ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍ ຈົ່ງລະສັນທະຣາຄະ ໃນຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານເສຍ ດ້ວຍການເຮັດດັ່ງນີ້ ເປັນອັນວ່າຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານນັ້ນ ເປັນສິ່ງທີ່ເຈົ້າລະຂາດແລ້ວ ມີຮາກອັນຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານມີຂວັ້ນຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີຢູ່ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທໍາມະດາ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເມື່ອ “ເຈົ້າ” ບໍ່ມີ ໑໓໓

- ບາລີ ອຸ. ຂຸ. ໒໕/໘໓/໔໙.

ພາຫິຢະ ! ເມື່ອໃດ “ເຈົ້າ”

ເຫັນຮູບແລ້ວ ສັກແຕ່ວ່າເຫັນ

ໄດ້ຟັງສຽງແລ້ວ ສັກແຕ່ວ່າຟັງ

ໄດ້ກິ່ນ, ຊີມຣົສ, ສັມຜັສທາງຜິວກາຍ

ກໍສັກແຕ່ວ່າດົມ ຊີມ ສັມຜັສ

ໄດ້ຮູ້ແຈ້ງທັມມາຣົມ ກໍສັກແຕ່ວ່າໄດ້ຮູ້ແຈ້ງແລ້ວ

ເມື່ອນັ້ນ “ເຈົ້າ” ຈະບໍ່ມີ

ເມື່ອໃດ “ເຈົ້າ” ບໍ່ມີ

ເມື່ອນັ້ນ ເຈົ້າກໍບໍ່ປາກົດໃນໂລກນີ້

ບໍ່ປາກົດໃນໂລກອື່ນ

ບໍ່ປາກົດໃນລະຫວ່າງແຫ່ງໂລກທັງສອງ

ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ສັງຂະຕະລັກສະນະ ໑໓໔

- ບາລີ ຕິກ. ອັງ. ໒໐/໑໙໒/໔໘໖.

ພິກຂຸທັງຫຼາຍ !

ສັງຂະຕະລັກສະນະແຫ່ງສັງຂະຕະທັມ

໓ ຢ່າງເຫຼົ່ານີ້ ມີຢູ່.

ສາມຢ່າງ ແນວໃດໜໍ ? ສາມຢ່າງ ຄື

໑. ມີການເກີດປາກົດ (ອຸປປາໂທ ປັນຍາຢະຕິ)

໒. ມີການເສື່ອມປາກົດ (ວະໂຢ ປັນຍາຢະຕິ)

໓. ເມື່ອຕັ້ງຢູ່ ກໍມີພາວະຢ່າງອື່ນປາກົດ

(ຖິຕັສສະ ອັນຍະຖັຕຕັງ ປັນຍາຢະຕິ).

ພິກຂຸທັງຫຼາຍ !

ສາມຢ່າງ ເຫຼົ່ານີ້ແລ ຄື

ສັງຂະຕະລັກສະນະແຫ່ງສັງຂະຕະທັມ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອະສັງຂະຕະລັກສະນະ ໑໓໕

- ບາລີ ຕິກ. ອັງ. ໒໐/໑໙໒/໔໘໗.

ພິກຂຸທັງຫຼາຍ !

ອະສັງຂະຕະລັກສະນະແຫ່ງອະສັງຂະຕະທັມ

໓ ຢ່າງເຫຼົ່ານີ້ ມີຢູ່.

ສາມຢ່າງ ແນວໃນໜໍ ? ສາມຢ່າງ ຄື

໑. ບໍ່ປາກົດມີການເກີດ (ນະ ອຸປປາໂທ ປັນຍາຢະຕິ)

໒. ບໍ່ປາກົດມີການເສື່ອມ (ນະ ວະໂຢ ປັນຍາຢະຕິ)

໓. ເມື່ອຕັ້ງຢູ່ ກໍບໍ່ມີພາວະຢ່າງອື່ນປາກົດ

(ນະ ຖິຕັສສະ ອັນຍະຖັຕຕັງ ປັນຍາຢະຕິ)

ພິກຂຸທັງຫຼາຍ !

ສາມຢ່າງ ເຫຼົ່ານີ້ແລ ຄື

ອະສັງຂະຕະລັກສະນະແຫ່ງອະສັງຂະຕະທັມ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

“ດິນ ນໍ້າ ໄຟ ລົມ”

ບໍ່ອາດຢັ່ງລົງໄດ້ໃນບ່ອນໃດ ໑໓໖

- ບາລີ ສີ. ທີ. ໙/໒໗໗, ໘໓/໓໔໓, ໕໐.

ເກວັດຕະ ! ເລື່ອງເຄີຍມີມາແລ້ວ ພິກຂຸອົງຄ໌ໜຶ່ງ ໃນໝູ່ພິກຂຸນີ້ເອງ ເກີດຄວາມສົງໄສຂຶ້ນໃນໃຈວ່າ “ມະຫາພູຕະສີ່ ຄື ດິນ ນ້ຳ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດ ບໍ່ມີເສດເຫຼືອ ໃນທີ່ບ່ອນໃດໜໍ” ດັ່ງນີ້.

(ຄວາມວ່າ ພິກຂຸອົງນັ້ນໄດ້ເຂົ້າສະມາທິ ອັນອາດນໍາໄປສູ່ເທວະໂລກ ໄດ້ນໍາເອົາບັນຫາຂໍ້ທີ່ຕົນສົງໄສນັ້ນ ໄປທ່ຽວຖາມເທວະດາພວກຈາຕຸມະຫາຣາຊິກາ, ເມື່ອບໍ່ມີໃຜຕອບໄດ້ ກໍຜ່ານໄປຖາມເທວະດາໃນຊັ້ນ ດາວະດຶງ, ເທວະດາຊັ້ນນັ້ນໂຍນໃຫ້ໄປຖາມທ້າວສັກກະ, ທ້າວສຸຍາມະ, ທ້າວສັນຕຸສິຕະ, ທ້າວສຸນິມມິຕະ, ທ້າວປະຣະນິມມິຕະວະສະວັຕຕີ, ຖາມເທບພວກພຣົມມະກາຢິກາ, ຈົນຮອດທ້າວມະຫາພຣົມໃນທີ່ສຸດ, ທ້າວມະຫາພຣົມ ພະຍາຍາມຫຼີກລ່ຽງບ່ຽງບ່າຍ ທີ່ຈະບໍ່ຕອບຢູ່ບຶດໜຶ່ງ ແລ້ວໃນທີ່ສຸດໄດ້ສາລະພາບວ່າ ພວກເທວະດາທັງຫຼາຍພາກັນຄິດວ່າ ທ້າວມະຫາພຣົມເອງ ເປັນຜູ້ຮູ້ເຫັນທຸກສິ່ງທຸກເຍື່ອງ ແຕ່ທີ່ຈິງບໍ່ຮູ້ໃນບັນຫາທີ່ວ່າ ມະຫາພູຕະຮູບຈະດັບໄປໃນບ່ອນໃດ ນັ້ນເລີຍ. ມັນເປັນຄວາມຜິດຂອງພິກຂຸນັ້ນເອງ ທີ່ບໍ່ໄປທູນຖາມພຣະຜູ້ມີພຣະພາກເຈົ້າ ໃນທີ່ສຸດ ກໍຕ້ອງຢ້ອນກັບມາເຝົ້າພຣະຜູ້ມີພຣະພາກເຈົ້າ).

ພຸດທະວະຈະນະ - ໝວດທັມ

ເກວັຕຕະ ! ພິກຂຸນັ້ນໄດ້ກັບມາອະພິວາດເຮົາ ນັ່ງນະບ່ອນທີ່ຄວນແລ້ວຖາມເຮົາວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ !ມະຫາພູຕະສີ່ ຄື ດິນ ນໍ້າ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດ ບໍ່ມີເສດເຫຼືອ ໃນບ່ອນໃດ ?” ດັ່ງນີ້.

ເກວັຕຕະ ! ເມື່ອລາວຖາມຂຶ້ນແນວນີ້ ເຮົາໄດ້ກ່າວກັບພິກຂຸນັ້ນວ່າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ