າກ່າວຢູ່ວ່າ “ ພົບ-ພົບ ” ດັ່ງນີ້ ພົບ ຍ່ອມມີໄດ້ ດ້ວຍເຫດພຽງເທົ່າໃດໜໍ ຂ້ານ້ອຍ !

ອານົນ ! ຖ້າກັມມີກາມະທາຕຸ໑ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ກາມະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

ເປັນໄປບໍ່ໄດ້ ຂ້ານ້ອຍ !

ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງ (ສໍາລັບຫລໍ່ລ້ຽງເຊື້ອງອກ) ຂອງແກ່ນພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນຕໍ່າ (ກາມະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນ ! ຖ້າກັມມີຣູປະທາຕຸ໒ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

ເປັນໄປບໍ່ໄດ້ ຂ້ານ້ອຍ !

໑. ກາມະທາຕຸ = ທາດດິນ ທາດນໍ້າ ທາດລົມ ແລະທາດໄຟ.

(ເບິ່ງເພີ່ມຕື່ມ ໄຕຣປິດົກ ນິທານ. ສັງ. ໑໖/໑໔໘/໓໕໕-໖.?)

໒. ຣູປະທາຕຸ = ສິ່ງທີ່ເປັບຮູບໃນສ່ວນລະອຽດ. (ເບິ່ງເພີ່ມຕື່ມ “ມີອະວັຍຍະວະ

ນ້ອຍໃຫຍ່ຄົບຖ້ວນ ມີອິນຊີບໍ່ຕໍ່າຊາມ” ໄຕຣປິດົກ ສີ. ທີ. ໙/໓໒/໔໙.)

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ