ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(ຜ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກມຸສາວາດ ເວົ້າຄວາມຈິງ ປ່ອຍຄໍາສັຈ ທ່ຽງແທ້ ຊື່ຕົງ ບໍ່ຫຼອກລວງໂລກ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີຂົນຂຸມລະເສັ້ນ, ມີອະນຸໂລມຫວ່າງຄິ້ວຂາວອ່ອນເໝືອນຍອງຝ້າຍ, ...(ລັກສະນະທີ ໑໓, ໓໑), ຍ່ອມເປັນຜູ້ທີ່ມະຫາຊົນເຂົ້າໄປໃກ້ຊິດ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນໃກ້ຊິດ.

(ຝ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນວາຈາສໍ່ສຽດ (ຄໍາຍຸແຍ່ໃຫ້ແຕກກັນ), ຄືບໍ່ຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍພຸ້ນເພື່ອທໍາລາຍພວກນີ້, ບໍ່ຟັງຈາກຝ່າຍພຸ້ນແລ້ວມາບອກຝ່າຍນີ້ ເພື່ອທໍາລາຍຊົນພວກນັ້ນ, ເປັນຜູ້ສະໝານມິຕພວກແຕກກັນແລ້ວ ແລະສົ່ງເສີມພວກທີ່ພ້ອມພຽງກັນ ; ເປັນຜູ້ຍິນດີໃນການພ້ອມພຽງກັນ ເພີດເພີນໃນການພ້ອມພຽງ ກ່າວແຕ່ວາຈາທີ່ກໍ່ໃຫ້ເກີດຄວາມພ້ອມພຽງ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້

ການເກີດແຫ່ງວົງສາກະຢະ - ອອກຜະນວດ ໓໙

ຄືມີແຂ້ວຄົບ ໔໐ ເຫຼັ້ມ, ມີແຂ້ວຖີ່ ບໍ່ຫ່າງກັນ... (ລັກສະນະທີ ໒໓, ໒໕), ຍ່ອມເປັນຜູ້ມີບໍຣິສັດບໍ່ກະຈັດກະຈາຍ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ເປັນບໍຣິສັດບໍ່ກະຈັດກະຈາຍ.

(ພ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກຄໍາຫຍາບ, ກ່າວແຕ່ວາຈາທີ່ບໍ່ມີໂທດ ເປັນສຸຂແກ່ຫູ ເປັນທີ່ຕັ້ງແຫ່ງຄວາມຮັກ ຊາບຊຶ້ງເຖິງໃຈ ເປັນຄໍາເວົ້າຂອງຊາວເມືອງ ເປັນທີ່ພໍໃຈແລະຖືກໃຈຂອງຊົນທັງຫຼາຍ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີລີ້ນອັນພຽງພໍ. ມີສຽງເໝືອນພຣົມ ເວົ້າເໝືອນດັ່ງນົກກາຣະວິກ... (ລັກສະນະທີ ໒໗, ໒໘), ຍ່ອມເປັນຜູ້ມີວາຈາທີ່ຜູ້ອື່ນເຊື່ອຟັງ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ເອື້ອເຟື້ອເຊື່ອຟັງ.

(ຟ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກການເວົ້າໂລເລ, ເປັນຜູ້ກ່າວຄວນແກ່ເວລາ ກ່າວຄວາມຈິງ ກ່າວເປັນທັມ ກ່າວມີອັດຖະ ກ່າວເປັນວິນັຍ ກ່າວມີທີ່ີຕັ້ງ ມີຫຼັກຖານ ມີທີ່ສຸດ ປະກອບດ້ວຍປະໂຍຊນ໌. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄືມີຄາງດຸດດັ່ງຄາງຣາຊະສີ (ລັກສະນະທີ ໒໒) ຍ່ອມເປັນຜູ້ທີ່ສັດຕູ ທັງພາຍໃນແລະພາຍນອກກໍາຈັດບໍ່ໄດ້ : ສັດຕູຄື ຣາຄະ ໂທສະ ໂມຫະ ຫຼືສະມະນະພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກກໍາຈັດບໍ່ໄດ້.

(ຢ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະມິດສາຊີບ ມີການລ້ຽງຊີວິຕຖືກຕ້ອງ ເວັ້ນຈາກການສໍ້ໂກງດ້ວຍຕາຊັ່ງ ດ້ວຍຂອງປອມ ດ້ວຍເຄື່ອງຕວງ ເຄື່ອງວັດ ຈາກການໂກງ ການລໍ້ລວງ ເວັ້ນຈາກການຕັດ ການຂ້າ ການຜູກມັດ ການຮ່ວມທໍາຮ້າຍ ການປຸ້ນ ການຍາດດຶງ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ນີ້ຄື ມີແຂ້ວອັນພຽງລຽບສະເໝີ, ມີແຂ້ວຂາວງາມ... (ລັກສະນະທີ ໒໔, ໒໖),

໔໐ ພຸດທະປະວັດຈາກພຣະໂອຖະ - ພາກ ໑

ຍ່ອມເປັນຜູ້ມີບໍຣິວານເປັນຄົນສະອາດ ຄືມີພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ເປັນບໍຣິວານອັນສະອາດ.

ປະສູດໄດ້ ໗ ວັນ ພຣະຊົນນີທິວົງຄົຕ ໑

... ຖືກແລ້ວອານົນທ໌ ! ຖືກແລ້ວອານົນທ໌ ! ຈິງແທ້ ມານດາແຫ່ງໂພທິສັຕ ມີຊົນມາຍຸໜ້ອຍ. ເມື່ອປະສູດພຣະໂພທິສັຕແລ້ວໄດ້ ໗ ວັນ ມານດາແຫ່ງໂພທິສັຕຍ່ອມສະຫວັນຄົຕ, ຍ່ອມເຂົ້າເຖິງເທວະນິກາຍ ຊັ້ນດຸສິຕ.

ທົງໄດ້ຮັບການຖະໜອມກ່ອມລ້ຽງ ໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ