ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(ໃນກໍລະນີແຫ່ງບຸກຄົນຜູ້ບໍ່ເຮັດອະທິນນາທານ ບໍ່ເຮັດກາເມສຸມິດສາຈາຣ ກໍໄດ້ຕຣັດໄວ້ໃນຂໍ້ຄວາມເຊັ່ນດຽວກັນກັບໃນກໍລະນີຂອງຜູ້ບໍ່ເຮັດປານາຕິບາດ ດັ່ງກ່າວມາແລ້ວເບື້ອງເທິງທຸກປະການ ແລະຍັງໄດ້ຕຣັດຕໍ່ໄປເຖິງ ວະຈີສຸຈະຣິຕ ມະໂນສຸຈະຣິຕ ດ້ວຍຂໍ້ຄວາມເຊັ່ນດຽວກັນອີກດ້ວຍ)

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຂໍ້ດີຂອງມະນຸດທຽບກັບ

ເທວະດາຊັ້ນດາວະດຶງ ໔໙

- ບາລີ ສັຕຕກ. ອັງ. ໒໓/໔໐໘/໒໒໕.

ພິກຂຸທັງຫຼາຍ ! ມະນຸດຊາວອຸດຕະຣະກຸຣຸທະວີບ ປະເສີດກວ່າພວກເທວະດາຊັ້ນດາວະດຶງ ແລະພວກມະນຸດຊາວຊົມພູທະວີບ ດ້ວຍຖານະ ໓ ປະການ.

໓ ປະການ ເປັນແນວໃດ ? ຄື :-

(໑) ບໍ່ມີທຸກຂ໌

(໒) ບໍ່ມີຄວາມຫວງແຫນ

(໓) ມີອາຍຸແນ່ນອນ

ພິກຂຸທັງຫຼາຍ ! ມະນຸດຊາວອຸດຕະຣະກຸຣຸທະວີບ ປະເສີດກວ່າພວກເທວະດາຊັ້ນດາວະດຶງ ແລະພວກມະນຸດຊາວຊົມພູທະວີບດ້ວຍຖານະ ໓ ປະການນີ້ແລ.

ພິກຂຸທັງຫຼາຍ ! ມະນຸດຊາວຊົມພູທະວີບ ປະເສີດກວ່າພວກມະນຸດຊາວອຸດຕະຣະກຸຣຸທະວີບ ແລະພວກເທວະດາຊັ້ນດາວະດຶງດ້ວຍຖານະ ໓ ປະການ.

ພຸດທະວະຈະນະ - ໝວດທັມ

໓ ປະການ ເປັນແນວໃດ ? ຄື :-

(໑) ເປັນຜູ້ກ້າຫານ

(໒) ເປັນຜູ້ມີສະຕິ

(໓) ເປັນຜູ້ຢູ່ປະພຶດພຣົມມະຈັນອັນຍອດຢ້ຽມ

ພິກຂຸທັງຫຼາຍ ! ມະນຸດຊາວຊົມພູທະວີບ ປະເສີດກວ່າພວກມະນຸດຊາວອຸດຕະຣະກຸຣຸທະວີບ ແລະພວກເທວະດາຊັ້ນດາວະດຶງ ດ້ວຍຖານະ ໓ ປະການນີ້ແລ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດແຫ່ງການເກີດໃນຄັນ ໕໐

- ບາລີ ມູ. ມ. ໑໒/໔໘໕-໔໘໗/໔໕໒-໔໕໓.

ພິກຂຸທັງຫຼາຍ ! ການປະຕິສົນທິຂອງສັຕໃນຄັນ ຍ່ອມມີໄດ້ ເພາະການປະຊຸມພ້ອມຂອງສິ່ງ ໓ ເຍື່ອງ.

ໃນສັຕໂລກນີ້ ແມ່ນວ່າມານດາແລະບິດາເປັນຜູ້ຢູ່ຮ່ວມກັນ ແຕ່ມານດາຍັງບໍ່ຜ່ານການມີລະດູ ແລະຄັນດັບພະ (ສັຕທີ່ຈະເຂົ້າໄປປະຕິສົນທິໃນຄັນນັ້ນ) ກໍຍັງບໍ່ເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ ການປະຕິສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ກ່ອນ.

ໃນສັຕໂລກນີ້ ແມ່ນວ່າມານດາແລະບິດາເປັນຜູ້ຢູ່ຮ່ວມກັນແລະມານດາກໍຜ່ານການມີລະດູ ແຕ່ຄັນດັບພະຍັງບໍ່ເຂົ້າໄປຕັ້ງໂດຍສະເພາະ ການປະຕິສົນທິຂອງສັຕໃນຄັນ ກໍຍັງມີຂຶ້ນບໍ່ໄດ້ນັ້ນເອງ.

ພິກຂຸທັງຫຼາຍ ! ແຕ່ເມື່ອໃດ

ມານດາແລະບິດາເປັນຜູ້ຢູ່ຮ່ວມກັນດ້ວຍ

ມານດາກໍຜ່ານການມີລະດູດ້ວຍ

ຄັນດັບພະກໍເຂົ້າໄປຕັ້ງຢູ່ໂດຍສະເພາະດ້ວຍ

ການປະຕິສົນທິຂອງສັຕໃນຄັນຍ່ອມສໍາເລັດໄດ້

ເພາະການປະຊຸມພ້ອມກັນຂອງສິ່ງ ໓ ເຍື່ອງ

ດ້ວຍອາການດັ່ງນີ້.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ມານດາ ຍ່ອມປະຄັບປະຄອງສັຕທີ່ເກີດໃນຄັນນັ້ນ ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫຼວງ ເປັນພາຣະໜັກ ຕະຫຼອດເວລາເກົ້າເດືອນແດ່ ສິບເດືອນແດ່.

ພິກຂຸທັງຫຼາຍ ! ເມື່ອຜ່ານໄປເກົ້າເດືອນ ຫຼືສິບເດືອນມານດາ ຍ່ອມກໍາເນີດບຸດນັ້ນ ດ້ວຍໂລຫິຕຂອງຕົນເອງ.

ພິກຂຸທັງຫຼາຍ ! ໃນອະຣິຍະວິນັຍ ຄໍາວ່າ “ໂລຫິຕ” ນີ້ ໝາຍເຖິງນໍ້ານົມຂອງມານດາ.

ພິກຂຸທັງຫຼາຍ ! ເດັກນ້ອຍນັ້ນ ຈະເລີນໄວຂຶ້ນ ມີອິນຊີອັນຈະເລີນເຕັມທີ່ແລ້ວ ຫຼິ້ນຂອງຫຼິ້ນສໍາລັບເດັກນ້ອຍ ເຊັ່ນຫຼິ້ນໄຖນ້ອຍໆ ຫຼິ້ນໝໍ້ໜຶ້ງໝໍ້ແກງ ຫຼິ້ນຂອງຫຼິ້ນຊື່ໂມກຂະຈິກະ ຫຼິ້ນໝາກປິ່ນລົມນ້ອຍໆ ຫຼິ້ນຕວງຂອງດ້ວຍເຄື່ອງຕວງທີ່ເຮັດດ້ວຍໃບໄມ້ ຫຼິ້ນລົດນ້ອຍໆ ຫຼິ້ນທະນູນ້ອຍໆ.

ພິກຂຸທັງຫຼາຍ ! ເດັກນ້ອຍນັ້ນ ຄັນຈະເລີນໄວຂຶ້ນແລ້ວ ມີອິນຊີອັນຈະເລີນເຕັມທີ່ແລ້ວ ເປັນຜູ້ເອີບອີ່ມພຽບພ້ອມດ້ວຍກາມະຄຸນ ໕ ໃຫ້ເຂົາບໍາເລີຢູ່ ທາງຕາດ້ວຍຮູບ ທາງຫູດ້ວຍສຽງ ທາງດັງດ້ວຍກິ່ນ ທາງລີ້ນດ້ວຍຣົສຊາດ ແລະທາງກາຍດ້ວຍໂຜດຖັບພະ

ເປີດທັມທີ່ຖືກປົກປິດ : ພົບພູມ

ຊຶ່ງລ້ວນແຕ່ເປັນສິິ່ງປາຖະນາ ໜ້າຮັກໄຄ່ ໜ້າພໍໃຈ ເປັນທີ່ຍົວະຕາ ຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໄຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ແລະເປັນທີ່ຕັ້ງແຫ່ງຄວາມຮັກ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ