ພົບພູມ
ໜ້າ/ 140
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມີໃຈບໍ່ອິດສາ ຍ່ອມບໍ່ຣິດສະຫຍາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດາໃຫຍ່.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາໃຫຍ່ນີ້ ຄື ມີໃຈບໍ່ຣິດສະຫຍາ ຍ່ອມບໍ່ຣິດສະຫຍາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດສາໃນລາບ ສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຜູ້ອື່ນ.
ມານົບ ! ບຸຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມບໍ່ເປັນຜູ້ໃຫ້ເຂົ້າ ນໍ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານ ໄວ້ເຊັ່ນນີ້ ເມື່ອຕາຍໄປຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະໜ້ອຍ.
ເປີດທັມທີ່ຖືກປົກປິດ : ພົບພູມ
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ນີ້ຄື ບໍ່ໃຫ້ເຂົ້າ ນໍ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມເປັນຜູ້ໃຫ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານ ໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິ ໂລກສະຫວັນ ຫາກ ຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີໂພຄະຫຼາຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍ ນີ້ຄື ໃຫ້ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນແຂງກະດ້າງ ຂີ້ອົ່ງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບໄຫວ້ ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົນທິ່ີຄວນແກ່ສັກກາຣະ ບໍ່ເຄົາຣົບຄົນທີ່ຄວນເຄົາຣົບ ບໍ່ນັບຖືຄົນທີ່ຄວນນັບຖື ບໍ່ບູຊາຄົນທິີ່ຄວນບູຊາ
ພຸດທະວະຈະນະ - ໝວດທັມ
ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິິບາຕ ນະຣົກ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນຕະກູນຕ່ຳ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນຕ່ຳນີ້ ຄື ເປັນຄົນແຂງກະດ້າງ ຂີ້ອົ່ງ ຍ່ອມບໍ່ຂາບໄຫວ້ຄົນທີິ່ຄວນຂາບໄຫວ້ ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະ ແກ່ຄົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົນທີ່ຄວນສັກກາຣະ ບໍ່ເຄົາຣົບຄົນທີ່ຄວນເຄົາຣົບ ບໍ່ນັບຖືຄົນທີ່ຄວນນັບຖື ບໍ່ບູຊາຄົນທີ່ຄວນບູຊາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຄົນບໍ່ແຂງກະດ້າງ ບໍ່ຂີ້ອົ່ງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້ ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ສັກກາຣະຄົນທີ່ຄວນສັກກາຣະ ເຄົາຣົບຄົນທີ່ຄວນເຄົາຣົບ ນັບຖືຄົນ ທີິ່ຄວນັບຖື ບູຊາຄົນທີ່ຄວນບູຊາ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນຕະກູນສູງ.
ເປີດທັມທີ່ຖືກປົກປິດ : ພົບພູມ








