ພົບພູມ

ໜ້າ/ 140

(໒) ເປັນຜູ້ມີຈິຕພະຍາບາດ ມີຄວາມດໍາຣິໃນໃຈເປັນໄປທາງປອງຮ້າຍ ວ່າ “ສັຕທັງຫລາຍເຫລົ່ານີ້ ຈົ່ງເດືອດຮ້ອນ ຈົ່ງແຕກທໍາລາຍ ຈົ່ງຂາດສູນ ຈົ່ງວິນາດ ຢ່າໄດ້ມີຢູ່ອີກເລີຍ” ດັ່ງນີ້ ເປັນຕົ້ນ

ເປີດທັມທີ່ຖືກປົກປິດ : ພົບພູມ

(໓) ເປັນຜູ້ມີຄວາມເຫັນຜິດ ມີທັດສະນະວິປະຣິດວ່າ “ທານທີ່ໃຫ້ແລ້ວ ບໍ່ມີ (ຜົນ) ຍັນທີ່ບູຊາແລ້ວ ບໍ່ມີ (ຜົນ) ການບູຊາ ທີ່ບູຊາແລ້ວ ບໍ່ມີ (ຜົນ) ຜົນວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວ ບໍ່ມີ ໂລກນີ້ ບໍ່ມີ ໂລກອື່ນ ບໍ່ມີ ມານດາ ບໍ່ມີ ບິດາ ບໍ່ມີ ໂອປະປາຕິກະສັຕ ບໍ່ມີ ສາມະນະພຣາມຜູ້ດໍາເນີນໄປໂດຍຖືກຕ້ອງ ປະຕິບັດໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນ ດ້ວຍປັນຍາໂດຍຖືກຕ້ອງເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ ກໍບໍ່ມີ” ດັ່ງນີ້

ຈຸນທະ ! ເຊັ່ນນີ້ແລ ເປັນຄວາມບໍ່ສະອາດທາງໃຈ ໓ ຢ່າງ.

ຈຸນທະ ! ເຫລົ່ານີ້ແລ ເອີ້ນວ່າ ອະກຸສົລກັມມະບົດສິບ.

ຈຸນທະ ! ອັນນຶ່ງ ເພາະມີການປະກອບດ້ວຍອະກຸສົລກັມມະບົດທັງສິບປະການເຫລົ່ານີ້ເປັນເຫດ ນະຣົກຍ່ອມປາກົດ ກໍາເນີດເດຣັດສານຍ່ອມປາກົດ ເປຕະວິສັຍຍ່ອມປາກົດ ຫລືວ່າ ທຸຄະຕິໃດໆ ແມ່ນແນວອື່ນອີກ ຍ່ອມມີ.

ພິກຂຸທັງຫຼາຍ ! ບຸກຄົນຍ່ອມປະກອບດ້ວຍທັມ ໑໐ ປະການນີ້ແລ ຍ່ອມເປັນເໝືອນບຸກຄົນຜູ້ຖືກນໍາໂຕໄປເກັບໄວ້ໃນນະຣົກ.

ພຸດທະວະຈະນະ - ໝວດທັມ

(ສູຕອື່ນໆ ແທນທີ່ຈະນັບຈໍານວນກັມມະບົດມີ ໑໐ ໄດ້ຊົງຂະຫຍາຍອອກໄປເປັນ ໒໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດອີກສິບ ແລະຊົງຂະຫຍາຍອອກໄປເປັນ ໓໐ ຄືເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດ ສິບ ຍິນດີເມື່ອເຂົາເຮັດສິບ ແລະຊົງຂະຫຍາຍອອກໄປເປັນ ໔໐ ຄື ເຮັດເອງສິບ ຊັກຊວນຜູ້ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ສັນລະເສີນຜູ້ອື່ນເຮັດສິບ ຈຶ່ງມີກັມມະບົດ ສິບ ຊາວ ສາມສິບ ສີ່ສິບ ທສກ. ອັງ. ໒໔/໓໓໒-໓໕໒/໑໙໘-໒໐໑.

ໃນສູຕອື່ນ ສະແດງຜົນແຫ່ງການເຮັດ ແບ່ງອອກໄປຈາກຄໍາວ່າ “ເໝືອນຖືກນໍາເອົາໄປເກັບໄວ້ໃນນະຣົກ” ນັ້ນ ຊົງສະແດງຄໍາວ່າ “ເປັນຜູ້ຂຸດຮາກຕົນເອງ” ກໍມີ, “ຕາຍແລ້ວໄປທຸຄະຕິ” ກໍມີ, “ເປັນຄົນພາລ” ກໍມີ ທສກ. ອັງ. ໒໔/໓໓໒-໓໓໓/໒໐໒-໒໐໓)

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ໂທດແຫ່ງສີລວິບັດຂອງຄົນທຸສີລ ໑໕

- ບາລີ ມຫາ. ທີ. ໑໐/໑໐໑/໗໙.

ຄະຫະບໍດີທັງຫຼາຍ ! ໂທດແຫ່ງສີລວິບັດຂອງຄົນທຸສີລ ໕ ປະການເຫລົ່ານີ້. ໕ ປະການຄື :

ຄະຫະບໍດີທັງຫຼາຍ !

(໑) ຄົນທຸສີລ ມີສີລວິບັດແລ້ວ ຍ່ອມເຂົ້າເຖິງຄວາມເສື່ອມແຫ່ງໂພຄະຊັບອັນຫລວງຫລາຍ ຊຶ່ງມີຄວາມປະມາດເປັນເຫດ ນີ້ເປັນໂທດຂໍ້ທີ ໑ ແຫ່ງສີລວິບັດຂອງຄົນທຸສີລ

(໒) ກຽດຕິສັບອັນຊົ່ວຂອງຄົນທຸສີລ ມີສີລວິບັດແລ້ວຍ່ອມແຜ່ກະຈາຍໄປ ນີ້ເປັນໂທດຂໍ້ທີ ໒ ແຫ່ງສີລວິບັດຂອງຄົນທຸສີລ

(໓) ຄົນທຸສີລ ມີສີລວິບັດແລ້ວ ຈະເຂົ້າໄປສູ່ບໍຣິສັດ໑ ໃດໆ ຄື ຂັດຕິຢະບໍຣິສັດ ພຣາມມະນະບໍຣິສັັດ ຄະຫະບໍດີບໍຣິສັດ ຫຼື ສະມະນະບໍຣິສັດ ຍ່ອມປະມ່າ ເຂີນອາຍ ນີ້ເປັນໂທດຂໍ້ທີ ໓ ແຫ່ງສີລວິບັດຂອງຄົນທຸສີລ

(໔) ຄົນທຸສີລ ມີສີລວິບັດແລ້ວ ຍ່ອມຫລົງທໍາກາລະ ນີ້ເປັນໂທດຂໍ້ທີ ໔ ແຫ່ງສີລວິບັດຂອງຄົນທຸສີລ

໑. ກຸ່ມ ໝູ່ຄະນະ

ພຸດທະວະຈະນະ - ໝວດທັມ

(໕) ຄົນທຸສີລ ມີສີລວິບັດແລ້ວ ເບື້ອງໜ້າແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ນີ້ເປັນໂທດຂໍ້ທີ ໕ ແຫ່ງສີລວິບັດຂອງຄົນທຸສີລ

ຄະຫະບໍດີທັງຫຼາຍ ! ເຫລົ່ານີ້ແລ ຄື ໂທດແຫ່ງສີລວິບັດຂອງຄົນທຸສີລ ໕ ປະການ

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ທຸຄະຕິຂອງຜູ້ທຸສີລ ໑໖

- ບາລີ ທສກ. ອັງ. ໒໔/໓໐໙/໑໙໓.

ພິກຂຸທັງຫຼາຍ ! ເຮົາຈະສະແດງທັມປະຣິຍາຍ ອັນເປັນເຫດແຫ່ງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ແກ່ພວກເຈົ້າ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.

ທັມປະຣິຍາຍ ອັນສະແດງຄວາມກະເສືອກກະສົນໄປຕາມກັມ ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ