ພົບພູມ

ໜ້າ/ 140

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເທວະດາທັງຫຼາຍ ທາງນໍາສັຕໃຫ້ເຖິງເທວະໂລກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງເທວະໂລກ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງນິບພານ ທາງນໍາສັຕໃຫ້ເຖິງນິບພານ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງນິບພານ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ຍ່ອມເຂົ້າເຖິງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ.

ພຸດທະວະຈະນະ - ໝວດທັມ

ອຸປະມາ ການເຫັນຄະຕິ

ສາຣີບຸດ ! ປຽບເໝືອນຂຸມຖ່ານໄຟ ເລິກຍິ່ງກວ່າຊົ່ວບຸຣຸດ ເຕັມໄປດ້ວຍຖ່ານໄຟແດງ ປາສະຈາກແປວ ປາສະຈາກຄວັນ ລໍາດັບນັ້ນບຸຣຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວກະຫາຍ ມຸ່ງມາສູ່ຂຸມຖ່ານໄຟນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸ ເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດ ແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງຂຸມຖ່ານໄຟນີ້ແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຍ່ອມເຫັນເຂົາຕົກລົງໃນຂຸມຖ່ານໄຟນັ້ນ ສະເຫວີຍທຸກຂະເວທະນາອັນຮຸນແຮງ ແສບຮ້ອນໂດຍສ່ວນດຽວ ແມ່ນນີ້ເຊັ່ນໃດ.

ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ເບື້ອງໜ້າແຕ່ຕາຍ ເພາະກາຍແຕກ ຈະເຂົ້າເຖິງ ອະບາຍ ທຸຄະຕິ ວິນິບາດ ນະຣົກ ໂດຍສະໄໝຕໍ່ມາ ເຮົາໄດ້ເຫັນບຸກຄົນນັ້ນ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ເຂົ້າເຖິງແລ້ວຊຶ່ງອະບາຍ ທຸຄະຕິ ວິນິບາດ ນະຣົກ ສະເຫວີຍທຸກຂະເວທະນາອັນຮຸນແຮງ ແສບຮ້ອນໂດຍສ່ວນດຽວ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ສາຣີບຸດ ! ປຽບເໝືອນຂຸມຄູດ ເລິກຍິ່ງກວ່າຊົ່ວບຸຣຸດ ເຕັມໄປດ້ວຍຄູດ ລໍາດັບນັ້ນບຸຣຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວ ກະຫາຍ ມຸ່ງມາສູ່ຂຸມຄູດນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງຂຸມຄູດນີ້ແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາຕົກລົງໃນຂຸມຄູດນັ້ນ ສະເຫວີຍທຸກຂະເວທະນາອັນຮຸນແຮງ ແສບຮ້ອນ ແມ່ນນີ້ເຊັ່ນໃດ.

ສາຣີບຸດ ! ເຮົາຍ່ອມກໍານົດຮູ້ໃຈບຸກຄົນບາງຄົນໃນໂລກນີ້ດ້ວຍໃຈເຊັ່ນນັ້ນເໝືອນກັນວ່າ ບຸກຄົນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ເບື້ອງໜ້າແຕ່ຕາຍ ເພາະກາຍແຕກ ຈະເຂົ້າເຖິງກໍາເນີດເດຣັດສານ ໂດຍສະໄໝຕໍ່ມາ ເຮົາໄດ້ເຫັນບຸກຄົນນັ້ນ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ເຂົ້າເຖິງແລ້ວຊຶ່ງກໍາເນີດເດຣັດສານ ສະເຫວີຍທຸກຂະເວທະນາອັນຮຸນແຮງ ແສບຮ້ອນ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ.

ສາຣີບຸດ ! ປຽບເໝືອນຕົ້ນໄມ້ເກີດໃນພື້ນທີ່ອັນບໍ່ຮາບພຽງ ມີໃບອ່ອນແລະໃບແກ່ອັນບາງ ມີເງົາອັນໂລ່ງຊອດ ລໍາດັບນັ້ນບຸລຸດຜູ້ມີຄວາມຮ້ອນເຜົາໄໝ້ ອິດເມື່ອຍ ຫິວ ກະຫາຍ

ພຸດທະວະຈະນະ - ໝວດທັມ

ມຸ່ງມາສູ່ຕົ້ນໄມ້ນັ້ນແຫຼະ ໂດຍມັກຄາສາຍດຽວ ບຸຣຸດຜູ້ມີຈັກຂຸເຫັນເຂົາແລ້ວ ຈຶ່ງກ່າວດັ່ງນີ້ວ່າ “ບຸຣຸດຜູ້ຈະເລີນນີ້ ປະຕິບັດແນວນັ້ນ ດໍາເນີນແບບນັ້ນ ແລະເຂົ້າສູ່ຫົນທາງນັ້ນ ຈະມາເຖິງຕົ້ນໄມ້ນີ້ແທ້” ໂດຍສະໄໝຕໍ່ມາ ບຸຣຸດຜູ້ມີຈັກຂຸນັ້ນ ຈຶ່ງເຫັນເຂົາມານັ່ງຫຼືນອນໃນເງົາຕົ້ນໄມ້ນັ້ນ ສະເຫວີຍທຸກຂະເວທະນາຢ່າງຫລວງຫລາຍ ແມ່ນນີ້ເຊັ່ນໃດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ