ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເກີດຂຶ້ນແລ້ວແກ່ເຮົາວ່າ “ວິມຸດຂອງເຮົາບໍ່ກັບ ກໍາເລີບ, ຊາດນີ້ເປັນຊາດສຸດທ້າຍ, ບັດນີ້ພົບເປັນທີ່ເກີດໃໝ່ບໍ່ມີອີກແລ້ວ” ດັ່ງນີ້.໑
ທົງກັ້ນຈິຕຈາກກາມະຄຸນໃນອະດີຕ ກ່ອນຕຣັສຮູ້ ໒
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ມີຄວາມຮູ້ສຶກເກີດຂຶ້ນວ່າ ກາມະຄຸນຫ້າທີ່ເປັນອະດີຕ ທີ່ເຮົາເຄີຍສໍາຜັດມາແລ້ວ ແຕ່ກ່ອນ ໄດ້ດັບໄປແລ້ວເພາະຄວາມແປປ່ຽນກໍຈິງ ແຕ່ສ່ວນຫຼາຍຈິຕຂອງເຮົາເມື່ອຈະແລ່ນ ກໍແລ່ນໄປສູ່ກາມະຄຸນເປັນອະດີຕນັ້ນ, ໜ້ອຍແທ້ທີ່ຈະແລ່ນໄປສູ່ກາມະຄຸນໃນປັດຈຸບັນຫຼືອະນາຄົຕ ດັ່ງນີ້. ພິກຂຸ ທ. ! ຄວາມຕົກລົງໃຈ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຄວາມບໍ່ປະມາດແລະສະຕິ ເປັນສິ່ງຊຶ່ງເຮົາຜູ້ຫວັງປະໂຍຊນ໌ແກ່ຕົນເອງ ຕ້ອງເຮັດໃຫ້ເປັນ ເຄື່ອງປ້ອງກັນຈິຕ ໃນເພາະກາມະຄຸນຫ້າອັນເປັນອະດີຕ ທີ່ເຮົາເຄີຍສໍາຜັດມາແລະດັບໄປແລ້ວ ເພາະຄວາມແປປ່ຽນນັ້ນ.
໑. ສະມາທິເຈັດຢ່າງໃນບ່ອນນີ້ ຄົງເປັນຂອງແປກ ແລະຍາກທີ່ຈະເຂົ້າໃຈສໍາລັບນັກສຶກສາທົ່ວໆໄປ ເພາະ
ແມ່ນແຕ່ໃນອັຕຖະກະຖາຂອງພຣະບາລີນີ້ ກໍແກ້ໄວ້ບໍ່ລະອຽດ ທ່ານແກ້ໄວ້ດັ່ງນີ້ :- (ສະມາທິທີ່ມີທັງວິຕົກ
ແລະວິຈາຣທ່ານບໍ່ແກ້ ເພາະໄດ້ແກ່ປະຖົມມະຊານນັ້ນເອງ ຈະໂດຍຈະຕຸກກະນັຍຫຼືປັນຈະກະນັຍກໍຕາມ).
ສະມາທິທີ່ບໍ່ມີວິຕົກ ແຕ່ມີວິຈາຣພໍປະມານ ໄດ້ແກ່ທຸຕິຢະຊານ ສະມາທິໃນປັນຈະກະນັຍ. ສະມາທິທີ່ບໍ່ມີ
ວິຕົກບໍ່ມີວິຈາຣ ໄດ້ແກ່ຊານທັງສາມເບື້ອງຕອນປາຍທັງໃນຈະຕຸກກະນັຍ ແລະປັນຈະກະນັຍ. ສະມາທິມີ
ປີຕິ ໄດ້ແກ່ທຸກະຕິກະຊານສະມາທິ. ສະມາທິບໍ່ມີປີຕິ ໄດ້ແກ່ທຸກະທຸກະຊານສະມາທິ. ສະມາທິເປັນໄປ
ດ້ວຍຄວາມຍິນດີໄດ້ແກ່ຕິກະຈະຕຸກກະຊານສະມາທິ. ສະມາທິເປັນໄປພ້ອມດ້ວຍອຸເປກຂາ ໄດ້ແກ່
ຈະຕຸຕຖະຊານແຫ່ງຈະຕຸກກະນັຍ ຫຼືປັນຈະມະຊານແຫ່ງປັນຈະກະນັຍ. - - ພ. ໓. ນ. ໖໑໔.
ຜູ້ປາຖນາຊາບລາຍລະອຽດ ຈົ່ງສຶກສາຈາກຕໍາລາຫຼືຜູ້ຮູ້ສືບຕໍ່ໄປ. ສະມາທິເຫຼົ່ານີ້ຕາມອັຕຖະກະຖາ
ກ່າວວ່າ ທົງຈະເຣີນໃນຄືນວັນຕຣັສຮູ້ ທີ່ຕົ້ນມະຫາໂພທິ.
໒. ບາລີ ຈຕຸຕຖສູຕ ໂລກກາມະຄຸນວັກຄະ ສລາ. ສັງ. ໑໘/໑໒໑/໑໗໓.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໘໑
ພິກຂຸ ທ. ! ເພາະເຫດນັ້ນ ໃນເລື່ອງນີ້, ແມ່ນວ່າຈິຕຂອງພວກເຈົ້າທັງຫຼາຍ ເມື່ອຈະແລ່ນ ກໍຄົງແລ່ນໄປໃນກາມະຄຸນຫ້າອັນເປັນອະດີຕ ທີ່ພວກເຈົ້າເຄີຍສໍາຜັດມາ ແລະດັບໄປແລ້ວເພາະຄວາມແປປ່ຽນ (ຄືກັນ) ສ່ວນຫຼາຍ, ໜ້ອຍແທ້ທີ່ຈະແລ່ນໄປສູ່ກາມະຄຸນໃນປັດຈຸບັນຫຼືອະນາຄົຕ. ພິກຂຸ ທ. ! ເພາະເຫດນັ້ນ ໃນເລື່ອງນີ້ ຄວາມບໍ່ປະມາດແລະສະຕິ ຊຶ່ງເປັນສິ່ງທີ່ພວກເຈົ້າຜູ້ຫວັງປະໂຍຊນ໌ແກ່ຕົນເອງ ຕ້ອງເຮັດໃຫ້ເປັນເຄື່ອງປ້ອງກັນຈິຕ ໃນເພາະເຫດກາມະຄຸນຫ້າອັນເປັນອະດີຕ ທີ່ພວກເຈົ້າເຄີຍສໍາຜັດແລະດັບໄປແລ້ວ ເພາະຄວາມແປປ່ຽນນັ້ນ.
ທົງຄົ້ນວິທີແຫ່ງອິດທິບາດ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ມີຄວາມສົງໄສເກີດຂຶ້ນແກ່ເຮົາວ່າ ອັນໃດໜໍ ເປັນຫົນທາງ ເປັນຂໍ້ປະຕິບັດ໒ ເພື່ອຄວາມຈະເຣີນແຫ່ງອິດທິບາດ ?
ພິກຂຸ ທ. ! ຄວາມຮູ້ຂໍ້ນີ້ເກີດຂຶ້ນແກ່ເຮົາວ່າ ພິກຂຸ໓ ນັ້ນໆຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສສັນທະເປັນປະທານກິດ ວ່າ ດ້ວຍອາການເຊັ່ນນີ້ ສັນທະຂອງເຮົາຍ່ອມມີໃນລັກສະນະທີ່ຈັກບໍ່ຫຼຸດຢ່ອນ, ທີ່ຈັກບໍ່ເຂັ້ມງວດໂພດ, ທີ່ຈັກບໍ່ສະງົບຢູ່ໃນພາຍໃນ, ທີ່ຈັກບໍ່ສ່າຍໄປໃນພາຍນອກ ; ແລະເຮົາເປັນຜູ້ມີຄວາມຮູ້ສຶກທັງໃນກາລກ່ອນ ແລະກາລເບື້ອງໜ້າຢູ່ດ້ວຍ : ກ່ອນນີ້ເປັນເຊັ່ນໃດ ຕໍ່ໄປກໍເປັນເຊັ່ນນັ້ນ, ຕໍ່ໄປເປັນເຊັ່ນໃດ ກ່ອນນີ້ກໍເປັນເຊັ່ນນັ້ນ,
໑. ປະຖະມະສູຕ ອະໂຢຄຸລະວັກຄະ ມຫາວາຣ. ສັງ. ໑໙/໓໖໒/໑໒໐໕.
໒. ມີຂໍ້ຄວາມອີກສູຕໜຶ່ງ (ມຫາວາຣ. ສັງ. ໑໙/໓໓໙/໑໑໓໖.) ເຊິ່ງມີຂໍ້ຄວາມເໝືອນກັບສູຕນີ້ຕະຫຼອດເລື່ອງ,
ຜິດກັນແຕ່ໃຊ້ຄໍາວ່າ “ເປັນເຫດ ເປັນປັຈຈັຍ” ແທນຄໍາວ່າ “ເປັນຫົນທາງ ເປັນຂໍ້ປະຕິບັດ” ດັ່ງທີ່ປາກົດຢູ່
ໃນສູຕນີ້.
໓. ນັກບວດຊະນິດພິກຂຸນັ້ນ ມີຢູ່ກ່ອນພຸດທະອົງອຸບັດ.








