ພົບພູມ
ໜ້າ/ 140
ວິບາກແຫ່ງຜະຣຸສະວາດຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອການໄດ້ຟັງສຽງ ທີ່ບໍ່ ຖືກໃຈ.
ພິກຂຸທັງຫຼາຍ ! ສັມຜັປປະລາປະ (ຄໍາໂລເລ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.
ວິບາກແຫ່ງສັມຜັປປະລາປະຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກເປັນໄປເພື່ອວາຈາທີ່ບໍ່ມີໃຜເຊື່ອຖື.
ພິຂຸທັງຫຼາຍ ! ການດື່ມນໍ້າເມົາຄືສຸຣາແລະເມຣັຍ ເສບເຖິງທົ່ວແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.
ວິບາກແຫ່ງການດື່ມນໍ້າເມົາຄືສຸຣາແລະເມຣັຍຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອຄວາມເປັນບ້າ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຄາະຮ້າຍອັນໃຫຍ່ຫຼວງຂອງຄົນພາລ ໑໘
- ບາລີ ອຸປຣິ. ມ. ໑໔/໓໑໙-໓໒໐/໔໘໑-໔໘໓.
ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸດຖິ້ມບອກໄມ້ ທີ່ມີຮູດຽວລົງໄປໃນມະຫາສະມຸດ ບອກນັ້ນຖືກລົມຕາເວັນອອກພັດໄປທາງທິດຕາເວັນຕົກ ຖືກລົມຕາເວັນຕົກ ພັດໄປທາງທິດ ຕາເວັນອອກ ຖືກລົມເໜືອພັດໄປທາງທິດໃຕ້ ຖືກລົມໃຕ້ພັດໄປທາງທິດເໜືອ ມີເຕົ່າຕາບອດຢູ່ໃນມະຫາສະມຸດນັ້ນ ຜ່ານກາຍໄປຮ້ອຍປີ ຈຶ່ງໂຜ່ຜຸດຂຶ້ນຄັ້ງໜຶ່ງ.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດໜໍ ? ເຕົ່າຕາບອດໂຕນັ້ນ ຈະຍ່ອມເອົາຄໍປ່ອນສຸບເຂົ້າໃນບອກ ຊຶ່ງມີຮູດຽວນັ້ນ ໄດ້ແດ່ຫຼືບໍ່ໜໍ ?
ຂໍ້ນັ້ນເປັນໄປບໍ່ໄດ້ເລີຍ ຂ້ານ້ອຍ !
ຂ້າແຕ່ພຣະອົງຜູ້ຈະເລີນ ! ຖ້າຈະເປັນໄປໄດ້ແດ່ ໃນບາງຄັ້ງບາງຍາມ ກໍໂດຍຜ່ານໄລຍະກາລະນານດົນແນ່ນອນ.
ພິກຂຸທັງຫຼາຍ ! ເຕົ່າຕາບອດໂຕນັ້ນ ຈະຍ່ອມເອົາຄໍປ່ອນສຸບເຂົ້າບອກ ທີ່ມີຮູດຽວນັ້ນໄດ້ ຍັງຈະໄວກວ່າ ເຮົາກ່າວຄວາມເປັນມະນຸດ ທີ່ຄົນພາລໄປສູ່ວິນິບາຕເທື່ອໜຶ່ງແລ້ວຈະຍ່ອມໄດ້ ຍັງຍາກກວ່ານີ້ ນັ້ນເພາະເຫດໃດ ?
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ເພາະໃນໂຕຄົນພາລນີ້ ບໍ່ມີການປະພຶດທັມ ບໍ່ມີຄວາມປະພຶດສະງົບ ບໍ່ມີການເຮັດກຸສົລ ບໍ່ມີການເຮັດບຸນ ມີແຕ່ການກິນກັນເອງ ການບຽດບຽນຜູ້ອ່ອນແອ.
ພິກຂຸທັງຫຼາຍ ! ຄົນພາລນັ້ນແລ ຖ້າຈະມາສູ່ຄວາມເປັນມະນຸດໃນບາງຄັ້ງບາງຍາມ ບໍ່ວ່າກາລໃດໆ ໂດຍຜ່ານໄລຍະກາລດົນນານ ກໍຍ່ອມເກີດໃນຕະກູນຕ່ຳ ຄື ຕະກູນຄົນຈັນທານ ຫຼືຕະກູນນາຍພານ ຫຼືຕະກູນຈັກສານ ຫຼືຕະກູນຊ່າງລົດ ຫຼືຕະກູນ ຖິ້ມຂີ້ເຫຍື້ອ ເຫັນປານນັ້ນ ໃນບັ້ນປາຍ ອັນເປັນຕະກູນຄົນຈົນ ມີເຂົ້າ ນ້ຳແລະອາຫານໜ້ອຍ ມີຊີວິດເປັນໄປລໍາບາກ ຊຶ່ງເປັນຕະກູນທີ່ຈະໄດ້ຂອງກິນແລະເຄື່ອງນຸ່ງຫົ່ມໂດຍຝືດເຄືອງ ແລະເຂົາຈະມີຜິວພັນຂີ້ຮ້າຍ ໜ້າລັງກຽດ ຮ່າງເຕ້ຍຕຸ້ຍ ມີໂຣຄາຫຼາຍ ເປັນຄົນຕາບອດແດ່ ເປັນຄົນຫງ້ອຍແດ່ ເປັນຄົນຕໍ່າຕ້ອຍແດ່ ເປັນເປ້ຍແດ່ ບໍ່ໄດ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ເຂົາປະພຶດກາຢະທຸຈະຣິຕ ວາຈີທຸຈະຣິຕ ມະໂນທຸຈະຣິຕ ນັ້ນແລ້ວ ເມື່ອຕາຍໄປຈະເຂົ້າເຖິງອະບາຍ ທຸຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫຼາຍ ! ເໝືອນນັກເລງການພະນັນເພາະເຄາະຮ້າຍປະການທໍາອິດເທົ່ານັ້ນ ຈຶ່ງຕ້ອງສູນເສຍລູກແດ່ ເສຍເມຍແດ່ ເສຍ ສົມບັດທຸກເຍື່ອງແດ່ ຍິ່ງຂຶ້ນໄປອີກ ຕ້ອງຮອດຖືກຈັບຂັງ ເຄາະຮ້າຍຂອງນັກເລງການພະນັນທີ່ຕ້ອງເສຍໄປດັ່ງນັ້ນ ພຽງເລັກນ້ອຍ
ພຸດທະວະຈະນະ - ໝວດທັມ
ທີ່ແທ້ແລ ເຄາະຮ້າຍອັນໃຫຍ່ຫລວງກວ່ານັ້ນ ຄື
ເຄາະທີ່ຄົນພາລນັ້ນປະພຶດ ກາຢະທຸຈະຣິຕ
ວະຈີທຸຈະຣິຕ ມະໂນທຸຈະຣິຕແລ້ວ
ຕາຍໄປ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ນັ້ນເອງ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ປະຕິປະທາໃຫ້ເຂົ້າເຖິງນະຣົກຊື່ປະຫາສະ ໑໙
- ບາລີ ສລາ. ສັງ. ໑໘/໓໗໗/໕໘໙.








