ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມາສີກັບໄມ້ນັ້ນໃຫ້ເກີດໄຟປາກົດຂຶ້ນດັ່ງນີ້, ຣາຊະກຸມາຣ ! ທ່ານຈະເຂົ້າໃຈວ່າແນວ ໃດ ບຸຣຸດນັ້ນຈະເອົາໄມ້ສີໄຟໂຕເທິງ ມາສີກັບໄມ້ນັ້ນໃຫ້ໄຟເກີດປາກົດຂຶ້ນຫຼືບໍ່ ? “ພຣະອົງຜູ້ຈະເຣີນ ! ໄດ້ໂດຍແທ້, ເພາະເຫດວ່ານັ້ນເປັນໄມ້ແຫ້ງຜ່ອຍ ທັງຢູ່ເທິງບົກ ໄກຈາກນໍ້າອີກ”. ຣາຊະກຸມາຣ ! ເຊັ່ນໃດກໍເຊັ່ນນັ້ນ ສະມະນະຫຼືພຣາມພວກໃດມີກາຍຫຼີກອອກຈາກ ວັດຖຸກາມແລ້ວ ທັງໃຈກໍບໍ່ເປື້ອນຢູ່ດ້ວຍກິເລສກາມ ອັນສ້າງຄວາມພໍໃຈ ຄວາມເຍື້ອໄຍ ຄວາມເມົາໝົກ ຄວາມກະຫາຍ ຄວາມເອົ້າຮ້ອນໃນວັດຖຸກາມທັງຫຼາຍ, ເຂົາເປັນຜູ້ລະໄດ້ ລະງັບໄດ້ເຊິ່ງກິເລສກາມ ອັນເປັນພາຍໃນເຫຼົ່ານັ້ນ. ສະມະນະຫຼື ພຣາມເຫຼົ່ານັ້ນ ຈະໄດ້ສະເຫວີຍທຸກຂະເວທະນາ ອັນຮຸນແຮງແສບຮ້ອນ ເພາະປາ ຣົບຄວາມພຽນກໍດີ ຫຼືບໍ່ໄດ້ສະເຫວີຍກໍດີ ຍ່ອມຄວນເພື່ອຈະເກີດປັນຍາຮູ້ເຫັນອັນບໍ່ມີປັນຍາອື່ນຍິ່ງໄປກວ່າໄດ້. ຣາຊະກຸມາຣ ! ນີ້ເປັນອຸປະມາທີສາມ ທີ່ເປັນໜ້າອັດ ສະຈັນ ອັນເຮົາບໍ່ເຄີຍໄດ້ຍິນມາແລ້ວແຕ່ກ່ອນ ໄດ້ມາແຈ່ມແຈ້ງແກ່ເຮົາແລ້ວ.
ທຸກະຣະກິຣິຢາ ໑
(ວາຣະທີ ໑) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດເຮົາຈົ່ງຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລີ້ນ ຂົ່ມຈິຕດ້ວຍຈິຕ ບີບໃຫ້ແໜ້ນຈົນຮ້ອນເຮັ່ງ ເບິ່ງດູ. ຣາຊະກຸມາຣ ! ຄັນເຮົາຄິດດັ່ງນັ້ນແລ້ວ ຈຶ່ງຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລີ້ນ ຂົ່ມຈິຕດ້ວຍຈິຕ ບີບໃຫ້ແໜ້ນຈົນຮ້ອນເຮັ່ງແລ້ວ ເຫື່ອໄຫຼອອກຈາກໃຕ້ແຮ້ທັງສອງ, ຣາຊະກຸມາຣ ! ປຽບເໝືອນຄົນທີ່ແຂງແຮງ ຈັບຄົນກໍາລັງໜ້ອຍ ທີ່ຫົວຫຼືຄໍ ບີບໃຫ້ແໜ້ນຈົນຮ້ອນເຮັ່ງ ສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນ ທີ່ທົນໄດ້ຍາກສຽບແທງເອົາ.
໑. ບາລີ ໂພທິຣາຊະກຸມາຣະສູຕ ຣາຊະວັກຄະ ມ. ມ. ໑໓/໔໕໒/໔໙໕; ແລະ ສະຄາຣວສູຕ ມ. ມ.
໑໓/໖໗໘/໗໔໔ ; ມຫາສັຈຈະກະສູຕ ມູ. ມ. ໑໒/໔໕໐/໔໑໗. ຄວາມຕອນນີ້ ປາສະຣາສິສູຕບໍ່ມີ.
໖໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒
(ວາຣະ ໒) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດເຮົາຈົ່ງເພັ່ງຊານ ເອົາການບໍ່ຫາຍໃຈເປັນອາຣົມເຖີ້ນ. ຣາຊະກຸມາຣ ! ຄັນຄິດດັ່ງນັ້ນແລ້ວ ເຮົາຈຶ່ງກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງແລະທາງປາກ. ຣາຊະກຸມາຣ ! ຄັນເຮົາກັ້ນຫາຍໃຈທັງທາງດັງແລະທາງປາກ ສຽງລົມອອກທາງຊ່ອງຫູທັງສອງດັງເຫຼືອປະມານ ເໝືອນສຽງລົມໃນສູບແຫ່ງນາຍຊ່າງຕີຄໍາ ທີ່ສູບໄປສູບມາ ສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນ ທີ່ທົນໄດ້ຍາກສຽບແທງເອົາ.
(ວາຣະ ໓) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດ ເຮົາຈົ່ງເພັ່ງຊານ ມີການບໍ່ຫາຍໃຈນັ້ນແຫຼະ (ໃຫ້ຍິ່ງຂຶ້ນ)໑ ເປັນອາຣົມເຖີ້ນ. ຣາຊະກຸມາຣ ! ຄັນຄິດດັ່ງນັ້ນແລ້ວ ເຮົາຈຶ່ງກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງ ທາງປາກ ແລະທາງຊ່ອງຫູທັງສອງແລ້ວ. ລົມແຮງເຫຼືອປະມານ ແທງເຈາະຂຶ້ນໄປທາງເທິງກະໝ່ອມ ເໝືອນຖືກບຸຣຸດແຂງແຮງ ເຊືອດເອົາທີ່ແສກກະໝ່ອມດ້ວຍມີດໂກນອັນຄົມ ສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນ ທີ່ທົນໄດ້ແສນຍາກສຽບແທງເອົາ.
(ວາຣະ ໔) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດ ເຮົາຈົ່ງເພັ່ງຊານ ມີການບໍ່ຫາຍໃຈນັ້ນແຫຼະ (ໃຫ້ຍິ່ງຂຶ້ນໄປອີກ) ເປັນອາຣົມເຖີ້ນ. ຣາຊະກຸມາຣ ! ຄັນຄິດດັ່ງນັ້ນແລ້ວ ເຮົາຈຶ່ງກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງ ທາງປາກ ແລະ ທາງຊ່ອງຫູທັງສອງແລ້ວ. ຣາຊະກຸມາຣ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງ ທາງປາກ ແລະ ທາງຊ່ອງຫູທັງສອງແລ້ວ ຮູ້ສຶກເຈັບທົ່ວທັງຫົວເຫຼືອປະມານ
໑. ແປຈາກວາຣະທີ່ສອງດ້ວຍ ເອວະ ສັບດຽວກັນ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໖໕








