ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ປຽບປານຖືກບຸຣຸດແຂງແຮງ ຮັດຫົວເຂົ້າທັງຫົວ ດ້ວຍເຊືອກມີກຽວອັນແຂງໝັ້ນ ສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນ ທີ່ທົນໄດ້ແສນຍາກສຽບແທງເອົາ.
(ວາຣະ ໕) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດ ເຮົາຈົ່ງເພັ່ງຊານ ມີການບໍ່ຫາຍໃຈນັ້ນແຫຼະ (ໃຫ້ຍິ່ງຂຶ້ນໄປອີກ) ເປັນອາຣົມເຖີ້ນ. ຣາຊະກຸມາຣ ! ຄັນຄິດດັ່ງນັ້ນແລ້ວ ເຮົາຈຶ່ງກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງ ທາງປາກ ແລະທາງຊ່ອງຫູທັງສອງແລ້ວ. ຣາຊະກຸມາຣ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງດັງ ທາງປາກ ແລະ ທາງຊ່ອງຫູທັງສອງແລ້ວ. ລົມແຮງເຫຼືອປະມານຫວນກັບລົງ ແທງເອົາພື້ນທ້ອງດຸດດັ່ງຖືກຄົນຂ້າງົວ ຫຼືລູກນ້ອງຜູ້ຂະຫຍັນຂອງເຂົາ ເສືອນຊີ້ນພື້ນທ້ອງດ້ວຍມີດ ສໍາລັບເສືອນຊີ້ນງົວອັນຄົມສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນ ທີ່ທົນໄດ້ແສນຍາກສຽບແທງເອົາ.
(ວາຣະ ໖) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດ ເຮົາຈົ່ງເພັ່ງຊານ ມີການບໍ່ຫາຍໃຈນັ້ນແຫຼະ (ໃຫ້ຍິ່ງຂຶ້ນໄປອີກ) ເປັນອາຣົມເຖີ້ນ. ຣາຊະກຸມາຣ ! ຄັນຄິດດັ່ງນັ້ນແລ້ວ ເຮົາໄດ້ກັ້ນລົມຫາຍໃຈອອກເຂົ້າໄວ້ ທັງທາງດັງ ທາງປາກ ແລະ ທາງຊ່ອງຫູທັງສອງ. ຣາຊະກຸມາຣ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າໄວ້ ທັງທາງດັງ ທາງປາກ ແລະ ທາງຊ່ອງຫູທັງສອງ ກໍເກີດຄວາມຮ້ອນເອົ້າຂຶ້ນທົ່ວກາຍ ດຸດດັ່ງຖືກຄົນແຂງແຮງສອງຄົນ ຊ່ວຍກັນຈັບຄົນກໍາລັງໜ້ອຍທີ່ແຂນເບື້ອງລະຄົນແລ້ວ ຢ້າງຮົມໄວ້ເທິງຂຸມຖ່ານໄຟອັນຮ້ອນເດືອດ ສະນັ້ນ. ຣາຊະກຸມາຣ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່, ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນທີ່ທົນໄດ້ແສນຍາກສຽບແທງເອົາ.
໖໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ໂອ ຣາຊະກຸມາຣ ! ພວກເທວະດາເຫັນເຮົາແລ້ວ ກ່າວວ່າ ພຣະສະມະນະໂຄດົມ ທໍາກາລະເສຍແລ້ວ, ບາງພວກກ່າວວ່າ ພຣະສະມະນະໂຄດົມ ບໍ່ແມ່ນທໍາກາລະແລ້ວ ເປັນແຕ່ກໍາລັງທໍາກາລະຢູ່, ບາງພວກກ່າວວ່າ ບໍ່ແມ່ນເຊັ່ນນັ້ນ ຈະວ່າພຣະສະມະນະໂຄດົມ ທໍາກາລະແລ້ວ ຫຼື ກໍາລັງທໍາກາລະຢູ່ ກໍບໍ່ຖືກທັງສອງສະຖານ ພຣະສະມະນະໂຄດົມ ເປັນພຣະອະຣະຫັນຕ໌ ນັ້ນເປັນການຢູ່ຂອງທ່ານ, ການຢູ່ເຊັ່ນນັ້ນ ເປັນການຢູ່ຂອງພຣະອະຣະຫັນຕ໌ ດັ່ງນີ້.
(ວາຣະ ໗) ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າຈັ່ງໃດ ເຮົາຈົ່ງປະຕິບັດການອົດອາຫາຣໂດຍປະການທັງປວງເສຍ. ຣາຊະກຸມາຣ ! ຄັ້ງນັ້ນ ພວກເທວະດາເຂົ້າມາຫາເຮົາ ແລ້ວກ່າວວ່າ “ທ່ານຜູ້ນິຣະທຸກຂ໌ ! ທ່ານຢ່າປະຕິບັດການອົດອາຫາຣໂດຍປະການທັງປວງເລີຍ ຖ້າທ່ານປະຕິບັດການອົດອາຫາຣໂດຍປະການທັງປວງແລ້ວ ພວກຂ້າພະເຈົ້າ ຈະແຊກໂອຊາອັນເປັນທິບລົງຕາມຂຸມຂົນຂອງທ່ານ ທ່ານຈະມີຊີວິຕຢູ່ໄດ້ດ້ວຍໂອຊາທິບນັ້ນ”. ຣາຊະກຸມາຣ ! ຄວາມຄິດນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ເຮົາປະຕິນຍາການບໍ່ບໍຣິໂພກອາຫາຣ ໂດຍປະການທັງປວງດ້ວຍຕົນເອງ ຖ້າເທວະດາເຫຼົ່ານີ້ ແຊກໂອຊາອັນເປັນທິບລົງຕາມຂຸມຂົນແຫ່ງເຮົາແລ້ວ ຖ້າເຮົາຈະມີຊີວິຕຢູ່ດ້ວຍໂອຊານັ້ນ ຂໍ້ນັ້ນຈະເປັນມຸສາແກ່ເຮົາຕໍ່ໄປ ດັ່ງນີ້. ຣາຊະກຸມາຣ ! ເຮົາບອກຫ້າມກັບເທວະດາເຫຼົ່ານັ້ນວ່າ ຢ່າເລີຍ.








