ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ເມື່ອບຸກຄົນເຫັນຂໍ້ນັ້ນດ້ວຍປັນຍາໂດຍຊອບຕົງຕາມທີ່ເປັນຈິງດັ່ງນີ້ ປຸບພັນຕານຸທິຕຖິທັງຫຼາຍ (ຄວາມຕາມເຫັນຂັນທ໌ສ່ວນອະດີຕ) ຍ່ອມບໍ່ມີ.
ເມື່ອປຸບພັນຕານຸທິຕຖິບໍ່ມີ ອະປະຣັນຕານຸທິຕຖິທັງຫຼາຍ (ຄວາມຕາມເຫັນຂັນທ໌ສ່ວນອະນາຄົຕ) ຍ່ອມບໍ່ມີ
ເມື່ອອະປະຣັນຕານຸທິຕຖິບໍ່ມີ ຄວາມຢຶດໝັ້ນລູບຄໍາຢ່າງຮຸນແຮງ ຍ່ອມບໍ່ມີ
ເມື່ອຄວາມຢຶດໝັ້ນລູບຄໍາຢ່າງຮຸນແຮງບໍ່ມີ ຈິຕຍ່ອມຈາງຄາຍກໍາໜັດໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ ຍ່ອມຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ມີຄວາມຢຶດໝັ້ນຖືໝັ້ນ.
ເປີດທັມທີ່ຖືກປົກປິດ : ພົບພູມ
ເພາະຫຼຸດພົ້ນແລ້ວ ຈຶ່ງດໍາຣົງຢູ່
ເພາະດໍາຣົງຢູ່ ຈຶ່ງຍິນດີລ່າເລີງດ້ວຍດີ.
ເພາະຍິນດີລ່າເລີງດ້ວຍດີ ຈຶ່ງບໍ່ຫວາດສຽວຕື່ນຕົກໃຈ ;
ເມື່ອບໍ່ຫວາດສຽວຕື່ນຕົກໃຈ
ຍ່ອມປະຣິນິບພານສະເພາະຕົນ ນັ້ນແລ.
ເຂົານັ້ນຍ່ອມຮູ້ແຈ່ມແຈ້ງວ່າ
“ຊາດດັບສິ້ນແລ້ວ ພຣົມມະຈັນໄດ້ຢູ່ຈົບແລ້ວ
ກິດທີ່ຄວນເຮັດ ໄດ້ເຮັດສໍາເລັດແລ້ວ
ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ອະຣິຍະມັກຄະມີອົງຄ໌ ໘
ຄືຂໍ້ປະຕິບັດເພື່ອຄວາມພົ້ນທຸກຂ໌ ໑໔໒
- ບາລີ ມຫາ. ທີ. ໑໐/໓໔໓-໓໔໕/໒໙໙.
ພິກຂຸທັງຫຼາຍ ! ກໍ ອະຣິຍະສັຈ ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄື
ຫົນທາງອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ເອງ ອົງຄ໌ແປດຄື ຄວາມເຫັນຖືກຕ້ອງ (ສັມມາທິຕຖິ) ຄວາມດໍາຣິຖືກຕ້ອງ (ສັມມາສັງກັບປະ) ວາຈາຖືກຕ້ອງ (ສັມມາວາຈາ) ການງານຖືກຕ້ອງ (ສັມມາກັມມັນຕະ) ອາຊີວະຖືກຕ້ອງ (ສັມມາອາຊີວະ) ຄວາມພຽນຖືກຕ້ອງ (ສັມມາວາຢາມະ) ຄວາມລະນຶກຖືກຕ້ອງ (ສັມມາສະຕິ) ຄວາມຕັ້ງໃຈໝັ້ນຖືກຕ້ອງ (ສັມມາສະມາທິ).
ພິກຂຸທັງຫຼາຍ ! ຄວາມເຫັນຖືກຕ້ອງ ເປັນແນວໃດ ?
ພິກຂຸທັງຫຼາຍ ! ຄວາມຮູ້ໃນທຸກຂ໌ ຄວາມຮູ້ໃນເຫດໃຫ້ເກີດທຸກຂ໌ ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອັນໃດ ນີ້ເຮົາເອີ້ນວ່າ ຄວາມເຫັນຖືກຕ້ອງ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຄວາມດໍາຣິຖືກຕ້ອງ ເປັນແນວໃດ ?
ພິກຂຸທັງຫຼາຍ ! ຄວາມດໍາຣິໃນການອອກຈາກກາມ ຄວາມດໍາຣິໃນການບໍ່ພະຍາບາດ ຄວາມດໍາຣິໃນການບໍ່ບຽດບຽນ ນີ້ເຮົາເອີ້ນວ່າ ຄວາມດໍາຣິຖືກຕ້ອງ.
ພິກຂຸທັງຫຼາຍ ! ວາຈາຖືກຕ້ອງ ເປັນແນວໃດ ?
ພິກຂຸທັງຫຼາຍ ! ການງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການເວົ້າສໍ່ສຽດ (ເວົ້າຍຸແຍ່ໃຫ້ຄົນແຕກແຍກກັນ) ງົດເວັ້ນຈາກການເວົ້າຄໍາຫຍາບ ງົດເວັ້ນຈາກການເວົ້າໂລເລ ນີ້ເຮົາເອີ້ນວ່າ ວາຈາຖືກຕ້ອງ.
ພິກຂຸທັງຫຼາຍ ! ການງານຖືກຕ້ອງ ເປັນແນວໃດ ?
ພິກຂຸທັງຫຼາຍ ! ການງົດເວັ້ນຈາກການຂ້າສັຕ ງົດເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ງົດເວັ້ນຈາກການປະພຶດຜິດໃນກາມທັງຫຼາຍ ນີ້ເຮົາເອີ້ນວ່າ ການງານຖືກຕ້ອງ.
ພິກຂຸທັງຫຼາຍ ! ອາຊີວະຖືກຕ້ອງ ເປັນແນວໃດ ?
ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້ ຢຸດການລ້ຽງຊີບທີ່ຜິດເສຍ ສໍາເລັດການເປັນຢູ່ ດ້ວຍການລ້ຽງຊີບທີ່ຖືກຕ້ອງ ນີ້ເຮົາເອີ້ນວ່າ ອາຊີວະຖືກຕ້ອງ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ຄວາມພຽນຖືກຕ້ອງ ເປັນແນວໃດ ?








