ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ຍິງຍ່ອມບໍ່ສົນໃຈສະພາບແຫ່ງຍິງໃນພາຍໃນ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຍິງ ເຂົາບໍ່ຍິນດີ ບໍ່ພໍໃຈໃນສະພາບແຫ່ງຍິງນັ້ນໆ ແລ້ວ ຍ່ອມບໍ່ສົນໃຈໃນສະພາບແຫ່ງຊາຍ ໃນພາຍນອກ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບແຫ່ງຊາຍ ເຂົາບໍ່ຍິນດີ ບໍ່ພໍໃຈໃນສະພາບແຫ່ງຊາຍນັ້ນໆ ແລ້ວ ຍ່ອມບໍ່ມຸ່ງຫວັງການສະມາຄົມກັບຊາຍ ແລະສຸຂໂສມະນັສ ທີ່ເກີດເພາະການສະມາຄົມກັບຊາຍເປັນເຫດ.
ພິກຂຸທັງຫຼາຍ ! ສັຕທີ່ບໍ່ພໍໃຈໃນສະພາບແຫ່ງຍິງ ກໍເຖິງຄວາມບໍ່ກ່ຽວຂ້ອງໃນຊາຍ ດ້ວຍອາການເຊັ່ນນີ້ແລ ຍິງຈຶ່ງຫວິດພົ້ນສະພາບແຫ່ງຍິງໄປໄດ້.
ພິກຂຸທັງຫຼາຍ ! ຊາຍຍ່ອມບໍ່ສົນໃຈໃນສະພາບແຫ່ງຊາຍໃນພາຍໃນ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຊາຍ ເຂົາບໍ່ຍິນດີ ບໍ່ພໍໃຈໃນສະພາບແຫ່ງຊາຍນັ້ນໆ ແລ້ວ ຍ່ອມບໍ່ສົນໃຈເຖິງສະພາບແຫ່ງຍິງໃນພາຍນອກ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຍິງ ເຂົາບໍ່ຍິນດີ ບໍ່ພໍໃຈໃນສະພາບແຫ່ງຍິງນັ້ນໆແລ້ວ ຍ່ອມບໍ່ມຸ່ງຫວັງການສະມາຄົມກັບຍິງ ແລະ ສຸຂໂສມະນັສ ທີ່ເກີດເພາະການສະມາຄົມກັບຍິງເປັນເຫດ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສັຕຜູ້ບໍ່ພໍໃຈໃນສະພາບແຫ່ງຊາຍ ກໍເຖິງຄວາມບໍ່ກ່ຽວຂ້ອງໃນຍິງ ດ້ວຍອາການເຊັ່ນນີ້ແລ ຊາຍຈຶ່ງຫວິດພົ້ນພາວະແຫ່ງຊາຍໄປໄດ້.
ພິກຂຸທັງຫຼາຍ ! ຄວາມບໍ່ກ່ຽວຂ້ອງ ຍ່ອມມີ ດ້ວຍອາການດັ່ງນີ້ແລ.
ພິກຂຸທັງຫຼາຍ ! ນີ້ແລ ຊື່ວ່າ ທັມປະຣິຍາຍອັນເປັນທັງຄວາມກ່ຽວຂ້ອງ ແລະຄວາມບໍ່ກ່ຽວຂ້ອງ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ມະນຸດເກີດມາແຕກຕ່າງກັນ ໕໔
- ບາລີ ອຸປຣິ. ມ. ໑໔/໓໗໖/໕໗໙.
ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດແລ ເປັນເຫດເປັນປັດຈັຍໃຫ້ພວກມະນຸດທີ່ເກີດເປັນມະນຸດຢູ່ ປາກົດຄວາມຕ່ຳຊາມແລະຄວາມປານີດ ຄື ມະນຸດທັງຫຼາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ ມີໂຣຄາຫຼາຍ ມີໂຣຄາໜ້ອຍ ມີຜິວພັນຂີ້ຮ້າຍ ມີຜິວພັນງາມ ມີສັກດານ້ອຍ ມີສັກດາໃຫຍ່ ມີໂພຄະໜ້ອຍ ມີໂພຄະຫຼາຍ ເກີດໃນຕະກູນຕ່ຳ ເກີດໃນຕະກູນສູງ ຕ່ຳຊາມປັນຍາ ມີປັນຍາ.
ມານົບ ! ສັຕທັງຫຼາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັຕ ໃຫ້ຕໍ່າຊາມແລະປານີດໄດ້.
ຂ້ານ້ອຍ ຍ່ອມບໍ່ຮູ້ໃຈຄວາມໂດຍພິສະດານ ຂອງອຸເທດທີ່ພຣະໂຄດົມຜູ້ຈະເລີນ ຕຣັດໂດຍຫຍໍ້ ບໍ່ໄດ້ຈໍາແນກໃຈຄວາມໂດຍພິສະດານນີ້ໄດ້ ຂໍພຣະໂຄດົມຜູ້ຈະເລີນ ໄດ້ໂຜດຜາຍສະແດງທັມແກ່ຂ້ານ້ອຍ ໂດຍປະການທີ່ຂ້ານ້ອຍ ຈະຍ່ອມຮູ້ໃຈຄວາມແຫ່ງອຸເທດນີ້ໂດຍພິສະດານດ້ວຍເຖີ້ນ.
ມານົບ ! ຖ້າເຊັ່ນນັ້ນ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.
ພຸດທະວະຈະນະ - ໝວດທັມ
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ເປັນຜູ້ມັກເຮັດໃຫ້ຊີວິດສັຕມອດມ້ວຍ ເປັນຄົນ ຫ້ຽມໂຫດ ມີມືເປື້ອນເລືອດ ມົກໝຸ້ນໃນການຂ້າຟັນ ບໍ່ເອັນດູ ໃນເຫຼົ່າສັຕທີ່ມີຊີວິດ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາ ທານໄວ້ແບບນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸດ ເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີອາຍຸສັ້ນ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ນີ້ ຄື ເປັນຜູ້ມັກເຮັດໃຫ້ຊີວິດສັຕມອດມ້ວຍ ເປັນຄົນຫ້ຽມໂຫດ ມີມືເປື້ອນເລືອດ ມົກໝຸ້ນໃນການຂ້າຟັນ ບໍ່ເອັນດູໃນເຫຼົ່າສັຕທີ່ມີຊີວິດ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຢຸດປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍຢູ່ ເພາະກັມນັ້ນອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ແບບນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດນະບ່ອນໃດໆ ໃນພາຍຫຼັັັງ ຈະເປັນຄົນມີອາຍຸຍືນ.
ເປີດທັມທີ່ຖືກປົກປິດ : ພົບພູມ








