ພົບພູມ
ໜ້າ/ 140
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນນີ້ ຄື ຢຸດປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍຢູ່.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສາດຕຣາ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ແບບນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂຣຄາຫຼາຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາຫຼາຍ ນີ້ ຄື ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສາດຕຣາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມືຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສາດຕຣາ ເພາະກັມນັ້ນອັນເຂົາໃຫ້ອັ່ງເຕັມ ສະມາ ທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປ ບໍ່ເຂົ້າເຖີງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂຣຄາໜ້ອຍ.
ພຸດທະວະຈະນະ - ໝວດທັມ
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີິໂຣຄາໜ້ອຍນີ້ ຄື ເປັນຜູ້ປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສາດຕຣາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມບຸຣຸດກໍຕາມ ເປັນຄົນມັກໂກດ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດ ປອງຮ້າຍ ປ່ອຍຄວາມໂກດ ຄວາມຮ້າຍ ແລະຄວາມສູນຄຽດໃຫ້ປາກົດເພາະກັມນັ້ນອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ດັ່ງນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫາກຕາຍໄປບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີຜິວພັນຂີ້ຮ້າຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຜິວພັນຂີ້ຮ້າຍນີ້ຄື ເປັນຄົນມັກໂກດ ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດ ປອງຮ້າຍ ປ່ອຍຄວາມໂກດ ຄວາມຮ້າຍ ແລະຄວາມສູນຄຽດໃຫ້ປາກົດ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ປອງຮ້າຍ ບໍ່ປ່ອຍຄວາມໂກດ ຄວາມຮ້າຍ ແລະຄວາມສູນຄຽດໃຫ້ປາກົດ
ເປີດທັມທີ່ຖືກປົກປິດ : ພົບພູມ
ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ດັ່ງນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນໜ້າເຫຼື້ອມໃສ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສນີ້ ຄື ເປັນຄົນບໍ່ມັກໂກດ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ປອງຮ້າຍ ບໍ່ປ່ອຍຄວາມໂກດ ຄວາມຮ້າຍ ຄວາມສູນຄຽດໃຫ້ປາກົດ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ມີໃຈຣິດສະຫຍາ ຍ່ອມຣິດສະຫຍາ ມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ດັ່ງນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດານ້ອຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍນີ້ ຄື ມີໃຈຣິດສະຫຍາ ຍ່ອມຣິດສະຫຍາ ມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຜູ້ອື່ນ.
ພຸດທະວະຈະນະ - ໝວດທັມ








