ພົບພູມ
ໜ້າ/ 140
ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ເບື້ອງໜ້າແຕ່ຕາຍ ເພາະກາຍແຕກ ຈະເຂົ້າເຖິງເປຕະວິສັຍ ໂດຍສະໄໝຕໍ່ມາ ເຮົາໄດ້ເຫັນບຸກຄົນນັ້ນ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ເຂົ້າເຖິງແລ້ວຊຶ່ງເປຕະວິສັຍ ສະເຫວີຍທຸກຂະເວທະນາຢ່າງຫຼວງຫຼາຍ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ.
ສາຣີບຸດ ! ປຽບເໝືອນຕົ້ນໄມ້ເກີດໃນພື້ນທີ່ອັນຮາບພຽງ ມີໃບອ່ອນແລະໃບແກ່ດົກໜາ ມີເງົາອັນຕຶບ ລໍາດັບນັ້ນບຸລຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວ ກະຫາຍ ມຸ່ງມາສູ່ຕົ້ນໄມ້ນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດແນວນັ້ນ
ເປີດທັມທີ່ຖືກປົກປິດ : ພົບພູມ
ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງຕົ້ນໄມ້ນີ້ແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາມານັ່ງຫຼືນອນໃນເງົາຕົ້ນໄມ້ນັ້ນ ສະເຫວີຍສຸຂະເວທະນາຢ່າງຫລວງ ຫລາຍ ແມ່ນນີ້ເຊັ່ນໃດ.
ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ເບື້ອງໜ້າແຕ່ຕາຍ ເພາະກາຍແຕກ ຈະບັງເກີດໃນໝູ່ມະນຸດ ໂດຍສະໄໝຕໍ່ມາ ເຮົາໄດ້ເຫັນບຸກຄົນນັ້ນ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ບັງເກີດແລ້ວໃນໝູ່ມະນຸດ ສະເຫວີຍສຸຂະເວທະນາຢ່າງຫຼວງຫຼາຍ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ.
ສາຣີບຸດ ! ປຽບເໝືອນຜາສາດ ໃນຜາສາດນັ້ນມີເຮືອນຍອດ ຊຶ່ງໂບກທາແລ້ວ ທັງພາຍໃນແລະພາຍນອກຫາຊ່ອງລົມບໍ່ໄດ້ ມີວົງກົບອັນແໜ້ນ ມີບານປະຕູ ແລະໜ້າຕ່າງອັນອັດແຈບດີ ໃນເຮືອນຍອດນັ້ນ ມີບັນລັງອັນປູດ້ວຍຜ້າໂກເຊົາຂົນຍາວ ປູດ້ວຍເຄື່ອງປູເຮັດດ້ວຍຂົນແກະສີຂາວ ປູດ້ວຍຂົນຈຽມເປັນແຜ່ນຕຶບ ມີເຄື່ອງປູຢ່າງດີເຮັດດ້ວຍໜັງກວາງ ມີເພດານກັ້ນໃນເບື້ອງເທິງ ມີໝອນແດງວາງ ທີ່ ຂ້າງທັງສອງ ລໍາດັບນັ້ນບຸລຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວ ກະຫາຍ
ພຸດທະວະຈະນະ - ໝວດທັມ
ມຸ່ງມາສູ່ຜາສາດນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງຜາສາດນີ້ແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາມານັ່ງຫຼືນອນເທິງບັນລັງໃນເຮືອນຍອດ ທີ່ຜາສາດນັ້ນ ສະເຫວີຍສຸຂະເວທະນາໂດຍສ່ວນດຽວ ແມ່ນນີ້ເຊັ່ນໃດ.
ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ເບື້ອງໜ້າແຕ່ຕາຍ ເພາະກາຍແຕກ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ໂດຍສະໄໝຕໍ່ມາ ເຮົາໄດ້ເຫັນບຸກຄົນນັ້ນ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ເຂົ້າເຖິງແລ້ວຊຶ່ງສຸຄະຕິໂລກສະຫວັນ ສະເຫວີຍສຸຂະເວທະນາໂດຍສ່ວນດຽວ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ.
ສາຣີບຸດ ! ປຽບເໝືອນສະໂບກຂະຣະນີ ມີນໍ້າເຢັນ ໃສສະອາດ ມີທ່າອັນດີ ໜ້າຊື່ນໃຈ ແລະໃນບ່ອນບໍ່ໄກສະໂບກຂະຣະນີນັ້ນມີເຂດປ່າອັນຕຶບ ລໍາດັບນັ້ນບຸລຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວ ກະຫາຍ ມຸ່ງມາສູ່ສະໂບກຂະຣະນີນັ້ນແຫຼະ
ເປີດທັມທີ່ຖືກປົກປິດ : ພົບພູມ
ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງສະໂບກຂະຣະນີແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາລົງສູ່ສະໂບກຂະຣະນີນັ້ນ ອາບແລະດື່ມ ລະງັບຄວາມກະວົນກະວາຍ ຄວາມອິດເມື່ອຍແລະຄວາມຮ້ອນໝົດແລ້ວ ຂຶ້ນໄປນັ່ງຫຼືນອນໃນເຂດປ່ານັ້ນ ສະເຫວີຍສຸຂະເວທະນາໂດຍສ່ວນດຽວ ແມ່ນນີ້ເຊັ່ນໃດ.








