ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
- ເພາະ ວິນຍານ ນີ້ເອງບໍ່ມີ ນາມຮູບຈຶ່ງບໍ່ມີ : ນາມຮູບດັບ ເພາະວິນຍານດັບ ;
- ເພາະ ສັງຂາຣ ນີ້ເອງບໍ່ມີ ວິນຍານຈຶ່ງບໍ່ມີ : ວິນຍານດັບ ເພາະສັງຂາຣດັບ ;
- ເພາະ ອະວິຊຊາ ນີ້ເອງບໍ່ມີ ສັງຂາຣຈຶ່ງບໍ່ມີ : ສັງຂາຣດັບ ເພາະອະວິຊຊາ ດັບ ;” ດັ່ງນີ້ : ເພາະອະວິຊຊາດັບ ສັງຂາຣຈຶ່ງດັບ ; ເພາະສັງຂາຣດັບ ວິນຍານຈຶ່ງດັບ ; ເພາະວິນຍານດັບ ນາມຮູບຈຶ່ງດັບ ; ເພາະນາມຮູບດັບ ສະລາຢະຕະນະຈຶ່ງດັບ ; ເພາະສະລາຢະຕະນະດັບ ເວທະນາຈຶ່ງດັບ ; ເພາະເວທະນາດັບ ຕັນຫາຈຶ່ງດັບ ; ເພາະຕັນຫາດັບ ອຸປາທານຈຶ່ງດັບ ; ເພາະອຸປາທານດັບ ພົບຈຶ່ງດັບ ; ເພາະພົບດັບ ຊາດຈຶ່ງດັບ ; ເພາະຊາດດັບ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຢາສະ ທ. ຈຶ່ງດັບ : ຄວາມດັບບໍ່ເຫຼືອແຫ່ງກອງທຸກຂ໌ທັງໝົດ ຍ່ອມມີໄດ້ດ້ວຍອາການດັ່ງນີ້.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໘໙
ພິກຂຸ ທ. ! ດວງຕາ ຍານ ປັນຍາ ວິຊຊາ ແສງສະຫວ່າງ ໃນສິ່ງທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ ຄວາມດັບບໍ່ເຫຼືອ ! ຄວາມດັບບໍ່ເຫຼືອ ! ຍ່ອມມີດ້ວຍອາການດັ່ງນີ້.
ທົງຄົ້ນຕ່ອງໂສ້ແຫ່ງທຸກຂ໌ ກ່ອນຕຣັສຮູ້ (ອີກນັຍໜຶ່ງ) ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ໄດ້ເກີດຄວາມຮູ້ສຶກອັນນີ້ຂຶ້ນວ່າ “ສັຕໂລກນີ້ໜໍ ເຖິງແລ້ວເຊິ່ງຄວາມຫຍຸ້ງຍາກ ຍ່ອມເກີດ ຍ່ອມແກ່ ຍ່ອມຕາຍ ຍ່ອມຈຸຕິ ແລະ ຍ່ອມອຸບັດ, ກໍເມື່ອສັຕໂລກບໍ່ຮູ້ຈັກອຸບາຍເຄື່ອງອອກພົ້ນໄປຈາກທຸກຂ໌ ຄື ຊະຣາມະຣະນະແລ້ວ ການອອກຈາກທຸກຂ໌ ຄືຊະຣາມະຣະນະນີ້ ຈະປາກົດຂຶ້ນໄດ້ແນວໃດ”.
ພິກຂຸ ທ. ! ຄວາມສົງໄສນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ເມື່ອອັນໃດມີຢູ່ໜໍ ຊະຣາມະຣະນະ ຈຶ່ງໄດ້ມີ : ເພາະມີອັນໃດເປັນປັດຈັຍໜໍ ຈຶ່ງມີຊະຣາມະຣະນະ” ດັ່ງນີ້.
ພິກຂຸ ທ. ! ໄດ້ເກີດຄວາມຮູ້ສຶກດ້ວຍປັນຍາ ເພາະການເຮັດໃນໃຈໂດຍລະອຽດ, ແກ່ເຮົາວ່າ “ເພາະ ຊາດ ນັ້ນແຫຼະ ມີຢູ່ ຊະຣາມະຣະນະ ຈຶ່ງໄດ້ມີ : ເພາະຊາດເປັນປັດຈັຍ ຈຶ່ງມີຊະຣາມະຣະນະ” ດັ່ງນີ້.
.... ໒ເພາະ ພົບ ນັ້ນແຫຼະ ມີຢູ່ ຊາດ ຈຶ່ງໄດ້ມີ : ເພາະມີພົບເປັນປັດຈັຍ ຈຶ່ງມີຊາດ” ດັ່ງນີ້.
.... ເພາະ ອຸປາທານ ນັ້ນແຫຼະ ມີຢູ່ ພົບຈຶ່ງໄດ້ມີ : ເພາະມີອຸປາທານເປັນປັດຈັຍ ຈຶ່ງມີພົບ” ດັ່ງນີ້.
໑. ສູຕທີ ມະຫາວັກຄະ ອະພິສະມະຢະສັງຢຸຕ ນິທານ. ສັງ. ໑໖/໑໒໖/໒໕໐. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໒. ຂໍ້ຄວາມຕາມທີ່ລະ .... ໄວ້ນັ້ນ ໝາຍຄວາມວ່າ ໄດ້ມີຄວາມສົງໄສເກີດຂຶ້ນທຸກໆຕອນ ແລ້ວທົງເຮັດໃນ
ໃຈໂດຍລະອຽດຮອບຄອບ ຈົນຄວາມຮູ້ແຈ້ງເກີດຂຶ້ນທຸກໆຕອນ ເປັນລໍາດັບໄປຈົນເຖິງທີ່ສຸດ ທັງຝ່າຍ
ສະມຸທະຢະວາຣະແລະນິໂຣທະວາຣະ; ໃນບ່ອນນີ້ລະໄວ້ໂດຍນັຍທີ່ຜູ້ອ່ານອາດຈະເຂົ້າໃຈເອົາເອງໄດ້ ;
ຄື ເປັນການຕັດຄວາມລໍາຄານໃນການອ່ານ.
໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒
.... ເພາະ ຕັນຫາ ນັ້ນແຫຼະ ມີຢູ່ ອຸປາທານຈຶ່ງໄດ້ມີ : ເພາະມີຕັນຫາເປັນປັດຈັຍ ຈຶ່ງມີອຸປາທານ” ດັ່ງນີ້.
.... ເພາະ ເວທະນາ ນັ້ນແຫຼະ ມີຢູ່ ຕັນຫາຈຶ່ງໄດ້ມີ : ເພາະມີເວທະນາເປັນປັດຈັຍ ຈຶ່ງມີຕັນຫາ” ດັ່ງນີ້.
.... ເພາະ ຜັສສະ ນັ້ນແຫຼະ ມີຢູ່ ເວທະນາຈຶ່ງໄດ້ມີ : ເພາະມີຜັສສະເປັນປັດຈັຍ ຈຶ່ງມີເວທະນາ” ດັ່ງນິ້.
.... ເພາະ ສະລາຢະຕະນະ ນັ້ນແຫຼະ ມີຢູ່ ຜັສສະຈຶ່ງໄດ້ມີ : ເພາະມີສະລາ ຢະຕະນະເປັນປັດຈັຍ ຈຶ່ງມີຜັສສະ” ດັ່ງນີ້.
.... ເພາະ ນາມຮູບ ນັ້ນແຫຼະ ມີຢູ່ ສະລາຢະຕະນະຈຶ່ງໄດ້ມີ : ເພາະມີນາມຮູບເປັນປັດຈັຍ ຈຶ່ງມີສະລາຢະຕະນະ” ດັ່ງນີ້.
.... ເພາະ ວິນຍານ ນັ້ນແຫຼະ ມີຢູ່ ນາມຮູບຈຶ່ງໄດ້ມີ : ເພາະມີວິນຍານ ເປັນປັດຈັຍ ຈຶ່ງມີນາມຮູບ” ດັ່ງນີ້.
ພິກຂຸ ທ. ! ຄວາມສົງໄສນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ເມື່ອອັນໃດມີຢູ່ໜໍ ວິນຍານ ຈຶ່ງໄດ້ມີ : ເພາະມີອັນໃດເປັນປັດຈັຍໜໍ ຈຶ່ງມີວິນຍານ” ດັ່ງນີ້.
ພິກຂຸ ທ. ! ຄວາມຮູ້ສຶກຢ່າງຍິ່ງດ້ວຍປັນຍາ ເພາະການເຮັດໃນໃຈໂດຍລະອຽດ ໄດ້ເກີດຂຶ້ນແກ່ເຮົາວ່າ : ເພາະ ນາມຮູບ ນັ້ນແຫຼະ ມີຢູ່ ວິນຍານ ຈຶ່ງໄດ້ມີ : ເພາະມີນາມຮູບເປັນປັດຈັຍ ຈຶ່ງມີວິນຍານ” ດັ່ງນີ້.








