ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ແນ່ ພິກຂຸ ! ເລື່ອງເກົ່າແກ່ມີຢູ່ວ່າ ພວກພໍ່ຄ້າທາງທະເລ ໄດ້ເອົານົກສໍາລັບຄົ້ນຫາຝັ່ງໄປກັບເຮືອຄ້າດ້ວຍ ເມື່ອເຮືອຫຼົງທິດໃນທະເລ ແລະແລບໍ່ເຫັນຝັ່ງ ພວກເຂົາປ່ອຍນົກສໍາລັບຄົ້ນຫາຝັ່ງນັ້ນໄປ ນົກນັ້ນບິນໄປທາງທິດຕາເວັນອອກແດ່ ທິດໃຕ້ແດ່ ທິດຕາເວັນຕົກແດ່ ທິດເໜືອແດ່ ທິດນ້ອຍໆແດ່ ເມື່ອມັນເຫັນຝັ່ງທາງທິດໃດແລ້ວ ມັນກໍຈະບິນເບັດຊື່ໄປຍັງທິດນັ້ນ ແຕ່ຖ້າບໍ່ເຫັນ ກໍຈະບິນກັບມາສູ່ເຮືອຄືເກົ່າ.

ພິກຂຸ ! ເຊັ່ນດຽວກັບເຈົ້ານັ້ນແຫຼະ ໄດ້ທ່ຽວຫາຄໍາຕອບຂອງບັນຫານີ້ ມາຈົນໝົດທົ່ວທັງພຣົມມະໂລກແລ້ວ ໃນທີ່ສຸດກໍຍັງຕ້ອງຢ້ອນກັບມາຫາເຮົາອີກ.

ພິກຂຸ ! ໃນບັນຫາຂອງເຈົ້ານັ້ນ ເຈົ້າບໍ່ຄວນຕັ້ງຄໍາຖາມຂຶ້ນວ່າ “ມະຫາພູຕະສີ່ ຄື ດິນ ນ້ຳ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດບໍ່ມີເສດເຫຼືອໃນບ່ອນໃດ ?” ດັ່ງນັ້ນເລີຍ,

ເປີດທັມທີ່ຖືກປົກປິດ : ພົບພູມ

ອັນທີ່ຈິງ ເຈົ້າຄວນຈະຕັ້ງຄໍາຖາມຂຶ້ນແນວນີ້ວ່າ

“ດິນ ນ້ຳ ໄຟ ລົມ ບໍ່ຢັ່ງລົງໄດ້ໃນບ່ອນໃດ ?

ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່

ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້ໃນບ່ອນໃດ ?

ນາມຮູບ ຍ່ອມດັບສະນິດ ບໍ່ມີເສດເຫຼືອໃນບ່ອນໃດ ?”

ດັ່ງນີ້ ຕ່າງຫາກ.

ພິກຂຸ ! ໃນບັນຫານັ້ນ ຄໍາຕອບມີດັ່ງນີ້ :

“ສິ່ງ” ສິ່ງໜຶ່ງ ຊຶ່ງບຸກຄົນຕ້ອງຮູ້ແຈ້ງ

ເປັນສິ່ງທີ່ບໍ່ມີປາກົດການ ບໍ່ມີທີ່ສຸດ

ແຕ່ມີທາງປະຕິບັດເຂົ້າມາເຖິງໄດ້ໂດຍຮອບ ນັັ້ນ ມີຢູ່.

ໃນ “ສິ່ງ” ນັ້ນແຫຼະ

ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່

ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້.

ໃນ “ສິ່ງ” ນັ້ນແຫຼະ

ນາມຮູບ ຍ່ອມດັບສະນິດບໍ່ມີເສດເຫຼືອ

ນາມຮູບ ດັບສະນິດໃນ “ສິ່ງ” ນີ້

ເພາະການດັບສະນິດຂອງວິນຍານ, ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

“ສິ່ງນັ້ນ” ຫາພົບໄດ້ໃນກາຍນີ້ ໑໓໗

- ບາລີ ຈຕຸກກ. ອັງ. ໒໑/໖໒/໔໕.

ແນ່ເຈົ້າ !

ທີ່ສຸດໂລກແຫ່ງໃດ

ອັນສັຕບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດ

ເຮົາບໍ່ກ່າວວ່າ ໃຜໆອາດຮູ້ ອາດເຫັນ

ອາດເຖິງທີ່ສຸດແຫ່ງໂລກນັ້ນ ດ້ວຍການໄປ.

ແນ່ເຈົ້າ !

ໃນຮ່າງກາຍ ທີ່ຍາວປະມານວາໜຶ່ງນີ້

ທີ່ຍັງປະກອບດ້ວຍສັນຍາ ແລະໃຈນີ້ເອງ

ເຮົາໄດ້ບັນຍັດໂລກ

ເຫດໃຫ້ເກີດຂອງໂລກ

ຄວາມດັບສະນິດບໍ່ເຫຼືອຂອງໂລກ

ແລະທາງດໍາເນີນໃຫ້ເຖິງຄວາມດັບສະນິດບໍ່ເຫຼືອຂອງໂລກໄວ້

ດັ່ງນີ້ແລ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ສິ່ງ ໆ ນັ້ນ ມີຢູ່ ໑໓໘

- ບາລີ ອຸ. ຂຸ. ໒໕/໒໐໖/໑໕໘.

ພິກຂຸທັງຫຼາຍ !

“ສິ່ງ” ສິ່ງນັ້ນມີຢູ່

ເປັນສິ່ງ ຊຶ່ງໃນນັ້ນບໍ່ມີດິນ ບໍ່ມີນໍ້າ ບໍ່ມີໄຟ ບໍ່ມີລົມ

ບໍ່ແມ່ນອາກາສານັນຈາຢະຕະນະ

ບໍ່ແມ່ນວິນຍານັນຈາຢະຕະນະ

ບໍ່ແມ່ນອາກິນຈັນຍາຢະຕະນະ

ບໍ່ແມ່ນເນວະສັນຍານາສັນຍາຢະຕະນະ

ບໍ່ແມ່ນໂລກນີ້ ບໍ່ແມ່ນໂລກອື່ນ

ບໍ່ແມ່ນດວງຈັນ ຫຼືດວງອາທິຕທັງສອງຢ່າງ.

ພິກຂຸທັງຫຼາຍ !

ໃນກໍລະນີ ອັນກ່ຽວກັບ “ສິ່ງ”

ສິ່ງນັ້ນ ເຮົາບໍ່ກ່າວວ່າມີການມາ

ບໍ່ກ່າວວ່າມີການໄປ ບໍ່ກ່າວວ່າມີການຢຸດ

ບໍ່ກ່າວວ່າມີການຈຸຕິ ບໍ່ກ່າວວ່າມີການເກີດຂຶ້ນ

ສິ່ງນັ້ນບໍ່ໄດ້ຕັ້ງຢູ່ ສິ່ງນັ້ນບໍ່ໄດ້ເປັນໄປ

ແລະສິ່ງນັ້ນບໍ່ແມ່ນອາຣົມ

ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

“ສິ່ງນັ້ນ” ມີແນ່ນອນ ໑໓໙

- ບາລີ ອິຕິວຸ. ຂຸ. ໒໕/໒໕໗/໒໒໑ ; - ບາລີ ອຸ. ຂຸ. ໒໕/໒໐໗/໑໖໐.

ພິຂຸທັງຫຼາຍ ! ສິ່ງຊຶ່ງບໍ່ໄດ້ເກີດ (ອະຊາຕັງ) ບໍ່ໄດ້ເປັນ (ອະພູຕັງ) ບໍ່ໄດ້ຖືກອັນໃດເຮັດ (ອະກະຕັງ) ບໍ່ໄດ້ຖືກອັນໃດປຸງແຕ່ງ (ອະສັງຂະຕັງ) ນັ້ນມີຢູ່.

ພິກຂຸທັງຫຼາຍ ! ຖ້າຫາກວ່າ ສິ່ງທີ່ບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ຈະບໍ່ມີຢູ່ແລ້ວນັ້ນ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ກໍຈະບໍ່ປາກົດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ