ພົບພູມ
ໜ້າ/ 140
ວ່າຕະຖາຄົຕໄດ້ພາສິຕໄວ້ ໄດ້ກ່າວໄວ້
໖. ຍ່ອມສະແດງສິ່ງອັນຕະຖາຄົຕໄດ້ພາສິຕໄວ້ ໄດ້ກ່າວໄວ້
ວ່າຕະຖາຄົຕບໍ່ໄດ້ພາສິຕໄວ້ ບໍ່ໄດ້ກ່າວໄວ້
໗. ຍ່ອມສະແດງກັມອັນຕະຖາຄົຕບໍ່ໄດ້ປະພຶດປະຕິບັດມາ
ວ່າຕະຖາຄົຕໄດ້ປະພຶດປະຕິບັດມາ
໘. ຍ່ອມສະແດງກັມອັນຕະຖາຄົຕໄດ້ປະພຶດປະຕິບັດມາ
ວ່າຕະຖາຄົຕບໍ່ໄດ້ປະພຶດປະຕິບັດມາ
໙. ຍ່ອມສະແດງສິ່ງທີ່ຕະຖາຄົຕບໍ່ໄດ້ບັນຍັດໄວ້
ວ່າຕະຖາຄົຕບັນຍັດໄວ້
໑໐. ຍ່ອມສະແດງສິ່ງທີ່ຕະຖາຄົຕບັນຍັດໄວ້ ວ່າຕະຖາຄົຕບໍ່ໄດ້ບັນຍັດໄວ້
ພິກຂຸເຫຼົ່ານັ້ນ !
ຍ່ອມປະຖິ້ມກັນ ຍ່ອມແຍກຈາກກັນ ຍ່ອມເຮັດສັງຄະກັມແຍກກັນ
ສູດປາຕິໂມກຂ໌ແຍກຈາກກັນດ້ວຍວັດຖຸ ໑໐ ປະການນີ້
ອານົນທ໌ ! ສົງຄ໌ຈະເປັນຜູ້ແຕກກັນດ້ວຍເຫດມີປະມານເທົ່ານີ້ແລ
ຂ້າແຕ່ພຣະອົງຜູ້ຈະເຣີນ !
ກໍບຸກຄົນຜູ້ທີ່ທໍາລາຍສົງຄ໌ຜູ້ພ້ອມພຽງກັນ ຈະປະສົບຜົນອັນໃດ ຂ້ານ້ອຍ
ອານົນທ໌ ! ບຸກຄົນຜູ້ທີ່ທໍາລາຍສົງຄ໌ຜູ້ພ້ອມພຽງກັນ ຈະປະສົບຜົນອັນເຜັດຮ້ອນ ຊຶ່ງຕັ້ງຢູ່ຕະຫຼອດກັບໜຶ່ງ
ຂ້າແຕ່ພຣະອົງຜູ້ຈະເຣີນ !
ກໍຜົນອັນເຜັດຮ້ອນ ຊຶ່ງຕັ້ງຢູ່ຕະຫຼອດກັບໜຶ່ງ ຄືອັນໃດ ຂ້ານ້ອຍ
ອານົນທ໌ ! ບຸກຄົນຜູ້ທີ່ທໍາລາຍສົງຄ໌ຜູ້ພ້ອມພຽງກັນນັ້ນ ຈະສະເຫວີຍຜົນກັມ ຢູ່ໃນນະຣົກຕະຫຼອດກັບໜຶ່ງ
ຄາຖາຕື່ມທ້າຍພຣະສູຕ
ບຸກຄົນຜູ້ທີ່ທໍາລາຍສົງຄ໌ໃຫ້ແຕກກັນ
ຍິນດີແລ້ວໃນການແຕກແຍກ ຕັ້ງຢູ່ໃນອະທັມ
ເປັນຜູ້ເຂົ້າເຖິງອະບາຍ ເຂົ້າເຖິງນະຣົກ
ຕັ້ງຢູ່ໃນນະຣົກນັ້ນຕະຫຼອດກັບໜຶ່ງ
ຍ່ອມພາດຈາກທັມອັນກະເສມຈາກໂຢຄະ
ຍ່ອມສະເຫວີຍກັມ ຢູ່ໃນນະຣົກຕະຫຼອດກັບໜຶ່ງ
ເພາະທໍາລາຍສົງຄ໌ ຜູ້ພ້ອມພຽງກັນໃຫ້ແຕກກັນ
- ບາລີ ທສກ. ອັງ. ໒໔/໗໘/໓໗.
ສາຣະບານ
ພົບ
໐໑. ພົບ ເປັນແນວໃດ
໐໒. ຄວາມມີຂຶ້ນແຫ່ງພົບ (ນັຍທີ ໑)
໐໓. ຄວາມມີຂຶ້ນແຫ່ງພົບ (ນັຍທີ ໒)
໐໔. ເຄື່ອງນໍາໄປສູ່ພົບ
໐໕. ຄວາມເກີດຂຶ້ນແຫ່ງພົບໃໝ່
໐໖. ບ່ອນຕັ້ງຢູ່ຂອງວິນຍານ (ນັຍທີ ໑)
໐໗. ບ່ອນຕັ້ງຢູ່ຂອງວິນຍານ (ນັຍທີ ໒)
໐໘. ຄວາມມີຂຶ້ນແຫ່ງພົບ ເຖິງມີຢູ່ພຽງບຶດດຽວກໍເປັນຕາໜ່າຍ
ສັຕ
໐໙. ຄວາມໝາຍຂອງຄໍາວ່າ “ສັຕ”
໑໐. ເຫດໃຫ້ມີການເກີດ
໑໑. ລັກສະນະຂອງການເກີດ
໑໒. ກາຍແບບຕ່າງໆ
໑໓. ຄະຕິ ໕ ແລະອຸປະມາ
໑
໓
໔
໖
໘
໙
໑໑
໑໕
໑໙
໒໑
໒໓
໒໕
໒໗
໒໙
໓໑
ນະຣົກ
໑໔. ເຫດໃຫ້ທຸຄະຕິປາກົດ
໑໕. ໂທດແຫ່ງສີລວິບັຕຂອງຄົນທຸສີລ
໑໖. ທຸຄະຕິຂອງຜູ້ທຸສີລ
໑໗. ວິບາກຂອງຜູ້ທຸສີລ
໑໘. ເຄາະຮ້າຍອັນໃຫຍ່ຫຼວງຂອງຄົນພາລ
໑໙. ປະຕິປະທາໃຫ້ເຂົ້າເຖິງນະຣົກຊື່ປະຫາສະ
໒໐. ປະຕິປະທາໃຫ້ເຂົ້າເຖິງນະຣົກຊື່ສໍຣະຊິຕ
໒໑. ອະສັດທັມທີ່ເຮັດໃຫ້ເກີດໃນນະຣົກຕະຫຼອດກັບ
໒໒. ອຸປະມາຄວາມທຸກຂ໌ໃນນະຣົກ
໒໓. ຄວາມທຸກຂ໌ໃນນະຣົກ
໒໔. ອາຍຸນະຣົກ
໒໕. ການເຂົ້າເຖິງນະຣົກໃນພົບປັດຈຸບັນ (ນັຍທີ ໑)
໒໖. ການເຂົ້າເຖິງນະຣົກໃນພົບປັດຈຸບັນ (ນັຍທີ ໒)
໒໗. ການກັກຂັງທີ່ໂຫດຮ້າຍເຈັບປວດ
໒໘. ຄວາມເປັນໄປໄດ້ຍາກ
໒໙. ການບໍ່ຮູ້ອະຣິຍະສັຈມືດຍິ່ງກວ່າໂລກັນຕຣິກະ
໔໑
໔໒
໔໗
໔໙
໕໑
໕໔
໕໗
໕໙
໖໑
໖໓
໗໓
໘໙
໙໓
໙໖
໙໘
໑໐໑
໑໐໔
ສັຕເດຣັດສານ
໓໐. ເຫດທີ່ເຮັດໃຫ້ເກີດເປັນສັຕເດຣັດສານ
໓໑. ນາຄະເປັນເດຣັດສານ
໓໒. ກໍາເນີດນາຄະ ໔ ຈໍາພວກ
໓໓. ເຫດໃຫ້ນາຄະຮັກສາອຸໂປສົດ
໓໔. ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍພວກນາຄ
(ນັຍທີ ໑)
໓໕. ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍພວກນາຄ
(ນັຍທີ ໒)
໓໖. ກໍາເນີດຄຸຕ ໔ ຈໍາພວກ
໓໗. ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍພວກຄຸຕ
(ນັຍທີ ໑)
໓໘. ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍພວກຄຸຕ
(ນັຍທີ ໒)
໓໙. ປະຕິປະທາໃຫ້ເຖິງຄວາມເປັນໝາແລະງົວ
໔໐. ສັຕທີ່ຢູ່ໃນອະບາຍມີຫຼາຍ
໔໑. ການກັກຂັງທີ່ໂຫດຮ້າຍເຈັບປວດ
໔໒. ຄວາມເປັນໄປໄດ້ຍາກ
໑໐໗
໑໐໘
໑໑໑
໑໑໕
໑໑໖
໑໑໗
໑໑໘
໑໑໙
໑໒໐
໑໒໑
໑໒໓
໑໒໖
໑໒໙
໑໓໑
ເປຕະວິສະຢະ (ເປຕະວິສັຍ)
໔໓. ເປຕະວິສະຢະ
໔໔. ພົບພູມທີ່ບໍຣິໂພກທານໄດ້
໔໕. ຄວາມເປັນໄປໄດ້ຍາກ
ມະນຸດສາ
໔໖. ເຫດໃຫ້ສຸຄະຕິປາກົດ
໔໗. ອານິສົງແຫ່ງສີລສົມບັດຂອງຄົນມີສີລ
໔໘. ສຸຄະຕິຂອງຜູ້ມີສີລ
໔໙. ຂໍ້ດີຂອງມະນຸດທຽບກັບ ເທວະດາຊັ້ນດາວະດຶງ
໕໐. ເຫດແຫ່ງການເກີດໃນຄັນ
໕໑. ສັຕຕັ້ງຢູ່ໃນຄັນໄດ້ແນວໃດ








