ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕໄວ້ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ເກີດຂຶ້ນແຫ່ງອະກຸສົລທັມອັນເປັນບາບທັງຫຼາຍທີ່ຍັງບໍ່ໄດ້ບັງເກີດ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕໄວ້ ຍ່ອມຕັ້ງຈິຕໄວ້ ເພື່ອການຢຸດເສຍຊຶ່ງອະກຸສົລທັມອັນເປັນບາບທີ່ບັງເກີດແລ້ວ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕໄວ້ ຍ່ອມຕັ້ງຈິຕໄວ້ ເພື່ອການບັງເກີດແຫ່ງກຸສົລທັມທັງຫຼາຍ ທີ່ຍັງບໍ່ໄດ້ບັງເກີດ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕໄວ້ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມຢັ້ງຢືນ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທັງຫຼາຍທີ່ບັງເກີດຂຶ້ນແລ້ວ ນີ້ເຮົາເອີ້ນວ່າ ຄວາມພຽນຖືກຕ້ອງ.

ພິກຂຸທັງຫຼາຍ ! ຄວາມລະນຶກຖືກຕ້ອງ ເປັນແນວໃດ ?

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິ ພິຈາ ຣະນາເຫັນກາຍໃນກາຍຢູ່ເປັນປະຈຳ ມີຄວາມພຽນເຜົາກິເລສ

ພຸດທະວະຈະນະ - ໝວດທັມ

ມີຄວາມຮູ້ສຶກໂຕທົ່ວພ້ອມ (ສັມປະຊັນຍະ) ມີສະຕິ ຖອນຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ເປັນຜູ້ມີປົກກະຕິ ພິຈາຣະນາເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ເປັນຜູ້ມີປົກກະຕິ ພິຈາຣະນາເຫັນຈິຕໃນຈິຕທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ເປັນຜູ້ມີປົກກະຕິ ພິຈາຣະນາເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ນີ້ເຮົາເອີ້ນວ່າ ຄວາມລະນຶກຖືກຕ້ອງ.

ພິກຂຸທັງຫຼາຍ ! ຄວາມຕັ້ງໃຈໝັ້ນຖືກຕ້ອງ ເປັນແນວໃດ ?

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊານທີໜຶ່ງ ອັນມີ ວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່ ເພາະວິຕົກວິຈາຣລະງັບລົງ ເຂົາເຂົ້າເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດຂຶ້ນ

ເປີດທັມທີ່ຖືກປົກປິດ : ພົບພູມ

ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິແລ້ວແລຢູ່ ເພາະປີຕິຈາງຫາຍໄປ ເຂົາເປັນຜູ້ເພັ່ງເສຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ ແລະໄດ້ສະເຫວີຍສຸຂດ້ວຍນາມກາຍ ຍ່ອມເຂົ້າເຖິງຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນລະເສີນຜູ້ໄດ້ບັນລຸວ່າ “ເປັນຜູ້ເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ” ແລ້ວແລຢູ່ ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະຄວາມດັບຫາຍແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ເຂົາຍ່ອມເຂົ້າເຖິງຊານທີສີ່ ອັນບໍ່ມີທຸກຂ໌ແລະບໍ່ມີສຸຂ ມີແຕ່ສະຕິ ອັນບໍຣິສຸດ ເພາະອຸເປກຂາແລ້ວແລຢູ່ ນີ້ເຮົາເອີ້ນວ່າ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອະຣິຍະສັຈ ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພາກຜະນວກ

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໑໔໓

- ບາລີ ຈຕຸກກ. ອັງ. ໒໑/໔໙/໓໖.

(ການສົນທະນາກັບໂທນະພຣາມ ເລີ່ມໃນບ່ອນນີິ້ດ້ວຍພຣາມທູນຖາມ)

“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນເທວະດາບໍ ?”

ພຣາມເອີຍ ! ເຮົາບໍ່ໄດ້ເປັນເທວະດາດອກ.

“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນຄົນທັນບໍ ?”

ພຣາມເອີຍ ! ເຮົາບໍ່ໄດ້ເປັນຄົນທັນດອກ.

“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນຍັກບໍ ?”

ພຣາມເອີຍ ! ເຮົາບໍ່ໄດ້ເປັນຍັກດອກ.

“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນມະນຸດບໍ ?”

ພຣາມເອີຍ ! ເຮົາບໍ່ໄດ້ເປັນມະນຸດດອກ.

“ທ່ານຜູ້ຈະເຣີນຂອງເຮົາ ! ເຮົາຖາມແນວໃດໆ ທ່ານກໍຕອບວ່າບໍ່ໄດ້ເປັນແບບນັ້ນໆ, ຖ້າເຊັ່ນນັ້ນ ທ່ານເປັນອິຫຍັງໜໍ ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ