ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(໑) ຣາຊະກຸມາຣ ! ອຸປະມາຂໍ້ໜຶ່ງ ວ່າ ເໝືອນໄມ້ດິບຊຸ່ມດ້ວຍຢາງ ທັງເຂົາຕັດລົງແຊ່ນໍ້າໄວ້, ຖ້າບຸຣຸດຕັ້ງໃຈວ່າ ເຮົາຈະນໍາໄມ້ສີໄຟໂຕເທິງ ມາສີກັບໄມ້ນັ້ນ ໃຫ້ໄຟເກີດປາກົດດັ່ງນີ້, ຣາຊະກຸມາຣ ! ທ່ານຈະເຂົ້າໃຈວ່າແນວໃດ ບຸຣຸດນັ້ນຈະຖືໄມ້ສີໄຟໂຕເທິງ ມາສີໄຟໃຫ້ເກີດປາກົດຂຶ້ນໄດ້ຫຼືບໍ່ ? “ພຣະອົງຜູ້ຈະເຣີນ ! ບໍ່ໄດ້ເລີຍ, ເພາະເຫດວ່າ ນັ້ນເປັນໄມ້ດິບຊຸ່ມດ້ວຍຢາງ ທັງຍັງແຊ່ຢູ່ໃນນໍ້າ ເຂົາຈະສີຕະຫຼອດກາລພຽງໃດ ຈະຕ້ອງອິດເມື່ອຍ ຄັບແຄ້ນເປົ່າພຽງນັ້ນ”. ຣາຊະກຸມາຣ ! ເຊັ່ນໃດກໍເຊັ່ນນັ້ນ ສະມະນະຫຼື ພຣາມພວກໃດ ກາຍຍັງບໍ່ຫຼີກອອກຈາກວັດຖຸກາມ ໃຈກໍຍັງເປື້ອນດ້ວຍກິເລສກາມ

໑. ບາລີ ໂພທິຣາຊກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໔໘/໔໙໒. ແລະສະຄາຣະວະສູຕ ພຣາມມະນະວັກຄະ

ມ. ມ., ມະຫາສັຈຈກສູຕ ມຫາຢະມະກະວັກຄະ ມູ. ມ. ; ຄວາມຕອນນີ້ ປາສະຣາສິສູຕ ມູ. ມ. ບໍ່ມີ.

໖໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ອັນສ້າງຄວາມພໍໃຈ ຄວາມເຍື້ອໄຍ ຄວາມເມົາໝົກ ຄວາມກະຫາຍ ຄວາມເອົ້າຮ້ອນ ໃນວັດຖຸກາມທັງຫຼາຍ ເຂົາຍັງລະບໍ່ໄດ້ ຍັງລະງັບບໍ່ໄດ້ ເຊິ່ງກິເລສກາມອັນເປັນພາຍໃນເຫຼົ່ານັ້ນ, ທ່ານສະມະນະຫຼືພຣາມເຫຼົ່ານັ້ນ ເຖິງຈະໄດ້ສະເຫວີຍທຸກຂະ ເວທະນາອັນຮຸນແຮງແສບຮ້ອນ ເພາະການປາຣົບຄວາມພຽນກໍດີ ຫຼືບໍ່ໄດ້ສະເຫວີຍກໍດີ ຍ່ອມບໍ່ຄວນເພື່ອເກີດປັນຍາຮູ້ເຫັນ ອັນບໍ່ມີປັນຍາອື່ນຍິ່ງໄປກວ່າໄດ້ເລີຍ. ຣາຊະກຸມາຣ ! ນີ້ເປັນອຸປະມາທໍາອິດ ທີ່ເປັນໜ້າອັດສະຈັນ ທີ່ເຮົາບໍ່ເຄີຍໄດ້ຍິນມາແລ້ວແຕ່ກ່ອນ ໄດ້ມາແຈ່ມແຈ້ງແກ່ເຮົາແລ້ວ.

(໒) ຣາຊະກຸມາຣ ! ອຸປະມາຂໍ້ສອງ ເປັນໜ້າອັດສະຈັນ ທີ່ເຮົາບໍ່ເຄີຍໄດ້ຍິນມາແລ້ວ ໄດ້ມາແຈ່ມແຈ້ງແກ່ເຮົາ. ຣາຊະກຸມາຣ ! ອຸປະມາວ່າ ໄມ້ດິບຊຸ່ມດ້ວຍຢາງ ວາງຢູ່ເທິງບົກ ໄກຈາກນໍ້າ, ຫາກບຸຣຸດຕັ້ງໃຈວ່າ ເຮົາຈະນໍາໄມ້ສີໄຟໂຕເທິງມາສີກັບໄມ້ນັ້ນ ໃຫ້ໄຟເກີດປາກົດດັ່ງນີ້, ທ່ານຈະເຂົ້າໃຈວ່າແນວໃດ ບຸຣຸດນັ້ນຖືເອົາໄມ້ສີໄຟອັນເທິງ ມາສີໄຟໃຫ້ເກີດໄຟປາກົດຂຶ້ນໄດ້ຫຼືບໍ່ ? “ພຣະອົງຜູ້ຈະເຣີນ ! ບໍ່ໄດ້ເລີຍ, ເພາະເຫດວ່າ ນັ້ນເປັນໄມ້ດິບຊຸ່ມດ້ວຍຢາງ ແມ່ນວ່າວາງຢູ່ເທິງບົກກໍຈິງ ເຂົາຈະສີໄປຕະຫຼອດກາລພຽງໃດ ກໍຈະອິດເມື່ອຍຄັບແຄ້ນເປົ່າ ຕະຫຼອດກາລພຽງນັ້ນ”. ຣາຊະກຸມາຣ ! ເຊັ່ນໃດກໍເຊັ່ນນັ້ນ ສະມະນະຫຼືພຣາມພວກໃດ ມີກາຍຫຼີກອອກຈາກວັດຖຸກາມແລ້ວ ແຕ່ໃຈຍັງເປື້ອນດ້ວຍກິເລສກາມ ອັນສ້າງຄວາມພໍໃຈ ຄວາມເຍື້ອໄຍ ຄວາມເມົາໝົກ ຄວາມກະຫາຍ, ຄວາມເອົ້າຮ້ອນ ໃນວັດຖຸກາມທັງຫຼາຍ, ເຂົາຍັງລະບໍ່ໄດ້ ລະງັບບໍ່ໄດ້ເຊິ່ງກິເລສກາມອັນເປັນພາຍໃນເຫຼົ່ານັ້ນ, ສະມະນະຫຼືພຣາມເຫຼົ່ານັ້ນ ຈະໄດ້ສະເຫວີຍທຸກຂະເວທະນາ ອັນຮຸນແຮງແສບຮ້ອນ ເພາະປາຣົບຄວາມພຽນກໍດີ ຫຼືບໍ່ໄດ້ສະເຫວີຍກໍດີ ກໍບໍ່ຄວນເພື່ອຈະເກີດປັນຍາຮູ້ເຫັນ ອັນບໍ່ມີປັນຍາອື່ນຍິ່ງໄປກວ່າໄດ້ເລີຍ. ຣາຊະກຸມາຣ ! ນີ້ເປັນອຸປະມາທີສອງ ທີ່ເປັນໜ້າອັດສະຈັນ ອັນເຮົາບໍ່ເຄີຍໄດ້ຍິນມາແລ້ວແຕ່ກ່ອນ ໄດ້ມາແຈ່ມແຈ້ງແກ່ເຮົາແລ້ວ.

(໓) ຣາຊະກຸມາຣ ! ອຸປະມາຂໍ້ສາມ ເປັນໜ້າອັດສະຈັນ ທີ່ເຮົາບໍ່ເຄີຍໄດ້ຍິນມາແລ້ວ ໄດ້ມາແຈ່ມແຈ້ງແກ່ເຮົາ. ຣາຊະກຸມາຣ ! ອຸປະມາວ່າ ໄມ້ແຫ້ງແທ້ ທັງວາງໄວ້ເທິງບົກ ໄກຈາກນໍ້າ, ຫາກບຸຣຸດຕັ້ງໃຈວ່າເຮົາຈັກນໍາໄມ້ສີໄຟໂຕເທິງ

ອອກຜະນວດ - ຈົນໄດ້ຕຣັສຮູ້ ໖໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ