ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ເບື້ອງລຸ່ມເຊັ່ນໃດ ເບື້ອງເທິງກໍເຊັ່ນນັ້ນ, ເບື້ອງເທິງເຊັ່ນໃດ ເບື້ອງລຸ່ມກໍເຊັ່ນນັ້ນ, ກາງຄືນຄືກາງເວັນ ກາງເວັນຄືກາງຄືນ : ເຂົາຍ່ອມອົບຮົມຈິຕອັນມີແສງສະຫວ່າງດ້ວຍທັງຈິຕອັນເປີດແລ້ວ ບໍ່ມີອັນໃດພົວພັນ ໃຫ້ຈະເຣີນຢູ່ດ້ວຍອາການດັ່ງນີ້.
(ຂໍ້ຕໍ່ໄປອີກ ໓ ຂໍ້ ກໍຄືກັນ ຕ່າງແຕ່ຊື່ແຫ່ງອິດທິບາດ ເປັນ ວິຣິຢະ ຈິຕຕະ ວິມັງສາ ເທົ່ານັ້ນ. ພຣະອົງທົງພົບການຈະເຣີນອິດທິບາດ ດ້ວຍວິທີຄິດຄົ້ນຢ່າງນີ້)
ທົງຄິດຄົ້ນເລື່ອງເບັນຈະຂັນທ໌ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ຄວາມສົງໄສເກີດຂຶ້ນແກ່ເຮົາວ່າ ອັນໃດໜໍ ເປັນສະເໜ່ຂອງຮູບ, ອັນໃດເປັນໂທດຂອງຮູບ, ອັນໃດເປັນອຸບາຍເຄື່ອງອອກພົ້ນໄປໄດ້ຈາກຮູບ ? ອັນໃດໜໍ ເປັນສະເໜ່ຂອງ ເວທະນາ...ສັນຍາ...ສັງຂາຣ...ວິນຍານ, ອັນໃດເປັນໂທດຂອງ ເວທະນາ...ສັນຍາ...ສັງຂາຣ...ວິນຍານ, ອັນໃດເປັນອຸບາຍເຄື່ອງອອກພົ້ນໄປໄດ້ຈາກເວທະນາ...ສັນຍາ...ສັງຂາຣ...ວິນຍານ ?
ພິກຂຸ ທ. ! ຄວາມຮູ້ຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ສຸຂໂສມະນັດໃດໆ ທີ່ອາໄສຮູບແລ້ວເກີດຂຶ້ນ ສຸຂແລະໂສມະນັດນັ້ນແລເປັນ ສະເໜ່ຂອງຮູບ ; ຮູບບໍ່ທ່ຽງ ເປັນທຸກຂ໌ ທໍຣະມານ ມີການແປປ່ຽນເປັນທໍາມະດາ ດ້ວຍອາການໃດ ອາການນັ້ນເປັນໂທດຂອງຮູບ ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ການລະຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນຮູບເສຍໄດ້ ນັ້ນເປັນ ອຸບາຍເຄື່ອງອອກພົ້ນໄປຈາກຮູບໄດ້.
(ໃນ ເວທະນາ...ສັນຍາ...ສັງຂາຣ...ວິນຍານ ກໍມີນັຍດຽວກັນ )
ພິກຂຸ ທ. ! ຕະຫຼອດເວລາພຽງໃດ ທີ່ເຮົາຍັງບໍ່ຮູ້ຈັກສະເໜ່ຂອງອຸປາທານ ຂັນທ໌ທັງຫ້າ ວ່າເປັນສະເໜ່ ບໍ່ຮູ້ໂທດວ່າເປັນໂທດ ບໍ່ຮູ້ຈັກອຸບາຍ ເຄື່ອງອອກວ່າເປັນອຸບາຍເຄື່ອງອອກ ຕາມທີ່ເປັນຈິງ,
໑. ບາລີ ປັນຈະມະສູຕ ພາຣະວັກຄະ ຂັນທ. ສັງ. ໑໗/໓໔/໕໙.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໘໓
ຕະຫຼອດເວລາພຽງນັ້ນ ເຮົາຍັງບໍ່ຮູ້ສຶກວ່າໄດ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກນີ້ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ພິກຂຸ ທ. ! ເມື່ອໃດແລ ເຮົາຮູ້ຈັກສະເໜ່ຂອງອຸປະທານຂັນທ໌ທັງຫ້າ ວ່າເປັນສະເໜ່ ຮູ້ຈັກໂທດ ວ່າເປັນໂທດ ຮູ້ຈັກອຸບາຍເຄື່ອງອອກ ວ່າເປັນອຸບາຍເຄື່ອງອອກຕາມທີ່ເປັນຈິງ, ເມື່ອນັ້ນ ເຮົາກໍຮູ້ສຶກວ່າໄດ້ຕຣັສຮູ້ພ້ອມສະເພາະຊຶ່ງອະນຸດຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ກໍແຫຼະຍານທັດສະນະ ເຄື່ອງຮູ້ເຄື່ອງເຫັນ ເກີດຂຶ້ນແລ້ວແກ່ເຮົາວ່າ ຄວາມຫຼຸດພົ້ນຂອງເຮົາບໍ່ກັບກໍາເລີບ, ຊາດນີ້ເປັນຊາດສຸດທ້າຍ, ບັດນີ້ພົບເປັນທີ່ເກີດໃໝ່ ບໍ່ໄດ້ມີອີກ ດັ່ງນີ້.
ນອກຈາກການຄິດຄົ້ນ ເລື່ອງເບັນຈະຂັນທ໌ນີ້ແລ້ວ ຍັງມີການຄິດຄົ້ນອີກ ໓ ເລື່ອງ ດ້ວຍວິທີການທີ່ບັນຍາຍໄວ້ ເປັນຄໍາເວົ້າແນວດຽວກັນກັບເລື່ອງນີ້ ທຸກລະບຽບອັກສອນ ຄືຄິດຄົ້ນເລື່ອງ ທາດສີ່ (ນິທານ. ສັງ. ໑໖/໒໐໓/໔໐໔), ເລື່ອງ ອາຍະຕະນະພາຍໃນຫົກ (ສລາ. ສັງ. ໑໘/໘/໑໓). ແລະ ເລື່ອງ ອາຍະຕະນະພາຍນອກຫົກ (ສລາ. ສັງ. ໑໘/໘/໑໔). -- ຜູ້ລວບລວມ.
ທົງຄິດຄົ້ນເລື່ອງເວທະນາໂດຍລະອຽດ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ຄວາມສົງໄສໄດ້ເກີດຂຶ້ນແກ່ເຮົາວ່າ ອັນໃດໜໍເປັນເວທະນາ ? ອັນໃດເປັນ ຄວາມເກີດຂຶ້ນພ້ອມແຫ່ງເວທະນາ ? ອັນໃດເປັນປະຕິປະທາໃຫ້ເຖິງຄວາມເກີດຂຶ້ນພ້ອມແຫ່ງເວທະນາ ? ອັນໃດເປັນຄວາມດັບບໍ່ເຫຼືອແຫ່ງເວທະນາ ? ອັນໃດເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ ? ອັນໃດເປັນສະເໜ່ຂອງເວທະນາ ? ອັນໃດເປັນບາຍເຄື່ອງອອກພົ້ນໄປໄດ້ຈາກເວທະນາ ?
໑. ບາລີ ສູຕທີ ໔ ເວທະນາສັງຢຸຕ ສລາ. ສັງ. ໑໘/໒໘໙/໔໓໙.
໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒








