ພົບພູມ
ໜ້າ/ 140
(ສູຕອື່ນໆ ແທນທີ່ຈະນັບຈໍານວນກັມມະບົດມີ ໑໐ ໄດ້ຊົງຂະຫຍາຍອອກໄປເປັນ ໒໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດອີກສິບ ແລະຊົງຂະຫຍາຍອອກໄປເປັນ ໓໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ແລະຊົງຂະຫຍາຍອອກໄປເປັນ ໔໐ ຄື ເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ສັນລະເສີນຜູ້ອື່ນເຮັດສິບ ຈຶ່ງມີກັມມະບົດ ສິບ ຊາວ ສາມສິບ ສີ່ສິບ
ທສກ. ອັງ. ໒໔/໓໓໒-໓໕໒/໑໙໘-໒໐໑.
ໃນສູຕອື່ນ ສະແດງຜົນແຫ່ງການເຮັດ ແປກອອກໄປຈາກຄໍາວ່າ “ເໝືອນຖືກນໍາເອົາໄປເກັບໄວ້ເທິງສະຫວັນ” ນັ້ນ ຊົງສະແດງຄໍາວ່າ “ເປັນຜູ້ບໍ່ຂຸດຮາກຕົນເອງ” ກໍມີ, “ຕາຍແລ້ວໄປສຸຄະຕິ” ກໍມີ, “ເປັນບັນດິຕ” ກໍມີ ທສກ. ອັງ. ໒໔/໓໓໒-໓໓໓/໒໐໒-໒໐໓)
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ອານິສົງແຫ່ງສີລສົມບັດຂອງຄົນມີສີລ ໔໗
- ບາລີ ມຫາ. ທີ. ໑໐/໑໐໒/໘໐.
ຄະຫະບໍດີທັງຫຼາຍ ! ອານິສົງແຫ່ງສີລສົມບັດຂອງຄົນມີສີລ ໕ ປະການເຫຼົ່ານີ້. ໕ ປະການຄື :-
ຄະຫະບໍດີທັງຫຼາຍ !
(໑) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຍ່ອມມີໂພຄະຊັບຢ່າງຫຼວງຫຼາຍ ຊຶ່ງມີຄວາມບໍ່ປະມາດເປັນເຫດ ນີ້ເປັນອານິສົງ ຂໍ້ທີ ໑ ແຫ່ງສີລສົມບັດຂອງຄົນມີສີລ.
(໒) ກິດຕິສັບອັນງາມຂອງຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຍ່ອມລືຊາແຜ່ກະຈາຍໄປ ນີ້ເປັນອານິສົງຂໍ້ທີ ໒ ແຫ່ງສີລສົມບັດຂອງຄົນມີສີລ.
(໓) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຈະເຂົ້າໄປສູ່ບໍຣິສັດ ໃດໆ ຄື ຂັດຕິຍະບໍຣິສັດ ພຣາມບໍຣິສັດ ຄະຫະບໍດີບໍຣິສັດ ຫຼືສະມະນະບໍຣິສັດ ຍ່ອມກ້າຫານ ບໍ່ເກີ້ເຂີນ ນີ້ເປັນອານິສົງ ຂໍ້ທີ ໓ ແຫ່ງສີລສົມບັດຂອງຄົນມີສີລ.
(໔) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ຍ່ອມບໍ່ຫຼົງທໍາກາລະ ນີ້ເປັນອານິສົງຂໍ້ທີ ໔ ແຫ່ງສີລສົມບັດຂອງຄົນມີສີລ.
ພຸດທະວະຈະນະ - ໝວດທັມ
(໕) ຄົນມີສີລ ເຖິງພ້ອມແລ້ວດ້ວຍສີລ ເບື້ອງໜ້າແຕ່ຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິ ໂລກສະຫວັນ ນີ້ເປັນອານິສົງຂໍ້ທີ ໕ ແຫ່ງສີລສົມບັດຂອງຄົນມີສີລ.
ຄະຫະບໍດີ ! ເຫຼົ່ານີ້ແລ ຄື ອານິສົງແຫ່ງສີລສົມບັດຂອງຄົນມີສີລ ໕ ປະການ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ສຸຄະຕິຂອງຜູ້ມີສີລ ໔໘
- ບາລີ ທສກ. ອັງ. ໒໔/໓໑໑/໑໙໓.
ພິກຂຸທັງຫຼາຍ !
ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ
ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ
ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ
ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ
ຈະເປັນຜູ້ຮັບຜົນແຫ່ງກັມນັ້ນ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້
ຢຸດປານາຕິບາດ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາດຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍ ເຂົາບໍ່ກະເສືອກກະສົນດ້ວຍ(ກັມທາງ) ກາຍ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ໃຈ ກາຢະກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ ມະໂນກັມຂອງເຂົາຕົງ ຄະຕິຂອງເຂົາຕົງ ອຸບັດ (ການເຂົ້າເຖິງພົບ) ຂອງເຂົາຕົງ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຕົງ ມີອຸບັດຕົງນັ້ນ ເຮົາກ່າວຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາຄື ໝູ່ສັຕຜູ້ມີສຸຂໂດຍສ່ວນດຽວ ຫຼືວ່າຕະກູນອັນສູງ ຄືຕະກູນຂັດຕິຍະມະຫາສານ ຕະກູນພຣາມມະຫາສານ ຫຼືຕະກູນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີເງິນແລະຄໍາຫຼາຍ ມີອຸປະກອນແຫ່ງຊັໍບຫຼາຍ.
ພິກຂຸທັງຫຼາຍ ! ພູຕະສັຕ ຍ່ອມມີດ້ວຍອາການເຊັ່ນນີ້ ຄື ອຸບັດຍ່ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັດດ້ວຍກັມນັ້ນ ຜັດສະທັງຫຼາຍຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ້ອຸບັດແລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.








