ພົບພູມ
ໜ້າ/ 140
ອານົນທ໌ ! ເພາະເຫດນັ້ນ ໃນເລື່ອງນີ້ ນັ້ນແຫຼະຄືເຫດ ນັ້ນແຫຼະຄືນິທານ ນັ້ນແຫຼະຄືສະມຸທັຍ ນັ້ນແຫຼະຄືປັດຈັຍຂອງນາມຮູບ ນັ້ນຄືວິນຍານ.
ອານົນທ໌ ! ກໍຄໍານີ້ວ່າ “ວິນຍານມີ ເພາະປັດຈັຍຄື ນາມຮູບ” ດັ່ງນີ້ ເຊັ່ນນີ້ແລ ເປັນຄໍາທີ່ເຮົາກ່າວແລ້ວ.
ອານົນທ໌ ! ຄວາມຂໍ້ນີ້ ເຈົ້າຕ້ອງຮູ້ຄໍາອະທິບາຍ ໂດຍປະຣິຍາຍດັ່ງຕໍ່ໄປນີ້ ທີ່ຖືກກັບຫົວຂໍ້ທີ່ເຮົາກ່າວໄວ້ແລ້ວວ່າ :-
“ວິນຍານມີ ເພາະປັດຈັຍຄື ນາມຮູບ”.
ອານົນທ໌ ! ຖ້າຫາກວ່າວິນຍານ ຈະບໍ່ໄດ້ມີທີ່ຕັ້ງທີ່ອາໄສໃນນາມຮູບແລ້ວນັ້ນ ຄວາມເກີດຂຶ້ນພ້ອມແຫ່ງທຸກຂ໌ ຄື ຊາດ ຊະຣາ ມໍຣະນະ ຕໍ່ໄປ ຈະມີຂຶ້ນມາໃຫ້ເຫັນໄດ້ບໍ່?
ຂໍ້ນັ້ນ ຫາບໍ່ໄດ້ຂ້ານ້ອຍ !
ເປີດທັມທີ່ຖືກປົກປິດ : ພົບພູມ
ອານົນທ໌ ! ເພາະເຫດນັ້ນ ໃນເລື່ອງນີ້ ນັ້ນແຫຼະຄືເຫດ ນັ້ນແຫຼະຄືນິທານ ນັ້ນແຫຼະຄືສະມຸທັຍ ນັ້ນຄືປັດຈັຍຂອງ ວິນຍານ ນັ້ນຄືນາມຮູບ.
ອານົນທ໌ !
ດ້ວຍເຫດພຽງເທົ່ານີ້
ສັຕໂລກ ຈຶ່ງເກີດແດ່ ຈຶ່ງແກ່ແດ່
ຈຶ່ງຕາຍແດ່ ຈຶ່ງຈຸຕິແດ່ ຈຶ່ງອຸບັດແດ່
ຮູບແບບແຫ່ງການເອີ້ນ (ອະດິວະຈະນະ) ກໍມີພຽງເທົ່ານີ້
ຮູບແບບແຫ່ງການເວົ້າຈາ (ນິຣຸຕຕິ) ກໍມີພຽງເທົ່ານີ້
ຮູບແບບແຫ່ງການບັນຍັດ (ປັນຍັຕຕິ) ກໍມີພຽງເທົ່ານີ້
ເລື່ອງທີ່ຈະຕ້ອງຮູ້ດ້ວຍປັນຍາ (ປັນຍາວະຈະຣະ) ກໍມີ
ພຽງເທົ່ານີ້
ຄວາມວຽນວ່າຍໃນວັຕຕະ ກໍມີພຽງເທົ່ານີ້
ນາມຮູບພ້ອມທັງວິນຍານຕັ້ງຢູ່
ເພື່ອການບັນຍັດຊຶ່ງຄວາມເປັນເຊັ່ນນີ້.
(ຂອງນາມຮູບກັບວິນຍານ ນັ້ນເອງ).
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ໄດ້ຄວາມເປັນຍິງຫຼືຊາຍ ໕໓
- ບາລີ ສັຕຕກ. ອັງ. ໒໓/໕໘/໔໘.
ພິກຂຸທັງຫຼາຍ ! ເຮົາຈະສະແດງທັມປະຣິຍາຍອັນເປັນ ຄວາມກ່ຽວຂ້ອງ (ສັນໂຍຄະ) ແລະຄວາມບໍ່ກ່ຽວຂ້ອງ (ວິສັນໂຍຄະ) ແກ່ເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.
ພິກຂຸທັງຫຼາຍ ! ກໍທັມປະຣິຍາຍເປັນຄວາມກ່ຽວຂ້ອງແລະຄວາມບໍ່ກ່ຽວຂ້ອງ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ກໍຍິງຍ່ອມສົນໃຈສະພາບແຫ່ງຍິງໃນພາຍໃນ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຍິງ ເຂົາຍ່ອມຍິນດີ ພໍໃຈໃນສະພາບຂອງຕົນນັ້ນໆ ເຂົາຍິນດີ ພໍໃຈໃນສະພາບຂອງຕົນນັ້ນໆແລ້ວ ຍ່ອມສົນໃຈເຖິງສະພາບຂອງຊາຍໃນພາຍນອກ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຊາຍ ຍ່ອມຍິນດີ ພໍໃຈໃນສະພາບຂອງຊາຍນັ້ນໆ ເຂົາຍິນດີ ພໍໃຈໃນສະພາບຂອງຊາຍນັ້ນໆແລ້ວ ຍ່ອມມຸ່ງຫວັງການສະມາຄົມກັບຊາຍ ແລະສຸຂໂສມະນັສ ທີ່ເກີດເພາະການສະມາຄົມກັບຊາຍເປັນເຫດ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສັຕຜູ້ພໍໃຈໃນພາວະແຫ່ງຍິງ ກໍເຖິງຄວາມກ່ຽວຂ້ອງໃນຊາຍ ດ້ວຍອາການເຊັ່ນນີ້ແລ ຍິງຈຶ່ງບໍ່ຫວິດພົ້ນພາວະແຫ່ງຍິງໄປໄດ້.
ພິກຂຸທັງຫຼາຍ ! ກໍຊາຍຍ່ອມສົນໃຈສະພາບແຫ່ງຊາຍໃນພາຍໃນ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຊາຍ ເຂົາຍ່ອມຍິນດີ ພໍໃຈໃນສະພາບຂອງຕົນນັ້ນໆ ເຂົາຍິນດີ ພໍໃຈໃນສະພາບຂອງຕົນນັ້ນໆແລ້ວ ຍ່ອມສົນໃຈເຖິງສະພາບຂອງຍິງໃນພາຍນອກ ກິຣິຍາ ທ່າທາງ ການວາງໂຕ ຄວາມພໍໃຈ ສຽງແລະເຄື່ອງປະດັບຂອງຍິງ ຍ່ອມຍິນດີ ພໍໃຈໃນສະພາບຂອງຍິງນັ້ນໆ ເຂົາຍິນດີ ພໍໃຈໃນສະພາບຂອງຍິງນັ້ນໆແລ້ວ ຍ່ອມມຸ່ງຫວັງການສະມາຄົມກັບຍິງ ແລະສຸຂໂສມະນັສ ທີ່ເກີດເພາະການສະມາຄົມກັບຍິງເປັນເຫດ.
ພິກຂຸທັງຫຼາຍ ! ສັຕຜູ້ພໍໃຈໃນພາວະແຫ່ງຊາຍ ກໍເຖິງຄວາມກ່ຽວຂ້ອງໃນຍິງ ດ້ວຍອາການເຊັ່ນນີ້ແລ ຊາຍຈຶ່ງບໍ່ຫວິດພົ້ນພາວະແຫ່ງຊາຍໄປໄດ້.
ພິກຂຸທັງລາຍ ! ຄວາມກ່ຽວຂ້ອງ ຍ່ອມມີ ດ້ວຍອາການດັ່ງນີ້ແລ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ຄວາມບໍ່ກ່ຽວຂ້ອງເປັນແນວໃດ ?








