ພົບພູມ
ໜ້າ/ 140
ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະງົບລະງັບແຫ່ງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ
ອັນນັ້ນແຫຼະເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາແລະມໍຣະນະແລ.
ພິກຂຸທັງຫຼາຍ !
ຄວາມດັບ ຄວາມເຂົ້າໄປສະງົບລະງັບ ຄວາມຕັ້ງຢູ່ບໍ່ໄດ້
ແຫ່ງຮູບ ແຫ່ງສຽງ ແຫ່ງກິ່ນ ແຫ່ງຣົສ ແຫ່ງໂຜດຖັບພະ
ແຫ່ງທັມມາຣົມ ໃດໆ
ອັນນັ້ນແຫຼະ ເປັນຄວາມດັບຂອງທຸກຂ໌
ອັນນັ້ນແຫຼະ ເປັນຄວາມເຂົ້າໄປສະງົບລະງັບແຫ່ງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ
ອັນນັ້ນແຫຼະເປັນຄວາມຕັ້ງຢູ່ບໍ່ໄດ້ຂອງຊະຣາແລະມໍຣະນະແລ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ລະຕັນຫາໄດ້ ຄື ລະເບັນຈະຂັນທ໌ໄດ້ ໑໓໐
- ບາລີ ຂັນທ. ສັງ. ໑໗/໒໓໖-໒໓໗/໓໗໕-໓໗໖.
ພິກຂຸ ທ. ! ຄວາມພໍໃຈ (ສັນທະ) ກໍດີ ຄວາມກໍາໜັດ (ຣາຄະ) ກໍດີ ຄວາມເພີນ (ນັນທິ) ກໍດີ ຕັນຫາກໍດີ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານໃດໆ
ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆ ເສຍ.
ດ້ວຍການເຮັດດັ່ງນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານນັ້ນໆ ຈະເປັນສິ່ງທີ່ພວກເຈົ້າລະໄດ້ແລ້ວ ເປັນສິ່ງທີ່ມີມູນຮາກອັນຕັດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ອີກຕໍ່ໄປ.
ຣາທະ ! ຄວາມພໍໃຈກໍດີ ຄວາມກໍາໜັດກໍດີ ຄວາມເພີນກໍດີ ຕັນຫາກໍດີ ອຸປາຢະ (ກິເລສເປັນເຫດໃຫ້ເຂົ້າໄປສູ່ພົບ) ກໍດີ ແລະອຸປາທານ (ຄວາມຢຶດໝັ້ນ) ກໍດີ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານໃດໆ ;
ພວກເຈົ້າທັງຫຼາຍ ຈົ່ງລະກິເລສນັ້ນໆ ເສຍ.
ພຸດທະວະຈະນະ - ໝວດທັມ
ດ້ວຍການເຮັດດັ່ງນີ້ ຮູບ ເວທະນາ ສັນຍາ ສັງຂາຣທັງຫຼາຍ ວິນຍານນັ້ນໆ ຈະເປັນສິ່ງທີ່ພວກເຈົ້າລະໄດ້ແລ້ວ ເປັນສິ່ງທີ່ມີມູນຮາກອັນຕັດຂາດເສຍແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ອີກຕໍ່ໄປ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ດັບຕັນຫາ ຄື ປົງພາຣະໜັກລົງໄດ້ ໑໓໑
- ບາລີ ຂັນທ. ສັງ. ໑໗/໒໓໖-໒໓໗/໓໗໕-໓໗໖.
ພິກຂຸທັງຫຼາຍ !
ການປົງພາລະໜັກລົງເສຍໄດ້ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ !
ຄວາມດັບສະນິດເພາະຄວາມຈາງຄາຍໄປ ໂດຍບໍ່ເຫຼືອ
ແຫ່ງຕັນຫານັ້ນໆແລ,
ຄວາມລະໄປຂອງຕັນຫານັ້ນ,
ຄວາມສະລັດຄືນຂອງຕັນຫານັ້ນ,
ຄວາມຫຼຸດອອກໄປຂອງຕັນຫານັ້ນ,
ແລະຄວາມບໍ່ມີທີ່ອາໄສອີກຕໍ່ໄປຂອງຕັນຫານັ້ນ ອັນໃດ.
ພິກຂຸທັງຫຼາຍ !
ອັນນີ້ເຮົາເອີ້ນວ່າ ການປົງພາຣະໜັກລົງເສຍໄດ້ ດັ່ງນີ້.
ພຸດທະວະຈະນະ - ໝວດທັມ
(ຄາຖາຜະນວກທ້າຍພຣະສູຕ)
ຂັນທ໌ທັງຫ້າ ເປັນຂອງໜັກໜໍ !
ບຸກຄົນແຫຼະ ເປັນຜູ້ແບກຂອງໜັກພາໄປ
ການແບກຖືຂອງໜັກ ເປັນຄວາມທຸກຂ໌ໃນໂລກ
ການປົງພາຣະໜັກເສຍໄດ້ ເປັນຄວາມສຸຂ
ພຣະອະຣິຍະເຈົ້າ ປົງພາຣະໜັກລົງເສຍແລ້ວ
ທັງບໍ່ຈັບບາຍເອົາຂອງໜັກອັນອື່ນຂຶ້ນມາອີກ
ກໍເປັນຜູ້ຖອນຕັນຫາຂຶ້ນໄດ້ໝົດທັງຮາກ (ອະວິຊຊາ)
ເປັນຜູ້ໝົດສິ່ງປາຖະໜາ ດັບສະນິດບໍ່ມີສ່ວນເຫຼືອ ດັ່ງນີ້.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ລະຄວາມພໍໃຈໃນສິ່ງໃດ
ຄື ການລະຊຶ່ງສິ່ງນັ້ນ ໑໓໒
- ບາລີ ຂັນທ. ສັງ. ໑໗/໓໓/໕໖-໕໘.
ພິກຂຸທັງຫຼາຍ ! ເມື່ອບໍ່ຮູ້ຍິ່ງ ເມື່ອບໍ່ຮູ້ຮອບ ເມື່ອບໍ່ຄາຍກໍາໜັດ ເມື່ອບໍ່ລະຂາດ ຊຶ່ງຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ກໍບໍ່ຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເມື່ອຮູ້ຍິ່ງ ເມື່ອຮູ້ຮອບ ເມື່ອຄາຍກໍາໜັດ ເມື່ອລະຂາດ ຊຶ່ງຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ກໍຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.








