ພົບພູມ
ໜ້າ/ 140
ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່ ໂດຍສະໄໝຕໍ່ມາ ເຮົາຍ່ອມເຫັນບຸຣຸດນັ້ນ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງແລ້ວແລຢູ່ ສະເຫວີຍສຸຂະເວທະນາໂດຍສ່ວນດຽວ.
ພຸດທະວະຈະນະ - ໝວດທັມ
ເປີດທັມທີ່ຖືກປົກປິດ : ພົບພູມ
ນິຣະຢະ = ນະຣົກ
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ທຸຄະຕິປາກົດ ໑໔
- ບາລີ ທສກ. ອັງ. ໒໔/໒໘໕-໒໘໗, ໓໐໕/໑໖໕, ໑໘໙.
ຈຸນທະ !
ຄວາມບໍ່ສະອາດທາງກາຍ ມີ ໓ ຢ່າງ
ຄວາມບໍ່ສະອາດທາງວາຈາ ມີ ໔ ຢ່າງ
ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ.
ຈຸນທະ ! ຄວາມບໍ່ສະອາດທາງກາຍມີ ໓ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້
(໑) ເປັນຜູ້ ມີປົກກະຕິເຮັດສັຕມີຊີວິດໃຫ້ດັບມອດ ຊົ່ວຊ້າ ມີຝ່າມືເປື້ອນດ້ວຍໂລຫິດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິດ.
(໒) ເປັນຜູ້ມີປົກກະຕິຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຄືວັດຖຸອຸປະກອນແຫ່ງຊັບຂອງບຸກຄົນອື່ນທີ່ຢູ່ໃນບ້ານ ຫຼືໃນປ່າກໍຕາມ ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ດ້ວຍອາການແຫ່ງຂີ້ລັກ
(໓) ເປັນຜູ້ມີປົກກະຕິປະພຶດຜິດໃນກາມ (ຄືປະພຶດຜິດ) ໃນຍິງ ຊຶ່ງມານດາຮັກສາ ບິດາຮັກສາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ຫຼືຍາດຮັກສາ ອັນທັມຮັກສາ ເປັນຍິງທີ່ມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນແຕ່ຍິງ ອັນທີ່ເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ເປັນຜູ້ປະພຶດຜິດຈາຮີດໃນຮູບແບບເຫລົ່ານັ້ນ
ເປີດທັມທີ່ຖືກປົກປິດ : ພົບພູມ
ຈຸນທະ ! ເຊັ່ນນີ້ແລ ເປັນຄວາມບໍ່ສະອາດທາງກາຍ ໓ ຢ່າງ.
ຈຸນທະ ! ຄວາມບໍ່ສະອາດທາງວາຈາ ມີ ໔ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້
(໑) ເປັນຜູ້ມີປົກກະຕິເວົ້າຕົວະ ໄປສູ່ສະພາກໍດີ ໄປສູ່ບໍຣິສັດກໍດີ ໄປສູ່ທ່າມກາງໝູ່ຍາດກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່ທ່າມກາງຣາຊະສະກຸນກໍດີ ອັນເຂົານໍາເອົາໄປເປັນພະຍານ ຖາມວ່າ “ບຸຣຸດຜູ້ຈະເລີນ ! ທ່ານຮູ້ແນວໃດ ທ່ານຈົ່ງກ່າວໄປເຊັ່ນນັ້ນ” ດັ່ງນີ້ ບຸຣຸດນັ້ນ ເມື່ອບໍ່ຮູ້ກໍກ່າວວ່າຮູ້ ເມື່ອຮູ້ກໍກ່າວວ່າບໍ່ຮູ້ ເມື່ອບໍ່ເຫັນກໍກ່າວວ່າເຫັນ ເມື່ອເຫັນກໍກ່າວວ່າບໍ່ເຫັນ ເພາະເຫດຕົນເອງ ເພາະເຫດຜູ້ອື່ນຫຼືເພາະເຫດເຫັນແກ່ອາມິດໃດໆ ກໍເປັນຜູ້ກ່າວຕົວະ ທັງທີ່ຮູ້ຢູ່
(໒) ເປັນຜູ້ມີວາຈາສໍ່ສຽດ ຄືຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍນັ້ນເພື່ອທໍາລາຍຝ່າຍນີ້ ຫຼືຟັງຈາກຝ່າຍນັ້ນແລ້ວມາບອກຝ່າຍນີ້ເພື່ອທໍາລາຍຝ່າຍນັ້ນ ເປັນຜູ້ເຮັດຄົນສາມັກຄີກັນໃຫ້ແຕກແຍກ ຫຼືເຮັດຄົນທີ່ແຕກແຍກກັນແລ້ວໃຫ້ແຕກແຍກກັນຫລາຍຂຶ້ນ ພໍໃຈ ຍິນດີ ເພີດເພີນໃນການແຕກແຍກກັນເປັນພວກ ເປັນຜູ້ກ່າວວາຈາທີ່ເຮັດໃຫ້ແຕກແຍກກັນເປັນພວກ
ພຸດທະວະຈະນະ - ໝວດທັມ
(໓) ເປັນຜູ້ມີວາຈາຫຍາບ ອັນເປັນວາຈາຫຍາບຄາຍ ແຂງກະດ້າງ ແສບເຜັດຕໍ່ຜູ້ອື່ນ ກະທົບກະເທືອນຜູ້ອື່ນ ແວດລ້ອມຢູ່ດ້ວຍຄວາມໂກດ ບໍ່ເປັນໄປເພື່ອສະມາທິ ເຂົາເປັນຜູ້ກ່າວວາຈາມີຮູບລັກສະນະເຊັ່ນນີ້
(໔) ເປັນຜູ້ມີວາຈາໂລເລ ຄືເປັນຜູ້ກ່າວບໍ່ຖືກກາລະ ບໍ່ກ່າວຕາມຈິງ ກ່າວບໍ່ອີງອັດຖະ ບໍ່ອີງທັມ ບໍ່ອີງວິນັຍ ເປັນຜູ້ກ່າວວາຈາບໍ່ມີທີ່ຕັ້ງອາໄສ ບໍ່ຖືກກາລະເທສະ ບໍ່ມີຈຸດຈົບ ບໍ່ປະກອບດ້ວຍປະໂຫຍດ
ຈຸນທະ ! ເຊັ່ນນີ້ແລ ຄືຄວາມບໍ່ສະອາດທາງວາຈາ ໔ ຢ່າງ.
ຈຸນທະ ! ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້
(໑) ເປັນຜູ້ລົ້ນດ້ວຍອະພິດຊາ (ຄວາມໂລບເພັ່ງເລັງ) ເປັນຜູ້ໂລບເພັ່ງເລັງວັດຖຸອຸປະກອນແຫ່ງຊັບຂອງຜູ້ອື່ນວ່າ “ສິ່ງໃດເປັນຂອງຜູ້ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ” ດັ່ງນີ້








