ພົບພູມ
ໜ້າ/ 140
ຂ້າແຕ່ພຣະອົງຜູ້ຈະເລີນ ! ຂ້ານ້ອຍເຄີຍໄດ້ຍິນຄໍາຂອງນັກຟ້ອນລໍາ ຜູ້ເປັນອາຈານແລະປາຈານກ່ອນໆ ກ່າວວ່າ ນັກຟ້ອນລໍາຄົນໃດ ເຮັດໃຫ້ຄົນຍິ້ມຫົວ ລ່າເລີງ ດ້ວຍຄໍາຈິງແດ່ ຄໍາຂີ້ຕົວະແດ່ ໃນທ່າມກາງຮ້ານຟ້ອນລໍາ ໃນທ່າມກາງສະຖານບັນເທີງ ຜູ້ນັ້ນເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຜູ້ລ່າເລີງ ໃນຂໍ້ນີ້ ພຣະຜູ້ມີພຣະພາກເຈົ້າຕຣັດວ່າແນວໃດ ?
ຢ່າເລີຍຄາມະນິ ! ຂໍໂຈະຂໍ້ນີ້ເສຍເຖີ້ນ ທ່ານຢ່າຖາມຂໍ້ນີ້ກັບເຮົາອີກເລີຍ.
ຄາມະນິໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າເປັນຄັ້ງທີສອງ ແລະ ພຣະຜູ້ມີພຣະພາກໄດ້ຕຣັດຫ້າມ
ຄາມະນິໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າເປັນຄັ້ງທີສາມ ແລະ ພຣະຜູ້ມີພຣະພາກໄດ້ຕຣັດຕອບວ່າ
ຄາມະນິ ! ເມື່ອກ່ອນສັຕທັງຫຼາຍ ຍັງບໍ່ປາສະຈາກຣາຄະ ອັນກິເລສເຄື່ອງຜູກຄືຣາຄະຜູກໄວ້ ນັກຟ້ອນລໍາລວບລວມເຂົ້າໄວ້ຊຶ່ງທັມ ອັນເປັນທີ່ຕັ້ງແຫ່ງຄວາມກໍາໜັດ ໃນທ່າມ ກາງຮ້ານຟ້ອນລໍາ ໃນທ່າມກາງສະຖານບັນເທີງ ແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ
ພຸດທະວະຈະນະ - ໝວດທັມ
ເມື່ອກ່ອນສັຕທັງຫຼາຍ ຍັງບໍ່ປະສະຈາກໂທສະ ອັນກິເລສເຄື່ອງຜູກຄືໂທສະຜູກໄວ້ ນັກຟ້ອນລໍາລວບລວມເຂົ້າໄວ້ຊຶ່ງທັມເປັນທີ່ຕັ້ງແຫ່ງໂທສະ ໃນທ່າມກາງຮ້ານຟ້ອນລໍາ ໃນທ່າມ ກາງສະຖານບັນເທີງ ແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ
ເມື່ອກ່ອນສັຕທັງຫຼາຍ ຍັງບໍ່ປະສະຈາກໂມຫະ ອັນກິເລສເຄື່ອງຜູກຄືໂມຫະຜູກໄວ້ ນັກຟ້ອນລໍາຍ່ອມລວບລວມໄວ້ຊຶ່ງທັມເປັນທີ່ຕັ່ງແຫ່ງໂມຫະ ໃນທ່າມກາງຮ້ານຟ້ອນລໍາ ໃນທ່າມ ກາງສະຖານບັນເທີງ ແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ
ນັກຟ້ອນລໍານັ້ນ ຕົນເອງກໍມົວເມົາ ປະມາດ ຕັ້ງຢູ່ໃນຄວາມປະມາດ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນນະຣົກ ຊື່ປະຫາສະ
ອັນໜຶ່ງ ຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ນັກຟ້ອນລໍາຄົນໃດເຮັດໃຫ້ຄົນຍິ້ມຫົວ ລ່າເລີງ ດ້ວຍຄໍາຈິງແດ່ ຄໍາຂີ້ຕົວະແດ່ ໃນທ່າມກາງຮ້ານຟ້ອນລໍາ ໃນທ່າມກາງສະຖານບັນເທີງ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຊື່ປະຫາສະ ດັ່ງນີ້ແລ້ວ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.
ຄາມານິ ! ເຮົາຍ່ອມກ່າວຄະຕິ ໒ ຢ່າງ ຢ່າງໃດ ຢ່າງໜຶ່ງ ຄືນະຣົກ ຫຼືກໍາເນີດເດຣັດສານ ຂອງບຸກຄົນຜູ້ມີຄວາມເຫັນຜິດ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ປະຕິປະທາໃຫ້ເຂົ້າເຖິງນະຣົກຊື່ສໍຣະຊິຕ ໒໐
- ບາລີ ສລາ. ສັງ. ໑໘/໓໘໐/໕໙໓.
ຂ້າແຕ່ພຣະອົງຜູ້ຈະເລີນ ! ຂ້ານ້ອຍໄດ້ສະດັບຄໍາຂອງນັກລົບອາຊີບທັງອາຈານແລະປາຈານກ່ອນໆ ກ່າວກັນເຊັ່ນນີ້ວ່າ ນັກລົບອາຊີບຄົນໃດອຸດສາຫະພະຍາຍາມໃນສົງຄາມ ຄົນອື່ນຂ້າຜູ້ນັ້ນຊຶ່ງກໍາລັງອຸດສາຫະພະຍາຍາມໃຫ້ເຖິງຄວາມຕາຍ ຜູ້ນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສໍຣະຊິຕ ໃນຂໍ້ນີ້ພຣະຜູ້ມີພຣະພາກຕຣັດວ່າແນວໃດ ?
ຢ່າເລີຍຄາມະນິ ! ຂໍໂຈະຂໍ້ນີ້ເສຍເຖີ້ນ ທ່ານຢ່າຖາມຂໍ້ນີ້ກັບເຮົາອີກເລີຍ.
ຄາມະນິໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າເປັນຄັ້ງທີສອງ ແລະ ພຣະຜູ້ມີພຣະພາກໄດ້ຕຣັດຫ້າມ
ຄາມະນິໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າເປັນຄັ້ງທີສາມ ແລະ ພຣະຜູ້ມີພຣະພາກໄດ້ຕຣັດຕອບວ່າ
ຄາມະນິ ! ນັກລົບອາຊີບຄົນໃດອຸດສາຫະພະຍາຍາມໃນສົງຄາມ ຜູູ້ນັ້ນຢຶດໜ່ວງຈິຕເຮັດໄວ້ບໍ່ດີ ຕັ້ງຈິຕໄວ້ບໍ່ດີກ່ອນວ່າ ສັຕເຫຼົ່ານັ້ນຈົ່ງຖືກຂ້າ ຈົ່ງຖືກແທງ ຈົ່ງຂາດສູນ ຈົ່ງວິນາດ ຫຼືວ່າຢ່າໄດ້ມີຄົນອື່ນຂ້າຜູ້ນັ້ນຊຶ່ງກໍາລັງອຸດສາຫະພະຍາຍາມໃຫ້ເຖິງຄວາມຕາຍ ຜູ້ນັ້ນເມື່ອຕາຍໄປ ຍ່ອມເກີດໃນນະຣົກຊື່ສໍຣະຊິຕ
ພຸດທະວະຈະນະ - ໝວດທັມ
ກໍຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ນັກລົບອາຊີບຜູ້ໃດ ອຸດສາຫະພະຍາຍາມໃນສົງຄາມ ຄົນອື່ນຂ້າຜູ້ນັ້ນຊຶ່ງກໍາລັງອຸດສາຫະພະຍາຍາມໃຫ້ເຖິງຄວາມຕາຍ ຜູ້ນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສໍຣະຊິຕ ດັ່ງນີ້ແລ້ວ ຄວາມເຫັນຂອງຜູ້ນັ້ນເປັນຄວາມເຫັນຜິດ.
ຄາມະນິ ! ເຮົາຍ່ອມກ່າວຄະຕິ ໒ ຢ່າງ ຢ່າງໃດ ຢ່າງໜຶ່ງ ຄືນະຣົກ ຫຼືກໍາເນີດເດຣັດສານ ຂອງບຸກຄົນຜູ້ມີຄວາມເຫັນຜິດ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ








