ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ສາຣີບຸຕ ! ສະມະນະພຣາມບາງພວກມັກກ່າວ ມັກເຫັນດັ່ງນີ້ວ່າ “ຄວາມບໍຣິສຸດນີ້ມີໄດ້ເພາະອາຫາຣ”, ສະມະນະພຣາມພວກນັ້ນກ່າວກັນວ່າ ພວກເຮົາຈົ່ງລ້ຽງຊີວິຕໃຫ້ເປັນໄປດ້ວຍໝາກກະເບົາ໑ ທັງຫຼາຍເຖີ້ນ. ສະມະນະພຣາມເຫຼົ່ານັ້ນ ຈຶ່ງຄ້ຽວກິນໝາກກະເບົາແດ່ ຄ້ຽວກິນກະເບົາຕໍາຜົງແດ່ ດື່ມນໍ້າຄັ້ນຈາກໝາກກະເບົາແດ່ ຍ່ອມບໍຣິໂພກໝາກກະເບົາ ອັນເຮັດໃຫ້ແປກໆ ມີຢ່າງຕ່າງໆແດ່. ສາຣີບຸຕ ! ເຮົາກໍໄດ້ເອົາກະເບົາໜ່ວຍໜຶ່ງເປັນອາຫາຣ. ສາຣີບຸຕ ! ຄໍາລໍ່າລືອາດມີແກ່ເຈົ້າວ່າ ໝາກກະເບົາໃນຄັ້ງນັ້ນ ໃຫຍ່ຫຼາຍ ຂໍ້ນີ້ເຈົ້າຢ່າເຫັນດັ່ງນັ້ນ ໝາກກະເບົາໃນຄັ້ງນັ້ນ ກໍໃຫຍ່ສໍ່ານີ້ ເປັນຢ່າງຍິ່ງເໝືອນກັນ. ສາຣີບຸຕ ! ເມື່ອເຮົາສັນກະເບົາໜ່ວຍດຽວເປັນອາຫາຣ ຮ່າງກາຍໄດ້ເຖິງຄວາມຊູບຜອມຢ່າງຍິ່ງ. ເຄືອເຂົາອາສີຕິກະບັນຫຼືເຄືອກາລະບັນ ມີສັນຖານເຊັ່ນໃດ ອະວັຍຍະວະນ້ອຍໃຫຍ່ຂອງເຮົາ ກໍເປັນເໝືອນເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ຮອຍຕີນອູດມີສັນຖານເຊັ່ນໃດ ຮອຍກະໂພກນັ່ງທັບຂອງເຮົາ ກໍມີສັນຖານເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ເຄືອເຂົາວັຕຕະນາວະລີ ມີສັນຖານເຊັ່ນໃດ ກະດູກສັນຫຼັງຂອງເຮົາ ກໍເປັນຂໍ້ໆມີສັນຖານເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ກອນ (ຫຼືສີຍົວ) ແຫ່ງສາລາ ທີ່ເກົ່າຜຸຜຸ່ຍເປ່ພັງ ມີສັນຖານເຊັ່ນໃດ ຮ່າງໂຄງຂອງເຮົາກໍມີສັນຖານເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ດວງດາວທີ່ປາກົດທີ່ນໍ້າໃນບໍ່ນໍ້າອັນເລິກ ປາກົດຢູ່ເລິກເຊັ່ນໃດ ດວງດາວຄືໜ່ວຍຕາຂອງເຮົາ ປາກົດຢູ່ເລິກໃນເບົ້າຕາ ເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ໝາກນໍ້າເຕົ້າທີ່ເຂົາຕັດແຕ່ຍັງອ່ອນ ຄັນຖືກລົມແລະແດດຍ່ອມຫ່ຽວຍູ່ຍີ່ ມີສັນຖານເຊັ່ນໃດ ໜັງຫົວແຫ່ງເຮົາກໍຫ່ຽວມີສັນຖານເຊັ່ນນັ້ນ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ສາຣີບຸຕ ! ເຮົາຕັ້ງໃຈວ່າລູບທ້ອງ ກໍລູບຖືກກະດູກສັນຫຼັງນໍາ, ຕັ້ງໃຈວ່າລູບກະດູກສັນຫຼັງ ກໍລູບຖືກທ້ອງນໍາ. ສາຣີບຸຕ ! ໜັງທ້ອງກັບກະດູກສັນຫຼັງຂອງເຮົາຕິດກັນແທ້ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ.

໑. ສັບ ໂກລະ ນີ້ແປວ່າ ພຸດທາ ກໍໄດ້, ໂກເລຫີຕິ ພະທະເຣຫິ, ປປັນ. ໒/໖໕.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໖໑

ສາຣີບຸຕ ! ເຮົາເມື່ອຄິດວ່າຈະຖ່າຍອຸດຈາຣະປັດສາວະ ກໍລົ້ມທັບຢູ່ບ່ອນນັ້ນເພາະຄວາມເປັນຜູ້ມີອາຫາຣໜ້ອຍ. ສາຣີບຸຕ ! ເຮົາ ເມື່ອຈະບັນເທົາຊຶ່ງກາຍນັ້ນໃຫ້ມີຄວາມສຸຂແດ່ ຈຶ່ງລູບໂຕດ້ວຍຝ່າມື. ເມື່ອເຮົາລູບໂຕດ້ວຍຝ່າມື ຂົນທີ່ມີຮາກເນົ່າແລ້ວ ໄດ້ຫຼຸດອອກຈາກຮ່າງກາຍຕົກປິວໄປ ເພາະຄວາມເປັນຜູ້ມີອາຫາຣໜ້ອຍ.

(ຕໍ່ຈາກນີ້ ມີເລື່ອງການບໍຣິສຸດ ເພາະອາຫາຣເຊັ່ນດຽວກັນກັບ ການບໍຣິໂພກໝາກກະເບົາ ຕ່າງກັນແຕ່ແທນໝາກກະເບົາ ກາຍເປັນຖົ່ວຂຽວ, ງາ, ເຂົ້າສານ ເທົ່ານັ້ນ. ພຣະອົງໄດ້ທົດລອງປ່ຽນທຸກໆເຍື່ອງ. ເລື່ອງຕັ້ງແຕ່ຕົ້ນມາ ສະແດງວ່າພຣະອົງໄດ້ທົງເຄີຍປະພຶດວັຕຂອງເດຽຣະຖີ ທີ່ເອີ້ນວ່າ ອັຕຕະກິລະມະຖານຸໂຢຄະແລ້ວ ທຸກໆຢ່າງ ສະຫຼຸບຮຽກໄດ້ວ່າສ່ວນສຸດຝ່າຍຂ້າງເຄັ່ງ ທີ່ພຣະອົງສອນໃຫ້ຫຼີກເວັ້ນ ໃນຕອນຍຸກຫຼັງ. ວັຕເຫຼົ່ານີ້ສັນນິຖານວ່າປະພຶດເມື່ອຫຼັງການໄປສໍານັກ ໒ ດາບົສ. ຖ້າເມື່ອຫຼັງກໍຕ້ອງກ່ອນປັນຈະວັກຄີໄປຢູ່ດ້ວຍ ຢຸດຕິເປັນແນວໃດແລ້ວແຕ່ຈະວິນິດໄສ ເພາະໄລຍະປາຣົບຄວາມພຽນດົນເຖິງ ໖ ປີ ໄດ້ເຫດຜົນເປັນແນວໃດ ຈົ່ງໂຜດເຜີຍແພ່ສູ່ກັນຟັງດ້ວຍ).

ອຸປະມາປາກົດແຈ່ມແຈ້ງ ໑

ຣາຊະກຸມາຣ ! ເລື່ອງປະຫຼາດເກີດມີແກ່ເຮົາ : ອຸປະມາສາມຂໍ້ ເປັນທີ່ໜ້າອັດສະຈັນ ທີ່ບໍ່ເຄີຍໄດ້ຍິນມາແລ້ວ ມາແຈ່ມແຈ້ງແກ່ເຮົາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ