ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈະເປັນຜູ້ຮັບຜົນກັມນັ້ນ.

ພິກຂຸທັງຫຼາຍ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີປົກກະຕິ ເຮັດປານາຕິບາຕ ຊົ່ວຊ້າ ມີຝ່າມືເປື້ອນດ້ວຍໂລຫິດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິດ ເຂົາກະເສືອກກະສົນດ້ວຍ (ກັມທາງ) ກາຍ ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ກະເສືອກກະສົນດ້ວຍ (ກັມທາງ) ໃຈ ກາຢະກັມຂອງເຂົາຄົດ ວະຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ ຄະຕິຂອງເຂົາຄົດ ອຸບັດ (ການເຂົ້າເຖິງພົບ) ຂອງເຂົາຄົດ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຄົດ ມີອຸບັດຄົດນັ້ນ ເຮົາກ່າວຄະຕິເຍື່ອງໃດເຍື່ອງໜຶ່ງ ໃນບັນດາຄະຕິສອງຢ່າງ ແກ່ເຂົາ ຄື ເຫລົ່າສັຕນະຣົກ ຜູ້ມີທຸກຂ໌ໂດຍສ່ວນດຽວ ຫລືວ່າ ສັຕເດຣັດສານ ຜູ້ມີກໍາເນີດກະເສືອກກະສົນ ໄດ້ແກ່ງູ ແມງເງົາ ຂີ້ເຂັບ ຈອນພອນ ແມວ ໜູ ນົກເຄົ້າ ຫລື ສັຕເດຣັດສານເຫລົ່າອື່ນ ທີ່ເຫັນມະນຸດແລ້ວກະເສືອກກະສົນ.

ພິກຂຸທັງຫຼາຍ ! ພູຕະສັຕຍ່ອມມີດ້ວຍອາການດັ່ງນີ້ ຄື ອຸບັດຍ່ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັດດ້ວຍຜົນກັມນັ້ນ ຜັດສະທັງຫຼາຍ ຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ້ອຸບັດແລ້ວ.

ພິກຂຸທັງຫຼາຍ ! ເຮົາກ່າວວ່າສັຕທັງຫລາຍເປັນ ທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.

(ໃນກໍລະນີແຫ່ງບຸກຄົນຜູ້ເຮັດອະທິນນາທານ ກາເມສຸມິດສາຈາຣ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີຂອງຜູ້ເຮັດປານາຕິບາຕ ດັ່ງກ່າວມາແລ້ວເບື້ອງຕົ້ນທຸກປະການ ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີທຸຈະຣິຕສີ່ ມະໂນທຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ)

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ວິບາກຂອງຄົນທຸສີລ ໑໗

- ບາລີ ອັຕຖກ. ອັງ. ໒໓/໒໕໑/໑໓໐.

ພິກຂຸທັງຫຼາຍ ! ປານາຕິບາຕ (ຂ້າສັຕ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ວິບາກແຫ່ງປານາຕິບາຕຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອມີອາຍຸສັ້ນ.

ພິກຂຸທັງຫຼາຍ ! ອະທິນນາທານ (ລັກຊັບ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ວິບາກແຫ່ງອະທິນນາທານຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອຄວາມເສື່ອມແຫ່ງໂພຄະ.

ພິກຂຸທັງຫຼາຍ ! ກາເມສຸມິດສາຈາຣ (ປະພຶດຜິດໃນກາມ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ພຸດທະວະຈະນະ - ໝວດທັມ

ວິບາກແຫ່ງກາເມສຸມິດສາຈາຣຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອກໍ່ເວຣດ້ວຍສັດຕູ.

ພິກຂຸທັງຫຼາຍ ! ມຸສາວາດ (ເວົ້າຕົວະ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ວິບາກແຫ່ງມຸສາວາດ ຂອງຜູ້ເປັນມະນຸດທີ່ເບົາກວ່າວິບາກທັງປວງ ຄື ວິບາກເປັນໄປເພື່ອການຖືກກ່າວຕູ່ດ້ວຍຄໍາບໍ່ຈິງ.

ພິກຂຸທັງຫຼາຍ ! ປິສຸນະວາດ (ຄໍາຍຸແຍ່ໃຫ້ແຕກກັນ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ວິບາກແຫ່ງປິສຸນະວາດຂອງຜູ້ເປັນມະນຸດ ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອການແຕກຈາກໝູ່.

ພິກຂຸທັງຫຼາຍ ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວເຖິງແລ້ວ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ