ພົບພູມ
ໜ້າ/ 140
ເດັກນ້ອຍນັ້ນ ຄັນເຫັນຮູບດ້ວຍຕາແລ້ວ ຍ່ອມກໍາໜັດຍິນດີໃນຮູບ ທີ່ຍົວະຍວນໃຫ້ເກີດຄວາມຮັກ ຍ່ອມຂັດໃຈໃນຮູບ ທີ່ບໍ່ເປັນທີ່ຕັ້ງແຫ່ງຄວາມຮັກ ບໍ່ເປັນຜູ້ຕັ້ງໄວ້ຊຶ່ງສະຕິ ອັນເປັນໄປໃນກາຍ ມີໃຈເປັນອະກຸສົລ ບໍ່ຮູ້ຕາມທີ່ເປັນຈິງ ຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນເປັນບ່ອນດັບບໍ່ເຫຼືອແຫ່ງທັມອັນເປັນບາບອະກຸສົລທັງຫຼາຍ.
ເດັກນ້ອຍນັ້ນ ຄັນໄດ້ຍິນສຽງດ້ວຍຫູ... ດົມກິ່ນດ້ວຍດັງ... ຊີມຣົສດ້ວຍລີ້ນ... ຖືກຕ້ອງໂຜດຖັບພະດ້ວຍກາຍ... ຮູ້ແຈ້ງທັມມາຣົມດ້ວຍໃຈແລ້ວ ຍ່ອມກໍາໜັດຍິນດີໃນທັມມາຣົມ ທີ່ຍົວະຍວນໃຫ້ເກີດຄວາມຮັກ ຍ່ອມຂັດໃຈໃນທັມມາຣົມທີ່ບໍ່ເປັນທີ່ຕັ້ງແຫ່ງຄວາມຮັກ ບໍ່ເປັນຜູ້ຕັ້ງໄວ້ຊຶ່ງສະຕິອັນເປັນໄປໃນກາຍ ມີໃຈເປັນອະກຸສົລ ບໍ່ຮູ້ຕາມທີ່ເປັນຈິງຊຶ່ງເຈໂຕວິມຸດຕິ໑ ປັນຍາວິມຸດຕິ໒ ອັນເປັນບ່ອນດັບບໍ່ເຫຼືອແຫ່ງທັມອັນເປັນບາບອະກຸສົລທັງຫຼາຍ.
໑. ເຈໂຕວິມຸດຕິ = ການຫຼຸດພົ້ນອັນອາໄສ ສະມະຖະ (ສະມາທິ).
໒. ປັນຍາວິມຸດຕິ = ການຫຼຸດພົ້ນອັນອາໄສ ວິປັດສະນາ (ປັນຍາ).
ພຸດທະວະຈະນະ - ໝວດທັມ
ກຸມາຣນ້ອຍນັ້ນ ເມື່ອປະກອບດ້ວຍຄວາມຍິນດີແລະຄວາມ ຍິນຮ້າຍຢູ່ເຊັ່ນນີ້ແລ້ວ ສະເຫວີຍສະເພາະຊຶ່ງເວທະນາໃດໆ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ ເຂົາຍ່ອມເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ ຊຶ່ງເວທະນານັ້ນໆ.
ເມື່ອເປັນຢູ່ເຊັ່ນນັ້ນ
ຄວາມເພີນ (ນັນທິ) ຍ່ອມບັງເກີດຂຶ້ນ
ຄວາມເພີນໃດໃນເວທະນາທັງຫຼາຍ ມີຢູ່
ຄວາມເພີນອັນນັ້ນ ເປັນອຸປາທານ
ເພາະອຸປາທານຂອງເຂົານັ້ນ ເປັນປັດຈັຍ
ຈຶ່ງເກີດມີພົບ
ເພາະພົບເປັນປັດຈັຍ
ຈຶ່ງເກີດມີຊາດ
ເພາະຊາດເປັນປັດຈັຍ
ຊະຣາມໍຣະນະໂສກະປະຣິເທວະທຸກໂທມະນັດສະແລະ
ອຸປາຍາສະຈຶ່ງເກີດມີພ້ອມ
ຄວາມກໍ່ຂຶ້ນແຫ່ງກອງທຸກຂ໌ທັງມວນນີ້
ຍ່ອມມີໄດ້ດ້ວຍອາການດັ່ງນີ້ແລ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ສັຕຕັ້ງຢູ່ໃນຄັນໄດແນວໃດ ໕໑
- ບາລີ ສຄາຖ. ສັງ. ໑໕/໓໐໓/໘໐໑-໘໐໓.
ອິນທະກະຍັກເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວໄດ້ຂາບທູນດ້ວຍຄາຖາວ່າ :-
(ຖ້າ) ທ່ານຜູ້ຮູ້ທັງຫຼາຍກ່າວວ່າ ຮູບນີ້ຫາກແມ່ນຊີບກໍບໍ່ ສັຕນີ້ຈະປະສົບຮ່າງກາຍນີ້ໄດ້ແນວໃດໜໍ ກະດູກ ແລະກ້ອນຊີ້ນ ຈະມາແຕ່ໃສ ສັຕນີ້ຈະຕິດຢູ່ໃນຄັນໄດ້ແນວໃດ ?
ຮູບນີ້ເປັນກົລລະ໑ ກ່ອນຈາກກົລລະເປັນອັບພຸທະ໒ ຈາກອັບພຸທະເກີດເປັນເປສິ (ຊີ້ນເນື້ອ) ຈາກເປສິເປັນຄະນະ(ກ້ອນ) ຈາກຄະນະເກີດເປັນປັນຈະສາຂາ໓ ຕໍ່ຈາກນັ້ນ ມີຜົມຂົນແລະເລັບ(ເປັນຕົ້ນ)ເກີດຂຶ້ນ ມານດາຂອງສັຕໃນຄັນບໍຣິໂພກ ເຂົ້າ ນ້ຳ ໂພຊະນາຫານເຍື່ອງໃດ ສັຕຜູ້ຢູ່ໃນຄັນມານດາ ກໍຍັງອັຕຕະພາບໃຫ້ເປັນໄປດ້ວຍອາຫານເຍື່ອງນັ້ນໃນຄັນນັ້ນ.
໑. ກົລລະ = ຮູບເລີ່ມທໍາອິດທີ່ປະຕິສົນທິໃນຄັນມານດາ.
໒. ຍັງບໍ່ພົບຄວາມໝາຍໂດຍໃນແຫ່ງພຸດທະວະຈະນະ.
໓. ປັນຈະສາຂາ = ກິ່ງຫ້າ ຄື ແຂນ ໒ ຂາ ໒ ຫົວ ໑ ຂອງທາຣົກທີ່ຢູ່ໃນຄັນ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດແຫ່ງການດໍາຣົງຢູ່ຂອງຊີວິດ ໕໒
- ບາລີ ມຫາ. ທີ. ໑໐/໗໔/໖໐.
ອານົນທ໌ ! ກໍຄໍາວ່າ “ນາມຮູບມີ ເພາະປັດຈັຍ ຄື ວິນຍານ” ດັ່ງນີ້ ເຊັ່ນນີ້ແລ ເປັນຄໍາທີ່ເຮົາກ່າວແລ້ວ.
ອານົນທ໌ ! ຄວາມຂໍ້ນີ້ ເຈົ້າຕ້ອງຮູ້ຄໍາອະທິບາຍ ໂດຍປະຣິຍາຍດັ່ງຕໍ່ໄປນີ້ ທີ່ຖືກກັບຫົວຂໍ້ທີ່ເຮົາກ່າວໄວ້ແລ້ວວ່າ :-
“ນາມຮູບມີ ເພາະປັດຈັຍຄື ວິນຍານ”.
ອານົນທ໌ ! ຖ້າຫາກວ່າວິນຍານບໍ່ກ້າວລົງໃນທ້ອງແຫ່ງມານດາແລ້ວນັ້ນ ນາມຮູບປຸງແຕ່ງຂຶ້ນມາໃນທ້ອງແຫ່ງມານດາໄດ້ບໍ່ ?
ຂໍ້ນັ້ນ ຫາບໍ່ໄດ້ຂ້ານ້ອຍ !
ອານົນທ໌ ! ຖ້າຫາກວ່າວິນຍານກ້າວລົງໃນທ້ອງແຫ່ງມານດາແລ້ວ ຈະສະຫຼາຍລົງເສຍແລ້ວນັ້ນ ນາມຮູບຈະບັງເກີດຂຶ້ນເພື່ອຄວາມເປັນເຊັ່ນນີ້ໄດ້ບໍ່ ?
ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !
ພຸດທະວະຈະນະ - ໝວດທັມ
ອານົນທ໌ ! ຖ້າຫາກວ່າວິນຍານຂອງເດັກແດງ ທີ່ເປັນຊາຍກໍຕາມ ເປັນຍິງກໍຕາມ ຈະຂາດລົງເສຍແລ້ວນັ້ນ ນາມຮູບຈະເຖິງຊຶ່ງຄວາມຈະເລີນງອກງມ ຄວາມໄພບູນຢູ່ອີກບໍ່ ?
ຂໍ້ນັ້ນ ຫາບໍ່ໄດ້ຂ້ານ້ອຍ !








