ພົບພູມ
ໜ້າ/ 140
ຈຸນທະ ! ຄວາມສະອາດທາງກາຍ ມີ ໓ ຢ່າງ
ຄວາມສະອາດທາງວາຈາ ມີ ໔ ຢ່າງ
ຄວາມສະອາດທາງໃຈ ມີ ໓ ຢ່າງ
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ກຸສົນກັມມະບົດສິບ.
ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍກຸສົນກັມມະບົດ
ທັງ ໑໐ ປະການເຫຼົ່ານີ້ ເປັນເຫດ
ພວກເທບຈຶ່ງປາກົດ ພວກມະນຸດຈຶ່ງປາກົດ
ຫຼືວ່າ ສຸຄະຕິໃດໆ ແມ່ນວ່າອື່ນອີກ ຍ່ອມມີ.
ຈຸນທະ ! ຄວາມບໍ່ສະອາດທາງກາຍ ມີ ໓ ຢ່າງ
ຄວາມບໍ່ສະອາດທາງວາຈາ ມີ ໔ ຢ່າງ
ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ອະກຸສົນກັມມະບົດສິບ.
ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍອະກຸສົນກັມມະບົດ
ທັງ ໑໐ ປະການເຫຼົ່ານີ້ ເປັນເຫດ
ນະຣົກຍ່ອມປາກົດ ກໍາເນີດເດຣັດສານຍ່ອມປາກົດ ເປດວິໄສຍ່ອມປາກົດ
ຫຼືວ່າ ທຸຄະຕິໃດໆ ແມ່ນວ່າອື່ນອີກ ຍ່ອມມີ.
ຣາທະ ! ສັນທະອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດ
ອຸປາຢະແລະອຸປາທານອັນໃດ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ
ແລະເຄື່ອງນອນເນື່ອງແຫ່ງຈິຕ
ອັນມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ
ສິ່ງເຫຼົ່ານີ້ ເຮົາເອີ້ນວ່າ
ເຄື່ອງນໍາໄປສູ່ພົບ.
- ບາລີ ຂັນທ. ສັງ. ໑໗/໒໓໓/໓໘໗.
- ບາລີ ທສກ. ອັງ. ໒໔/໒໘໗-໒໙໐/໑໖໕.
ພຸດທະວະຈະນະ
ພົບພູມ
ພຸດທະວະຈະນະ
(ຄໍາສອນຂອງພຣະພຸດທະເຈົ້າ)
ພົບພູມ
ອັກສອນຫຍໍ້
(ເພື່ອຄວາມສະດວກແກ່ຜູ້ທີ່ຍັງບໍ່ເຂົ້າໃຈ ເລື່ອງອັກສອນຫຍໍ້ທີ່ໃຊ້ໝາຍແທນຊື່ຄໍາພີ ຊຶ່ງມີຢູ່ໂດຍສ່ວນຫຼາຍ)
ມຫາວິ. ວິ. ມະຫາວິພັງຄະ ວິນັຍປິດົກ.
ພິກຂຸນີ. ວິ. ພິກຂຸນີວິພັງຄະ ”
ມຫາ. ວິ. ມະຫາວັກຄະ ”
ຈຸລລ. ວິ. ຈຸລະວັກຄະ ”
ປຣິວາຣ. ວິ. ປະຣິວາຣະວັກຄະ ”
ສີ. ທີ. ສີລະຂັນດະວັກຄະ ທີຄະນິກາຢະ
ມຫາ. ທີ. ມະຫາວັກຄະ ”
ປາ. ທີ. ປາຕິກະວັກຄະ ”
ມູ. ມ. ມູລະປັນນາສະ ມັຊຊິມະນິກາຢະ
ມ. ມ. ມັຊຊິມະປັນນາສະ ”
ອຸປຣິ. ມ. ອຸປະຣິປັນນາສະ ”
ສຄາ.ສັງ. ສະຄາຖະວັກຄະ ສັງຢຸດຕະນິກາຢະ
ນິທານ. ສັງ. ນິທານະວັກຄະ ”
ຂັນທ. ສັງ. ຂັນທະວາຣະວັກຄະ ”
ສລາ. ສັງ. ສະລາຢະຕະນະວັກຄະ ”
ມຫາວາຣ. ສັງ. ມະຫາວາຣະວັກຄະ ”
ເອກ.ອັງ. ເອກະນິປາຕະ ອັງຄຸດຕຣະນິກາຢະ
ທຸກ. ອັງ. ທຸກະນິປາຕະ ”
ຕິກ. ອັງ. ຕິກະນິປາຕະ ”
ຈຕຸກກ. ອັງ. ຈະຕຸກກະນິປາຕະ ”
ປັນຈກ. ອັງ. ປັນຈະກະນິປາຕະ ”
ສັກກ.ອັງ. ສັກກະນິປາຕະ ອັງຄຸດຕຣະນິກາຢະ
ສັຕຕກ. ອັງ. ສັຕຕະກະນິປາຕະ ”
ອັຕຖກ. ອັງ. ອັຕຖະກະນິປາຕະ ”
ນວກ. ອັງ. ນະວະກະນິປາຕະ ”
ທສກ. ອັງ. ທະສະກະນິປາຕະ ”
ເອກາທສກ.ອັງ. ເອກາທະສະກະນິປາຕະ ”
ຂຸ. ຂຸ. ຂຸດທະກະປາຖະ ຂຸດທະກະນິກາຢະ
ທ. ຂຸ. ທັມມະບົດ ”
ອຸ. ຂຸ. ອຸທານ ”
ອິຕິວຸ. ຂຸ. ອິຕິວຸຕຕະກະ ”
ສຸ. ຂຸ. ສຸດຕະນິປາຕະ ”
ວິມານ. ຂຸ. ວິມານະວັຕຖຸ ”
ເປຕ. ຂຸ. ເປຕະວັຕຖຸ ”
ເຖຣ. ຂຸ. ເຖຣະຄາຖາ ”
ເຖຣີ. ຂຸ. ເຖຣີຄາຖາ ”
ຊາ. ຂຸ. ຊາດົກ ”
ມຫານິ. ຂຸ. ມະຫານິດເທສະ ”
ຈູລນິ. ຂຸ. ຈູລະນິດເທສະ ”
ປຕິສັມ. ຂຸ. ປະຕິສັມພິທາມັກຄະ ”
ອປທ. ຂຸ. ອະປະທານ ”
ພຸດທວ. ຂຸ. ພຸດທະວັງສະ ”
ຈະຣິຍາ. ຂຸ. ຈະຣິຍາປິດົກ ”
ຕົວຢ່າງຄໍາຫຍໍ້ : ໑໔/໑໗໑/໒໔໕ ໃຫ້ອ່ານວ່າ ໄຕຣປິດົກເຫຼັ້ມ ໑໔ ໜ້າ ໑໗໑ ຂໍ້ທີ ໒໔໕
ຂ້າແຕ່ພຣະອົງຜູ້ຈະເຣີນ !
ພຣະອົງຕຣັດວ່າ ສັງຄະເພທະ (ສົງຄ໌ແຕກກັນ) ສັງຄະເພທະ (ສົງຄ໌ແຕກກັນ) ດັ່ງນີ້
ສົງຄ໌ຈະເປັນຜູ້ແຕກກັນ ດ້ວຍເຫດມີປະມານເທົ່າໃດໜໍ ຂ້ານ້ອຍ !
ອານົນທ໌ ! ພິກຂຸໃນທັມວິນັຍນີ້
໑. ຍ່ອມສະແດງສິ່ງທີ່ບໍ່ແມ່ນທັມ ວ່າເປັນທັມ
໒. ຍ່ອມສະແດງສິ່ງທີ່ເປັນທັມ ວ່າບໍ່ແມ່ນທັມ
໓. ຍ່ອມສະແດງສິ່ງທີ່ບໍ່ແມ່ນວິນັຍ ວ່າເປັນວິນັຍ
໔. ຍ່ອມສະແດງສິ່ງທີ່ເປັນວິນັຍ ວ່າບໍ່ແມ່ນວິນັຍ
໕. ຍ່ອມສະແດງສິ່ງອັນຕະຖາຄົຕບໍ່ໄດ້ພາສິຕໄວ້ ບໍ່ໄດ້ກ່າວໄວ້








