ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ໄດ້ເກີດຄວາມຮູ້ສຶກອັນນີ້ຂຶ້ນວ່າ “ສັຕໂລກນີ້ໜໍເຖິງທົ່ວແລ້ວ ຊຶ່ງຄວາມຫຍຸ້ງຍາກ ຍ່ອມເກີດ ແກ່ ຕາຍ ຈຸຕິ ແລະບັງເກີດອີກ, ກໍເມື່ອສັຕໂລກບໍ່ຮູ້ຈັກອຸບາຍເຄື່ອງອອກພົ້ນໄປຈາກທຸກຂ໌ ຄືຊະຣາມະຣະນະແລ້ວ ການອອກຈາກທຸກຂ໌ ຄື ຊະຣາມໍຣະນະນີ້ ຈະປາກົດຂຶ້ນໄດ້ແນວໃດ”.
ພິກຂຸ ທ. ! ຄວາມຄິດຄວາມອ່ານນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ເມື່ອອັນໃດມີຢູ່ໜໍ ຊະຣາມະຣະນະຈຶ່ງໄດ້ມີ : ຊະຣາມໍຣະນະ ມີເພາະປັດຈັຍອັນໃດໜໍ”.
ພິກຂຸ ທ. ! ໄດ້ເກີດຄວາມຮູ້ສຶກດ້ວຍປັນຍາ, ເພາະການຄິດໂດຍຖີ່ຖ້ວນ, ແກ່ເຮົາວ່າ “ເພາະ ຊາດ ນີ້ເອງມີຢູ່ ຊະຣາມະຣະນະ ຈຶ່ງໄດ້ມີ : ຊະຣາມໍຣະນະມີ ເພາະຊາດເປັນປັດຈັຍ ;
- ເພາະ ພົບ ນີ້ເອງມີຢູ່ ຊາດຈຶ່ງໄດ້ມີ : ຊາດມີເພາະພົບເປັນປັດຈັຍ ;
- ເພາະ ອຸປາທານ ນີ້ເອງມີຢູ່ ພົບຈຶ່ງໄດ້ມີ : ພົບມີເພາະອຸປາທານເປັນປັດຈັຍ ;
- ເພາະ ຕັນຫາ ນີ້ເອງມີຢູ່ ອຸປາທານຈຶ່ງໄດ້ມີ : ອຸປາທານມີເພາະຕັນຫາເປັນປັດຈັຍ ;
- ເພາະ ເວທະນາ ນີ້ເອງມີຢູ່ ຕັນຫາຈຶ່ງໄດ້ມີ : ຕັນຫາມີເພາະເວທະນາເປັນປັດຈັຍ ;
- ເພາະ ຜັສສະ ນີ້ເອງມີຢູ່ ເວທະນາຈຶ່ງໄດ້ມີ : ເວທະນາມີເພາະຜັສສະເປັນປັດຈັຍ ;
- ເພາະ ສະລາຢະຕະນະ ນີ້ເອງມີຢູ່ ຜັສສະຈຶ່ງໄດ້ມີ : ຜັສສະມີເພາະສະລາ ຢະຕະນະເປັນປັດຈັຍ ;
໑. ທະສະມະສູຕ ພຸດທະວັກຄະ ອະພິສະມະຢະສັງຢຸຕ ນິທານ. ສັງ. ໑໖/໑໑/໒໖.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໘໗
- ເພາະ ນາມຮູບ ນີ້ເອງມີຢູ່ ສະລາຢະຕະນະຈຶ່ງໄດ້ມີ : ສະລາຢະຕະນະມີ ເພາະນາມຮູບເປັນປັດຈັຍ ;
- ເພາະ ວິນຍານ ນີ້ເອງມີຢູ່ ນາມຮູບຈຶ່ງໄດ້ມີ : ນາມຮູບມີ ເພາະວິນຍານເປັນປັດຈັຍ ;
- ເພາະ ສັງຂາຣ ນີ້ເອງມີຢູ່ ວິນຍານຈຶ່ງໄດ້ມີ : ວິນຍານມີ ເພາະສັງຂາຣເປັນປັດຈັຍ ;
- ເພາະ ອະວິຊຊາ ນີ້ເອງມີຢູ່ ສັງຂາຣ ທ. ຈຶ່ງໄດ້ມີ : ສັງຂາຣ ທ. ມີເພາະອະວິຊຊາເປັນປັດຈັຍ ;” ດັ່ງນີ້ : ເພາະອະວິຊຊາເປັນປັດຈັຍ ຈຶ່ງເກີດສັງຂາຣ ທ. ; ເພາະສັງຂາຣເປັນປັດຈັຍ ຈຶ່ງເກີດວິນຍານ ; ເພາະວິນຍານເປັນປັດຈັຍ ຈຶ່ງເກີດນາມຮູບ ; ເພາະນາມຮູບເປັນປັດຈັຍ ຈຶ່ງເກີດສະລາຢະຕະນະ ; ເພາະສະລາຢະຕະນະເປັນປັດຈັຍ ຈຶ່ງເກີດຜັສສະ ; ເພາະຜັສສະເປັນປັດຈັຍ ຈຶ່ງເກີດເວທະນາ ; ເພາະເວທະນາເປັນປັດຈັຍ ຈຶ່ງເກີດຕັນຫາ ; ເພາະຕັນຫາເປັນປັດຈັຍ ຈຶ່ງເກີດອຸປາທານ ; ເພາະອຸປາທານເປັນປັດຈັຍ ຈຶ່ງເກີດພົບ ; ເພາະພົບເປັນປັດຈັຍ ຈຶ່ງເກີດຊາດ ; ເພາະຊາດເປັນປັດຈັຍ ຈຶ່ງເກີດຊະຣາມະຣະນະ ໂສກະ ປະຣິເທວະທຸກຂະໂທມະນັສອຸປາຍາສະ ທ. : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັ້ງໝົດ ຍ່ອມມີໄດ້ດ້ວຍອາການດັ່ງນີ້.
ພິກຂຸ ທ. ! ດວງຕາ ຍານ ປັນຍາ ວິຊຊາ ແສງສະຫວ່າງ ໃນສິ່ງທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ ຄວາມເກີດຂຶ້ນພ້ອມ ! ຄວາມເກີດຂຶ້ນພ້ອມ ! ຍ່ອມມີດ້ວຍອາການດັ່ງນີ້.
---- ---- ----
ພິກຂຸ ທ. ! ຄວາມຄິດຄວາມອ່ານໄດ້ມີແກ່ເຮົາອີກວ່າ “ເມື່ອອັນໃດບໍ່ມີໜໍ ຊະຣາມໍຣະນະ ຈຶ່ງບໍ່ມີ : ເພາະອັນໃດດັບໄປໜໍ ຊະຣາມໍຣະນະ ຈຶ່ງດັບໄປ”.
ພິກຂຸ ທ. ! ເພາະການຄິດໂດຍຖີ່ຖ້ວນ, ໄດ້ເກີດຄວາມຮູ້ສຶກດ້ວຍປັນຍາແກ່ເຮົາວ່າ “ເພາະ ຊາດ ນີ້ເອງບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ : ຊະຣາມໍຣະນະດັບ ເພາະຊາດດັບ ;
໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒
- ເພາະ ພົບ ນີ້ເອງບໍ່ມີ ຊາດຈຶ່ງບໍ່ມີ : ຊາດດັບ ເພາະພົບດັບ ;
- ເພາະ ອຸປາທານ ນີ້ເອງບໍ່ມີ ພົບຈຶ່ງບໍ່ມີ : ພົບດັບ ເພາະອຸປາທານດັບ ;
- ເພາະ ຕັນຫາ ນີ້ເອງບໍ່ມີ ອຸປາທານຈຶ່ງບໍ່ມີ : ອຸປາທານດັບ ເພາະຕັນຫາດັບ ;
- ເພາະ ເວທະນາ ນີ້ເອງບໍ່ມີ ຕັນຫາຈຶ່ງບໍ່ມີ : ຕັນຫາດັບ ເພາະເວທະນາດັບ ;
- ເພາະ ຜັສສະ ນີ້ເອງບໍ່ມີ ເວທະນາຈຶ່ງບໍ່ມີ : ເວທະນາດັບ ເພາະຜັສສະດັບ ;
- ເພາະ ສະລາຢະຕະນະ ນີ້ເອງບໍ່ມີ ຜັສສະຈຶ່ງບໍ່ມີ : ຜັສສະດັບ ເພາະສະລາ ຢະຕະນະດັບ ;
- ເພາະ ນາມຮູບ ນີ້ເອງບໍ່ມີ ສະລາຍະຕະນະຈຶ່ງບໍ່ມີ : ສະລາຢະຕະນະດັບ ເພາະນາມຮູບດັບ ;








