ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເຮົາເປັນຜູ້ລະອຽດອ່ອນ ລະອຽດອ່ອນຢ່າງຍິ່ງ ລະອຽດອ່ອນຢ່າງທີ່ສຸດ, ດັ່ງເຮົາຈະເລົ່າໃຫ້ຟັງ, ພິກຂຸ ທ. ! ເຂົາຂຸດສະ ໓ ສະ ໃນວັງແຫ່ງບິດາຂອງເຮົາ, ໃນສະໜຶ່ງປູກບົວອຸບົລ (ບົວຂຽວ), ສະໜຶ່ງປູກບົວປະທຸມ (ບົວຫຼວງ), ສະໜຶ່ງປູກບົວບຸນດະຣິກະ (ບົວຂາວ), ເພື່ອປະໂຍຊນ໌ແກ່ເຮົາ.
ພິກຂຸ ທ. ! ບໍ່ແມ່ນແຕ່ຈັນທີ່ເຮົາໃຊ້ຢ່າງດຽວ ທີ່ມາແຕ່ເມືອງກາສີ, ເຖິງຜ້າແພ, ເສື້ອ ຜ້ານຸ່ງ ຜ້າຫົ່ມ, ກໍລ້ວນມາແຕ່ເມືອງກາສີ. ພິກຂຸ ທ. ! ເຂົາຄອຍກັ້ງເສຕະສັດໃຫ້ເຮົາ ດ້ວຍຫວັງວ່າຄວາມໜາວ, ຄວາມຮ້ອນ, ລະອອງ, ຫຍ້າ, ຫຼືນໍ້າຄ້າງຢ່າໄດ້ຊູນຕ້ອງເຮົາ ທັງກາງເວັນແລະກາງຄືນ.
ພິກຂຸ ທ. ! ມີຜາສາດສໍາລັບເຮົາ ໓ ຫຼັງ ; ຫຼັງໜຶ່ງສໍາລັບລະດູໜາວ,
໑. ຄວາມຕອນນີ້ ຕຣັດແກ່ພຣະອານົນທ໌. ບາລີ ອັປປາຢຸກະສູຕ ໂສນັຕເຖຣະວັກຄະ ອຸ. ຂຸ. ໒໕/໑໔໕/໑໑໑.
໒. ບາລີ ນະວະມະສູຕ ເທວະທູຕະວັກຄະ ປະຖົມປັນນາິກ. ອັງ. ໒໐/໑໘໓/໔໗໘.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໔໑
ຫຼັງໜຶ່ງສໍາລັບລະດູຮ້ອນ, ແລະຫຼັງໜຶ່ງສໍາລັບລະດູຝົນ. ເຮົາຢູ່ໃນຜາສາດສໍາລັບລະດູຝົນ ຕະຫຼອດສີ່ເດືອນແຫ່ງລະດູຝົນ ໃຫ້ເຂົາຖະໜອມກ່ອມລ້ຽງດ້ວຍດົນຕຣີ ອັນປາສະຈາກບຸຣຸດ, ບໍ່ລົງຈາກຜາສາດ.
ພິກຂຸ ທ. ! ໃນວັງຂອງບິດາເຮົາ, ເຂົາໃຫ້ເຂົ້າສຸກຂອງເຂົ້າສາລີເຈືອດ້ວຍຊີ້ນ ແກ່ທາສແລະຄົນງານ (ດາດດື່ນ) ເຊັ່ນດຽວກັບທີ່ບ່ອນອື່ນເຂົາໃຫ້ເຂົ້າປາຽ (ເຂົ້າປຽນ)ກັບນໍ້າສົ້ມ ແກ່ພວກທາສແລະຄົນຮັບໃຊ້.໑
ພິກຂຸ ທ. ! ເມື່ອເຮົາພຽບພ້ອມໄປດ້ວຍການໄດ້ຕາມໃຈຕົນເຖິງສໍ່ານີ້ ມີການໄດ້ຮັບຄວາມຖະໜອມກ່ອມລ້ຽງເຖິງປານນີ້ ຄວາມຄິດກໍຍັງບັງເກີດແກ່ເຮົາວ່າ “ປຸຖຸຊົນທີ່ບໍ່ໄດ້ຍິນໄດ້ຟັງ ທັງທີ່ຕົນເອງຈະຕ້ອງແກ່ ບໍ່ລອດພົ້ນຄວາມແກ່ໄປໄດ້, ແຕ່ຄັນເຫັນຄົນອື່ນແກ່ ກໍນຶກອິດໜາລະອາໃຈ ຊິງຊັງເບື່ອໜ່າຍ ບໍ່ນຶກເຖິງຕົນເສຍເລີຍ. ເຖິງເຮົາເອງກໍເໝືອນກັນ ຈະຕ້ອງແກ່ ບໍ່ລອດພົ້ນຄວາມແກ່ໄປໄດ້, ແຕ່ວ່າເມື່ອຈະຕ້ອງແກ່ ບໍ່ລອດພົ້ນຄວາມແກ່ໄປໄດ້ແລ້ວ ຈະມາລືມໂຕ ເບື່ອໜ່າຍລະອາໃຈ ຊິງຊັງເບື່ອໜ່າຍ ເມື່ອເຫັນຄົນອື່ນແກ່ນັ້ນ ບໍ່ເປັນການສົມຄວນແກ່ເຮົາ.” ພິກຂຸ ທ. ! ເມື່ອເຮົາພິຈາຣະນາໄດ້ເຊັ່ນນີ້ ຄວາມມົວເມົາໃນຄວາມໜຸ່ມ ຂອງເຮົາໄດ້ຫາຍໄປໝົດສິ້ນ.
ພິກຂຸ ທ. ! ປຸຖຸຊົນທີ່ບໍ່ໄດ້ຍິນໄດ້ຟັງ ທັງທີ່ຕົນເອງຈະຕ້ອງເຈັບໄຂ້ ບໍ່ລອດພົ້ນຄວາມເຈັບໄຂ້ໄປໄດ້, ແຕ່ຄັນເຫັນຄົນອື່ນເຈັບໄຂ້ ກໍນຶກອິດໜາລະອາໃຈ ຊິງຊັງເບື່ອໜ່າຍ ບໍ່ນຶກເຖິງຕົນເສຍເລີຍ. ເຖິງເຮົາເອງກໍເໝືອນກັນ ຈະຕ້ອງເຈັບໄຂ້ ບໍ່ລອດພົ້ນຄວາມເຈັບໄຂ້ໄປໄດ້, ແຕ່ວ່າເມື່ອຈະຕ້ອງເຈັບໄຂ້ ບໍ່ລອດພົ້ນຄວາມເຈັບໄຂ້ໄປໄດ້ແລ້ວ ຈະມາລືມໂຕ ເບື່ອໜ່າຍລະອາໃຈ ຊິງຊັງເບື່ອໜ່າຍ ເມື່ອເຫັນຄົນອື່ນເຈັບໄຂ້ນັ້ນ ບໍ່ເປັນການສົມຄວນແກ່ເຮົາ.” ພິກຂຸ ທ. ! ເມື່ອເຮົາພິຈາຣະນາໄດ້ເຊັ່ນນີ້ ຄວາມມົວເມົາໃນຄວາມບໍ່ມີໂຣຄາ ຂອງເຮົາໄດ້ຫາຍໄປໝົດສິ້ນ.
ພິກຂຸ ທ. ! ປຸຖຸຊົນທີ່ບໍ່ໄດ້ຍິນໄດ້ຟັງ ທັງທີ່ຕົນເອງຈະຕ້ອງຕາຍ ບໍ່ລອດພົ້ນຄວາມຕາຍໄປໄດ້, ແຕ່ຄັນເຫັນຄົນອື່ນຕາຍ ກໍນຶກອິດໜາລະອາໃຈ ຊິງຊັງເບື່ອໜ່າຍ
໑. ສໍານວນເຊັ່ນນີ້ ເປັນການບົ່ງບອກເຖິງຄວາມສົມບູນດ້ວຍອາຫາຣ ໃນພາສາບາລີ.
໔໒ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ບໍ່ນຶກເຖິງຕົນເສຍເລີຍ. ເຖິງເຮົາເອງກໍເໝືອນກັນ ຈະຕ້ອງຕາຍ ບໍ່ລອດພົ້ນຄວາມຕາຍໄປໄດ້, ແຕ່ວ່າເມື່ອຈະຕ້ອງຕາຍ ບໍ່ລອດພົ້ນຄວາມຕາຍໄປໄດ້ແລ້ວ ຈະມາລືມໂຕ ເບື່ອໜ່າຍລະອາໃຈ ຊິງຊັງເບື່ອໜ່າຍ ເມື່ອເຫັນຄົນອື່ນຕາຍນັ້ນ ບໍ່ເປັນການສົມຄວນແກ່ເຮົາ.” ພິກຂຸ ທ. ! ເມື່ອເຮົາພິຈາຣະນາໄດ້ເຊັ່ນນີ້ ຄວາມມົວເມົາໃນຊີວິຕຄວາມເປັນຢູ່ ຂອງເຮົາໄດ້ຫາຍໄປໝົດສິ້ນ.
ກາມະສຸຂກັບຄວາມໜ່າຍ ໑








