ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(ຖ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ສັງ ເກດຊັ້ນເຊີງຂອງມະຫາຊົນ ຮູ້ໄດ້ສະໝໍ່າສະເໝີ ຮູ້ໄດ້ເອງ ຮູ້ຈັກບຸຣຸດທໍາມະດາ ແລະບຸຣຸດພິເສດ ວ່າຜູ້ນີ້ຄວນແກ່ສິ່ງນີ້ໆ, ໄດ້ເປັນຜູ້ສ້າງປະໂຍຊນ໌ຢ່າງວິເສດ ໃນຊົນຊັ້ນນັ້ນໆ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໓໗
ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີຮ່າງຊົງດຸດດັ່ງຕົ້ນໄຊ, ຢືນກົງບໍ່ຫຍໍ້ກາຍ ລູບເຖິງເຂົ່າໄດ້ດ້ວຍມືທັງສອງ... (ລັກສະນະທີ ໑໙, ໙), ຍ່ອມຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ. ຊັບຂອງຕະຖາຄົຕ ເຫຼົ່ານີ້ຄື ຊັບຄືສັດທາ ຊັບຄືສີລ ຊັບຄືຫິຣິ ຊັບຄືໂອຕຕັບປະ ຊັບຄືການສຶກສາ (ສຸຕະ) ຊັບຄືຈາຄະ ຊັບຄືປັນຍາ.
(ທ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ໃຝ່ຕໍ່ປະໂຍຊນ໌ ໃຝ່ຕໍ່ຄວາມເກື້ອກູນ ໃຝ່ຕໍ່ຄວາມຜາສຸກ ໃຝ່ຕໍ່ຄວາມກະເສມຈາກໂຢຄະແກ່ຊົນສ່ວນຫຼາຍ ວ່າ ‘ຈັ່ງໃດຊົນເຫຼົ່ານີ້ຈົ່ງເປັນຜູ້ຈະເຣີນດ້ວຍສັດທາ ດ້ວຍສີລ ດ້ວຍການສຶກສາ ດ້ວຍຄວາມຮູ້ ດ້ວຍການເພື່ອແພ່ ດ້ວຍທັມ ດ້ວຍປັນຍາ ດ້ວຍຊັບແລະເຂົ້າເປືອກ ດ້ວຍນາແລະສວນ ດ້ວຍສັຕສອງຂາແລະສີ່ຂາ ດ້ວຍບຸຕພັນຣະຍາ ດ້ວຍທາສກັມມະກອນແລະບຸຣຸດ ດ້ວຍຍາດມິຕແລະໝູ່ເພື່ອນ’. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໓ ຂໍ້ນີ້ ຄືມີເກິ່ງກາຍເບື້ອງໜ້າ ດຸດດັ່ງຣາຊະສີ, ມີຫຼັງເຕັມ, ມີຄໍກົມ... (ລັກສະນະທີ ໑໗, ໑໘, ໒໐), ຍ່ອມເປັນຜູ້ບໍ່ເສື່ອມເປັນທໍາມະດາ ຄືບໍ່ເສື່ອມຈາກສັດທາ ສີລ ສຸຕະ ຈາຄະ ປັນຍາ, ບໍ່ເສື່ອມຈາກສົມບັດທັງປວງ.
(ນ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ບຽດບຽນສັຕທັງຫຼາຍ ດ້ວຍຝ່າມືກໍຕາມ ກ້ອນດິນກໍຕາມ ທ່ອນໄມ້ກໍຕາມ ສາສຕຣາກໍຕາມ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄືມີປະສາດຮັບຣົສອັນເລີດ ມີປາຍຂຶ້ນເບື້ອງເທິງ ເກີດແລ້ວທີ່ຄໍ ຮັບຣົສໂດຍສະໝໍ່າສະເໝີ... (ລັກຂະນະທີ ໒໑), ຍ່ອມເປັນຜູ້ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີຄວາມຮ້ອນແຫ່ງກາຍເປັນວິບາກ ອັນສະໝໍ່າສະເໝີ ບໍ່ເຢັນເກີນຮ້ອນໂພດ ພໍຄວນແກ່ຄວາມພຽນ.
(ບ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ກຶງຕາ ບໍ່ລ໋ອກແລ໋ກ ບໍ່ຈ້ອງລັບຫຼັງ, ເປັນຜູ້ສົດຊື່ນມອງເບິ່ງຕົງໆ ແນມເບິ່ງຜູ້ອື່ນດ້ວຍສາຍຕາ ອັນສະແດງຄວາມຮັກ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນ ມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີຕາຂຽວສະນິດ,
໓໘ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ມີຕາດັ່ງຕາງົວ... (ລັກສະນະທີ ໒໙, ໓໐), ຍ່ອມເປັນທີ່ຕ້ອງຕາຂອງຊົນໝູ່ໃຫຍ່ ເປັນທີ່ຮັກໃຄ່ພໍໃຈຂອງພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ.
(ປ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຫົວໜ້າ ຂອງຊົນໝູ່ໃຫຍ່ ໃນກຸສົລທັມທັງຫຼາຍ ໄດ້ເປັນປະທານຂອງຊົນໝູ່ໃຫຍ່ ໃນກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ, ໃນການຈໍາແນກທານ ການສະມາທານສີລ ການຮັກສາອຸໂປສົດ ການປະພຶດເກື້ອກູນ ໃນມານດາບິດາ ສະມະນະພຣາມ, ການນອບນ້ອມຕໍ່ຜູ້ຈະເຣີນໃນຕະກູນ ໃນອະທິກຸສົລທັມຢ່າງໃດຢ່າງໜຶ່ງ. ເພາະ... ກັມ ນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄືມີຫົວຮັບກັບກອບໜ້າ... (ລັກສະນະທີ ໓໒), ຍ່ອມເປັນຜູ້ທີ່ມະຫາຊົນປະພຶດຕາມ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ປະພຶດຕາມ.








