ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄວາມຮູ້ຂໍ້ນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ ເວທະນາ ໓ ຢ່າງ ເຫຼົ່ານີ້ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ, ເຫຼົ່ານີ້ເອີ້ນວ່າ ເວທະນາ : ຄວາມເກີດຂຶ້ນພ້ອມແຫ່ງເວທະນາ ຍ່ອມມີ ເພາະຄວາມຄິດເກີດຂຶ້ນພ້ອມແຫ່ງຜັສສະ ; ຕັນຫາ ເປັນ ປະຕິປະທາໃຫ້ເຖິງຄວາມເກີດຂຶ້ນພ້ອມແຫ່ງເວທະນາ ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ ; ມັກຄະອັນປະເສີດປະກອບດ້ວຍອົງແປດປະການນີ້ເອງ ເປັນ ປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການເຮັດການງານທີ່ຖືກຕ້ອງ ການລ້ຽງຊີວິຕທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ ; ສຸຂໂສມະນັສໃດໆ ທີ່ອາໄສເວທະນາແລ້ວເກີດຂຶ້ນ, ສຸຂ ແລະ ໂສມະນັສນັ້ນແລເປັນ ສະເໜ່ຂອງເວທະນາ ; ເວທະນາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທໍາມະດາ ດ້ວຍອາການໃດ, ອາການນັ້ນ ເປັນ ໂທດຂອງເວທະນາ ; ການນໍາອອກເສຍໄດ້ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈ ການລະຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນເວທະນາເສຍໄດ້ ນັ້ນເປັນ ອຸບາຍເຄື່ອງອອກໄປພົ້ນຈາກເວທະນາໄດ້ ດັ່ງນີ້.
໑ ພິກຂຸ ທ. ! ດວງຕາ ຍານ ປັນຍາ ວິຊຊາ ແສງສະຫວ່າງ ໄດ້ເກີດຂຶ້ນແລ້ວແກ່ເຮົາ ໃນທັມ ທ. ທີ່ບໍ່ເຄີຍຟັງມາແຕ່ກ່ອນ ວ່າ “ເຫຼົ່ານີ້ ຄື ເວທະນາ ທ.” ...໒ ວ່າ “ນີ້ ຄືຄວາມເກີດຂຶ້ນພ້ອມແຫ່ງເວທະນາ” ; ... ວ່າ “ນີ້ ຄືປະຕິປະທາໃຫ້ເຖິງຄວາມເກີດຂຶ້ນພ້ອມແຫ່ງເວທະນາ” ; ... ວ່າ “ນີ້ ຄືຄວາມດັບບໍ່ເຫຼືອແຫ່ງເວທະນາ” ; ... ວ່າ “ນີ້ ຄືປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ” ; ... ວ່າ “ນີ້ ຄືສະເໜ່ຂອງເວທະນາ” ; ... ວ່າ “ນີ້ ຄືໂທດຂອງເວທະນາ” ; ... ວ່າ “ນີ້ ຄືອຸບາຍເຄື່ອງອອກພົ້ນໄປຈາກເວທະນາ” ; ດັ່ງນີ້.
໑. ບາລີ ສລາ. ສັງ. ໑໘/໒໘໙/໔໔໐. ຕຣັດແກ່ພິກຂຸທັງຫຼາຍ.
໒. ທີ່ໃສ່ຈຸດ (...) ໄວ້ເຊັ່ນນີ້ ທັງບ່ອນນີ້ແລະຕໍ່ໆໄປ ມີຄໍາເຕັມເໝືອນເບື້ອງຕົ້ນ ຄືເລີ່ມແຕ່ຄໍາວ່າ “ພິກຂຸ ທ. !
ຈັກຂຸ ຍານ...(ເຖິງຄໍາວ່າ) ...ມາແຕ່ກ່ອນ”
ອອກຜະນວດ - ຈົນໄດ້ຕຣັສຮູ້ ໘໕
ທົງສະແຫວງເນື່ອງດ້ວຍເບັນຈະຂັນທ໌ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ເຮົາໄດ້ທ່ຽວສະແຫວງຫາແລ້ວ ຊຶ່ງ ສະເໜ່ຂອງຮູບ. ເຮົາໄດ້ພົບເຫັນສະເໜ່ຂອງຮູບນັ້ນແລ້ວ ສະເໜ່ຂອງຮູບມີປະມານ ເທົ່າໃດ ເຮົາເຫັນມັນແລ້ວເປັນຢ່າງດີດ້ວຍປັນຍາຂອງເຮົາ ມີປະມານເທົ່ານັ້ນ.
ພິກຂຸ ທ. ! ເຮົາໄດ້ທ່ຽວສະແຫວງຫາໃຫ້ພົບ ໂທດຂອງຮູບ, ເຮົາໄດ້ພົບເຫັນໂທດຂອງຮູບນັ້ນແລ້ວ, ໂທດຂອງຮູບມີປະມານເທົ່າໃດ ເຮົາເຫັນມັນແລ້ວເປັນຢ່າງດີດ້ວຍປັນຍາຂອງເຮົາ ມີປະມານເທົ່ານັ້ນ.
ພິກຂຸ ທ. ! ເຮົາໄດ້ທ່ຽວສະແຫວງຫາແລ້ວ ຊຶ່ງ ອຸບາຍເປັນເຄື່ອງອອກຈາກຮູບ, ເຮົາໄດ້ພົບເຫັນເຄື່ອງອອກຈາກຮູບນັ້ນແລ້ວ. ເຄື່ອງອອກຈາກຮູບມີປະມານເທົ່າໃດ ເຮົາເຫັນມັນແລ້ວເປັນຢ່າງດີ ດ້ວຍປັນຍາຂອງເຮົາ ເທົ່ານັ້ນ.
(ໃນ ເວທະນາ ແລະ ສັນຍາ ສັງຂາຣ ວິນຍານ ກໍມີນັຍແບບດຽວກັນ. ແລະຕອນທ້າຍກໍມີວ່າ ຍັງບໍ່ພົບເຫັນໂທດຂອງຮູບເປັນຕົ້ນພຽງໃດ ຍັງບໍ່ຊື່ວ່າ ຕຣັສຮູ້ພຽງນັ້ນ. ຕໍ່ເມື່ອທົງພົບເຫັນແລ້ວຈຶ່ງຊື່ວ່າຕຣັສຮູ້ ແລະມີຊາດດັບສິ້ນແລ້ວ ພົບໃໝ່ບໍ່ມີອີກຕໍ່ໄປ ຄືກັນທຸກໆສິ່ງທີ່ພຣະອົງທົງຄົ້ນ ຊຶ່ງຍັງມີອີກ ໓ ຢ່າງຄື ເລື່ອງ ທາດ ໔, ເລື່ອງ ອາຍະຕະນະພາຍໃນ ໖, ອາຍະຕະນະພາຍນອກ ໖ ; ເຫັນວ່າອາການຄືກັນໝົດ ຕ່າງກັນແຕ່ພຽງຊື່ ຈຶ່ງບໍ່ເອົາມາໃສ່ໄວ້ໃນບ່ອນນີ້ດ້ວຍ).
໑. ບາລີ ສັຕຖະສູຕ ພາຣະວັກຄະ ຂັນທ. ສັງ. ໑໗/໓໖/໖໑.
໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ທົງຄົ້ນຕ່ອງໂສ້ແຫ່ງທຸກຂ໌ ກ່ອນຕຣັສຮູ້ ໑








