ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຣາມເອີຍ ! ອາສະວະເຫຼົ່າໃດ ທີ່ເຮັດໃຫ້ເຮົາເປັນເທວະດາ ເພາະຍັງລະບໍ່ໄດ້ ອາສະວະເຫຼົ່ານັ້ນເຮົາລະໄດ້ຂາດ ຖອນຂຶ້ນໝົດທັງຮາກແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານຍອດກຸດ ບໍ່ໃຫ້ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປແລ້ວ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣາມເອີຍ ! ອາສະວະເຫຼົ່າໃດ ທີ່ຈະເຮັດໃຫ້ເຮົາເປັນຄົນທັນ ເປັນຍັກ ເປັນມະນຸດ ເພາະຍັງລະມັນບໍ່ໄດ້ ອາສະວະເຫຼົ່ານັ້ນ ເຮົາລະໄດ້ຂາດ ຖອນຂຶ້ນໝົດທັງຮາກແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານຍອດກຸດ ບໍ່ໃຫ້ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປແລ້ວ.

ພຣາມເອີຍ ! ປຽບເໝືອນດອກບົວຂຽວ ບົວຫຼວງ ຫຼືບົວຂາວ ມັນເກີດໃນນໍ້າ ຈະເຣີນໃນນໍ້າ ໂຜ່ຂຶ້ນພົ້ນນໍ້າຕັ້ງຢູ່ ນໍ້າບໍ່ປຽກຕິດມັນໄດ້ ເຊັ່ນໃດກໍເຊັ່ນນັ້ນ.

ພຣາມ !

ເຮົານີ້ເກີດໃນໂລກ ຈະເຣີນໃນໂລກ ກໍຈິງ

ແຕ່ເຮົາຄອບງໍາໂລກເສຍໄດ້ແລ້ວ ແລະຢູ່ໃນໂລກ

ໂລກບໍ່ແປດທາເປິະເປື້ອນ ເຮົາໄດ້.

ພຣາມ !

ທ່ານຈົ່ງຈໍາເຮົາໄວ້ວ່າເປັນ “ພຸດທະ” ດັ່ງນີ້ເຖີ້ນ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ບໍຣິສັດສະມາຄົມ ໘ ໑໔໔

- ບາລີ ມຫາ. ທີ. ໑໐/໑໒໗/໙໙.

ອານົນທ໌ ! ບິຣິສັດສະມາຄົມ ໘ ຊະນິດ ຄື :

(໑) ຂັຕຕິຢະບໍຣິສັດ

(໒) ພຣາມມະນະບໍຣິສັດ

(໓) ຄະຫະບໍດີບໍຣິສັດ

(໔) ສະມະນະບໍຣິສັດ

(໕) ຈາຕຸມມະຫາຣາຊິກະບໍຣິສັດ

(໖) ດາວະດຶງສະບໍຣິສັດ

(໗) ມາຣະບໍຣິສັດ

(໘) ພຣັມມະບໍຣິສັດ.

ອານົນທ໌ !

ຕະຖາຄົຕຍັງຈໍາໄດ້ວ່າ ເຄີຍເຂົ້າໄປສູ່ຂັຕຕິຢະບໍຣິສັດ ພຣາມມະນະບໍຣິສັດ ຄະຫະບໍດີບໍຣິສັດ ສະມະນະບໍຣິສັດ ຈາຕຸມມະຫາຣາຊິກະບໍຣິສັດ ດາວະດຶງສະບໍຣິສັດ ມາຣະບໍຣິສັດ ແລະພຣັມມະບໍຣິສັດ ນັບດ້ວຍຮ້ອຍໆ ທັງເຄີຍນັ່ງຮ່ວມ ເຄີຍເຈຣະຈາຮ່ວມ ເຄີຍສົນທະນາ ແລະສະມາຄົມຮ່ວມກັບບໍຣິສັດ ນັ້ນໆ.

ເປີດທັມທີ່ຖືກປົກປິດ : ພົບພູມ

ເຮົາຍ່ອມຈໍາເລື່ອງນັ້ນໆ ໄດ້ດີວ່າ (ຕອນນັ້ນໆ) ຜິວກາຍຂອງພວກນັ້ນ ເປັນເຊັ່ນໃດ ຜິວກາຍຂອງເຮົາກໍເປັນເຊັ່ນນັ້ນ ສຽງຂອງພວກນັ້ນເປັນເຊັ່ນໃດ ສຽງຂອງເຮົາກໍເປັນເຊັ່ນນັ້ນ.

ອັນໜຶ່ງ ເຮົາຍັງເຄີຍໄດ້ຊີ້ແຈງຕໍ່ພວກເຂົາເຫຼົ່ານັ້ນ ໃຫ້ເຫັນແຈ້ງໃນທັມ ໃຫ້ຮັບເອົາໄປປະຕິບັດ ໃຫ້ເກີດຄວາມກ້າທີ່ຈະຝຶກຕາມ ໃຫ້ພໍໃຈໃນຜົນແຫ່ງການປະຕິບັດ ທີ່ໄດ້ຮັບແລ້ວ ດ້ວຍທັມມິກະຖາ.

ບໍຣິສັດເຫຼົ່ານັ້ນ ບໍ່ຮູ້ຈັກເຮົາຜູ້ກໍາລັງເວົ້າໃຫ້ເຂົາຟັງຢູ່ວ່າ ເຮົາເປັນໃຜ ຄືເປັນເທວະດາ ຫຼືເປັນມະນຸດ.

ຄັນເຮົາກ່າວທັມມິກະຖາຈົບແລ້ວ ກໍຈາກໄປທັງທີ່ຊົນທັງຫຼາຍເຫຼົ່ານັ້ນ ກໍຍັງບໍ່ຮູ້ຈັກເຮົາ.

ເຂົາໄດ້ແຕ່ເກີດຄວາມສົນໃຈວ່າ ຜູ້ທີ່ຈາກໄປແລ້ວນັ້ນເປັນໃຜ ເປັນເທວະດາ ຫຼືມະນຸດກັນແທ້ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ບຸບພະກັມຂອງ

ການໄດ້ລັກສະນະຂອງມະຫາບຸຣຸດ ໑໔໕

- ບາລີ ປາ. ທີ. ໑໑/໑໕໙-໑໙໓/໑໓໐-໑໗໑.

ພິກຂຸທັງຫຼາຍ ! ພວກຣືສີພາຍນອກ ຈື່ມົນມະຫາປຸຣິສະລັກສະນະໄດ້ກໍຈິງແລ ແຕ່ຫາຮູ້ບໍ່ວ່າ ການທີ່ມະຫາບຸຣຸດໄດ້ລັກສະນະອັນນີ້ໆ ເພາະສ້າງກັມເຊັ່ນນີ້ໆ :

(ກ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ໃນພົບທີ່ຢູ່ອາໄສກ່ອນ ໄດ້ເປັນຜູ້ບາກບັ່ນໃນກຸສົລ ຖືໝັ້ນໃນກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ໃນການບໍລິຈາກທານ ການສະມາທານສີລ ການຮັກສາອຸໂປສົດ ການປະຕິບັດມານດາ ບິດາ ການປະຕິບັດສະມະນະພຣາມ ການອ່ອນນ້ອມຕໍ່ຜູ້ຈະເຣີນໃນຕະກູນ ແລະໃນອະທິກຸສົລທັມອື່ນ ເພາະໄດ້ເຮັດ ໄດ້ສ້າງສົມ ໄດ້ພອກພູນ ໄດ້ເສບສຸມກັມນັ້ນໆໄວ້ ພາຍຫຼັງແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ຕະຖາຄົຕນັ້ນຖືເອົາຍິ່ງກວ່າ ໃນເທບເຫຼົ່າອື່ນ ໂດຍຖານະ ໑໐ ຄືອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິບໍດີທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ສັມຜັສທິບ ຄັນຈຸຕິຈາກພົບນັ້ນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາ ປຸຣິສະລັກຂະນະຂໍ້ນີ້ຄື ມີຝ່າບາທາເຕັມພຽງດີ ຢຽບລົງກໍພຽງດີ ຍົກຂຶ້ນກໍພຽງດີ ຝ່າບາທາຖືກພື້ນພ້ອມກັນ ... (ລັກສະນະທີ ໑)

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ